ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສປຊ ປະນາມ ການໂຈມຕີ ສານ ຢູ່ອັຟການິສຖານ


ເຈົ້າ​ໜ້າ​ທີ່ອັ​ຟກາ​ນິສຖານ ກ່າວ​ວ່າ ພວກ​ມື​ປືນ​ແມ່ນ​ມີ​ເຈດ​ຕະນາ​ແນ​ເປົ້າໝາຍ​ໃສ່​ພົນລະ​ເຮືອນ ໃນການໂຈ​​ມຕີ ​ໃນ​ວັນ​ພຸດ​ທີ່​ຜ່ານ​ມາ
ເຈົ້າ​ໜ້າ​ທີ່ອັ​ຟກາ​ນິສຖານ ກ່າວ​ວ່າ ພວກ​ມື​ປືນ​ແມ່ນ​ມີ​ເຈດ​ຕະນາ​ແນ​ເປົ້າໝາຍ​ໃສ່​ພົນລະ​ເຮືອນ ໃນການໂຈ​​ມຕີ ​ໃນ​ວັນ​ພຸດ​ທີ່​ຜ່ານ​ມາ
ສະພາ​ຄວາມ​ໝັ້ນຄົງ ສະຫະ​ປະຊາ​ຊາດ ​ໄດ້​ປະນາມ​ການ​ໂຈມ
ຕີ​ຂອງ ກຸ່ມ​ທາ​ລິບ​ານ ຢູ່​ທີ່​ສານແຫ່ງ​ນຶ່ງຂອງອັ​ຟກາ​ນິສຖານ ​ທີ່
​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 46 ຄົນ ​ແລະຮຽກຮ້ອງ​ ໃຫ້ນຳ​ເອົາບັນດາ
ຜູ້ຮັບຜິດຊອບ ຜູ້ຈັດ​ຕັ້ງ ​ແລະ​ຜູ້​ໃຫ້​ເງິນສະໜັບ​ສະ​ໜຸນ ມາ
ລົງ​ໂທດ.

​ນອກ​ນັ້ນ ໃນ​ວັນ​ພະຫັດວານ​ນີ້ ສະພາຄວາມ​ໝັ້ນຄົງ​ຍັງ​ໄດ້
​ກ່າວຢໍ້າ​ເຖິງ “ຄວາມ​ເປັນ​ຫ່ວງ​ຢ່າງ​ແທ້​ຈິງ” ຕໍ່​ການ​ຂົ່ມຂູ່​ຈາກ
ກຸ່ມທາ​ລິ​ບານ ກຸ່ມ​ກໍ​ການກໍ່​ການ​ຮ້າຍອາ​ວ​ໄຄ​ດາ ​ແລະ​ກຸ່ມປະ
ກອບ​ອາວຸດທີ່​ຜິດ​ກົດໝາຍ​ອຶ່ນໆ ທີ່ມີ​ຕໍ່ປະຊາກອນ​ໃນ​ເຂດ
ທ້ອງ​ຖິ່ນ ກໍາລັງ​ຮັກສາ​ຄວາມ​ປອດ​ໄພແຫ່ງ​ຊາດ ທະຫານ​
ນາໆ​ຊາດ ​ແລະ​ການ​ໃຫ້​ຄວາມຊ່ວຍ​ຂອງເຫລືອ​ນາໆ​ຊາດ​ໃນ​ອາ​ຟກາ​ນິສຖານ.

ບັນ​ດາ​ເຈົ້າ​ໜ້າ​ທີ່ອັ​ຟກາ​ນິສຖານ ກ່າວ​ວ່າ ພວກ​ມື​ປືນ​ແມ່ນ​ມີ​ເຈດ​ຕະນາ​ແນ​ເປົ້າໝາຍ​ໃສ່​ພົນລະ​ເຮືອນ ​ໃນ​ລະຫວ່າງ​ການ​ໂຈມຕີ ​ໃນ​ວັນ​ພຸດ​ທີ່​ຜ່ານ​ມາ ຢູ່​ແຂວງ Farah ​ໃນ​ຂະນະ​ທີ່​ເຂົາ​ເຈົ້າ​ຊອກ​ຫາ​ຊ່ອງ​ທາງ​ເພື່ອ ຈະ​ປ່ອຍ​ໂຕ​ພວກ​ກະບົດ​ ທີ່​ປະ​ເຊິ​ນໜ້າ​ກັບ​ການດຳ​ເນີນ​ຄະດີ. ຫລາຍ​ກວ່າ 100 ຄົນ​ໄດ້​ຮັບ​ບາດ​ເຈັບ​ຈາກ​ການ​ບຸກ​ໂຈມ​ຕີດັ່ງກ່າວ.

​ໃນ​ວັນ​ພະຫັດ ​ວານ​ນີ້ເຊັ່​ນດຽວ​ກັນ ບັນດາ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ​ທີ່​ພາ​ກຕາ​ເວັນ​ອອກ​ຂອງອັຟກາ​ນິສຖານ ກ່າວ​ວ່າ ​ເຮືອບິນ​ເຮ​ລິ​ຄອບ​ເຕີ້ຂອງ​ອົງ ການ NATO ​ໄດ້​ສັງ
ຫານຕໍາ​ຫລວດ​ອັ​ຟກາ​ນິສຖານສີ່​ຄົນແລະ​ເຮັດ​ໃຫ້ ພົນລະເຮືອນໄດ້​ຮັບ​ບາດ​ເຈັບຢ່າງ​ໜ້ອຍສອງ​ຄົນ ​ໃນ​ຂະນະ​ທີ່ທໍາ​ການ​ໂຈມ​ຕີ​ພວກ​ຫົວ​ຮຸນ​ແຮງ.

ບັນດາ​ເຈົ້າ​ໜ້າ​ທີ່ໃນແຂວງ Ghazni ກ່າວ​ວ່າ ​ເຫດ​ຮ້າຍ​ນີ້​ເກີດຂື້ນ​ໃນ​ເມືອງ Deyak ​ໃນ​ຕອນ​ແລງ​ຂອງມື້ວັນ​ພຸດ. ບັນດາ​ເຈົ້າ​ໜ້າ​ທີ່ຂອງ​ອົງ ການ NATO ກ່າວ​ວ່າ ​ເຂົາ​ເຈົ້າ​ກໍາລັງ​ທໍາ​ການ​ສືບສວນກ່ຽວ​ກັບ​ການ ກ່າວ​ອ້າງ​ນີ້ຢູ່.
XS
SM
MD
LG