ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ຍົກເລີກ ການອອກວີຊາ ໃຫ້ແກ່ ບັນດາເຈົ້າໜ້າທີ່ ນິກາຣາກົວ ທີ່ຮັບຜິດຊອບ ສຳລັບ ຄວາມຮຸນແຮງ ທີ່ເກີດຂຶ້ນ

ພວກສະມາຊິກ ຂອງທະຫານບ້ານຕິດອາວຸດ ສົ່ງສັນຍາລັກ ຂອງໄຊຊະນະ ໃນຂະນະທີ່ພວກເຂົາເຈົ້າ ຄຸ້ມຄອງ ໝູ່ບ້ານ ໂມນິມໂບ ຂອງເມືອງ ມາຊາຢາ ຂອງນິກາຣາກົວ, ວັນທີ 18 ກໍລະກົດ 2018.
ພວກສະມາຊິກ ຂອງທະຫານບ້ານຕິດອາວຸດ ສົ່ງສັນຍາລັກ ຂອງໄຊຊະນະ ໃນຂະນະທີ່ພວກເຂົາເຈົ້າ ຄຸ້ມຄອງ ໝູ່ບ້ານ ໂມນິມໂບ ຂອງເມືອງ ມາຊາຢາ ຂອງນິກາຣາກົວ, ວັນທີ 18 ກໍລະກົດ 2018.

ສະຫະລັດ ຍົກເລີກການອອກວີຊາ ໃຫ້ແກ່ພວກເຈົ້າໜ້າທີ່ ຂອງນິກາຣາກົວ ທີ່ຮັບຜິດ
ຊອບ ໃນການໃຊ້ຄວາມຮຸນແຮງຕໍ່ພວກປະທ້ວງຕໍ່ຕ້ານລັດຖະບານ ໂດຍກ່າວວ່າ ສິ່ງ
ເຫຼົ່ານີ້ ເປັນພຽງການເລີ້ມຕົ້ນ ຂອງສິ່ງທີ່ອາດເປັນມາດຕະການລົງໂທດ ຫຼາຍຕື່ມອີກ.

“ຫຼັງຈາກມີການສໍ້ໂກງການເລືອກຕັ້ງມາໄດ້ຫຼາຍປີ ແລະ ການບິດເບືອນກົດໝາຍ
ຂອງນິກາຣາກົວ ຂອງລະບອບການປົກຄອງ ພວກປະຊາຊົນ ຊາວນິກາຣາກົວ
ກໍໄດ້ພາກັນລົງສູ່ຖະໜົນຫົນທາງ ເພື່ອຮຽກຮ້ອງໃຫ້ປະຕິຮູບໃຫ້ເປັນປະຊາທິປະໄຕ”

ດັ່ງທີ່ທຳນຽບຂາວ ໄດ້ກ່າວໄປ ໃນວັນຈັນວານນີ້. ທຳນຽບຂາວກ່າວຕື່ມວ່າ “ຄຳຮຽກ
ຮ້ອງເຫຼົ່ານີ້ ໄດ້ພົບກັບຄວາມຮຸນແຮງ ໂດຍບໍ່ເລືອກໜ້າ ທີ່ເຮັດໃຫ້ຫຼາຍກວ່າ 350
ຄົນ ເສຍຊີວິດ ຫຼາຍພັນຄົນບາດເຈັບ ແລະ ພົນລະເມືອງຫຼາຍຮ້ອຍຄົນ ຖືກລະບຸໂຕ
ວ່າເປັນ ‘ພວກຢາກກໍ່ລັດຖະປະຫານ’ ແລະ ‘ພວກກໍ່ການຮ້າຍ’”.

ສະຫະລັດ ໄດ້ວາງມາດຕະການລົງໂທດ ຕໍ່ເຈົ້າໜ້າທີ່ອາວຸໂສ ຂອງນິກາຣາກົວ ໄປແລ້ວ
3 ຄົນ ສຳລັບການລະເມີດຕໍ່ສິດທິມະນຸດ ແລະ ການສໍ້ລາດບັງຫຼວງ.

ສະຫະລັດ ຍັງໄດ້ເອົາລົດຍົນຂອງຕົນຄືນ ທີ່ໄດ້ບໍລິຈາກໃຫ້ແກ່ ກົມຕຳຫຼວດ ຂອງ
ນິກາຣາກົວ ເຊິ່ງບັນດາເຈົ້າໜ້າທີ່ຕຳຫຼວດ ໄດ້ນຳເອົາໄປໃຊ້ ໃນການປາບປາມຢ່າງ
ຮຸນແຮງ ແລະ ຍົກເລີກການຂາຍແບບນັ້ນ ຕໍ່ນິກາຣາກົວ ນຳດ້ວຍ.

ນອກນັ້ນ ຄະນະລັດຖະບານ ທ່ານ ທຣຳ ຍັງໄດ້ ປະຕິຍານໃຫ້ທຶນຊ່ອຍເຫຼືອ 1 ລ້ານ 5
ແສນໂດລາ ໃນການຕໍ່ສູ້ ເພື່ອປະຊາທິປະໄຕ ສິດທິມະນຸດ ແລະສື່ມວນຊົນອິດສະລະ
ຢູ່ໃນນິກາຣາກົວ.

ພວກເພື່ອນມິດ ແລະຄອບຄົວ ແບກຫີບທີ່ບັນຈຸສົບ ຂອງທ້າວ ໂຮເຊ້ ແອັສເຕີບານ ເຊີວີລລາ ເມີດີນາ, ຜູ້ທີ່ເສຍຊີວິດ ຫຼັງຈາກທີ່ ລາວ ຖືກຍິງໃສ່ໜ້າເອິກ ຢູ່ທີ່ການຕັ້ງເປັນກຳແພງກີດຂວາງ ໃນລະຫວ່າງການໂຈມຕີ ຂອງຕຳຫຼວດ ແລະກຳລັງພວກທະຫານບ້ານ, ໃນໝູ່ບ້ານ ໂມນິມໂບ ຂອງເມືອງ ມາຊາຢາ ຂອງນິກາຣາກົວ, ວັນທີ 16 ກໍລະກົດ 2018.

ພວກປະທ້ວງຕໍ່ຕ້ານລັດຖະບານ ໄດ້ລຸກຮືຂຶ້ນ ໃນເດືອນເມສາ ຫຼັງຈາກທີ່ປະທານາທິບໍດີ
ແດນຽລ ອໍເຕກາ ໄດ້ປະກາດ ການປ່ຽນແປງລະບົບເບ້ຍບຳນານທີ່ນິຍົມຊົມຊອບຂອງ
ປະເທດ.

ທ່ານ ອໍເຕກາ ໄດ້ຍົກເລີກແຜນການຂອງທ່ານ ບໍ່ດົນຫຼັງຈາກນັ້ນ ແຕ່ການປະທ້ວງໄດ້
ສືບຕໍ່ໄປ ແລະ ໄດ້ພົບກັບການປາມປາມທີ່ຮຸນແຮງ ໂດຍຕຳຫຼວດ ແລະ ພວກພົນລະ
ເຮືອນຕິດອາວຸດ ທີ່ສະໜັບສະໜຸນລັດຖະບານ.

ພວກກຸ່ມສິດທິມະນຸດ ຂອງນິກາຣາກົວ ກ່າວວ່າ ຫຼາຍກວ່າ 350 ຄົນ ໄດ້ຖືກຂ້າຕາຍ.
ລັດຖະບານ ໄດ້ແຈ້ງຈຳນວນການເສຍຊີວິດວ່າ ມີຢູ່ໜ້ອຍກວ່າ 200 ຄົນ.

ທ່ານ ອໍເຕກາເປັນອະດີດ ຜູ້ນຳກຸ່ມ ແຊນດີນິສຕາ ນິຍົມຝ່າຍຊ້າຍ ຜູ້ທີ່ໄດ້ຊ່ອຍໂຄນລົ້ມ
ລັດຖະບານ ນິຍົມຝ່າຍຂວາ ໃນປີ 1979.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG