ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ປະນາມ ການໂຈມຕີທາງອາກາດ ຂະໜາດໃຫຍ່ ຂອງຣັດເຊຍ ໃນທົ່ວຢູເຄຣນ


ພວກນັກສືບສວນ ກຳລັງປະຕິບັດງານ ຢູ່ໃກ້ກັບຫຼາຍສົບ ຂອງພົນລະເມືອງໃນທ້ອງຖິ່ນ ທີ່ໄດ້ຖືກຂ້າຕາຍໂດຍສະເກັດລະເບີດ ໃນລະຫວ່າງການໂຈມຕີດ້ວຍລູກສອນໄຟຂອງຣັດເຊຍ ໃນເມືອງຊາໂປຣິສເຊຍ ຂອງຢູເຄຣນ, ວັນທີ 5 ທັນວາ 2022.
ພວກນັກສືບສວນ ກຳລັງປະຕິບັດງານ ຢູ່ໃກ້ກັບຫຼາຍສົບ ຂອງພົນລະເມືອງໃນທ້ອງຖິ່ນ ທີ່ໄດ້ຖືກຂ້າຕາຍໂດຍສະເກັດລະເບີດ ໃນລະຫວ່າງການໂຈມຕີດ້ວຍລູກສອນໄຟຂອງຣັດເຊຍ ໃນເມືອງຊາໂປຣິສເຊຍ ຂອງຢູເຄຣນ, ວັນທີ 5 ທັນວາ 2022.

ທຳນຽບຂາວ ໄດ້ກ່າວປະນາມການໂຈມຕີຂອງຣັດເຊຍຄັ້ງຫຼ້າສຸດ ຕໍ່ຢູເຄຣນ ໂດຍກ່າວວ່າ ມັນເປັນສິ່ງເຕືອນໃຈເຖິງຄວາມໂຫດຮ້າຍທາລຸນຂອງປະທານາ ທິບໍດີຣັດເຊຍ ວລາດີເມຍ ປູຕິນ.

ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ລອຍ ອອສຕິນ ແລະ ຄູ່ຕຳແໜ່ງຝ່າຍຢູເຄຣນຂອງທ່ານ ທ່ານໂອເລັກຊີ ເຣສນິຄອບ ກໍໄດ້ກ່າວປະນາມການໂຈມຕີທາງອາກາດທີ່ໂຫດຮ້າຍ ຕໍ່ພື້ນຖານໂຄງລ່າງສາທາລະນຸປະໂພກຂອງຢູເຄຣນ. ທ່ານອອສຕິນ ຍັງໄດ້ສະແດງ “ຄວາມໝັ້ນໝາຍຢ່າງບໍ່ລົດລະ ຂອງສະ ຫະລັດ ທີ່ຈະສະໜັບສະໜຸນຄວາມສາມາດຂອງຢູເຄຣນ ໃນການຕ້ານຢັນການຮຸກຮານໃນສົງຄາມຂອງຣັດເຊຍ” ອີງຕາມຖະແຫລງການຂອງທຳນຽບຫ້າແຈ ທີ່ໄດ້ກ່າວ.

ທ່ານອອສຕິນ ອີກເທື່ອນຶ່ງໄດ້ເນັ້ນຢ້ຳເຖິງການປ້ອງກັນທາງອາກາດ ທີ່ເປັນບູລິມະສິດສູງສຸດ ສຳລັບຄວາມພະຍາຍາມ ໃນການຊ່ອຍເຫຼືອ ດ້ານຄວາມໝັນຄົງຂອງສະຫະລັດ ດັ່ງທີ່ໄດ້ສະແດງໃຫ້ເຫັນ ໂດຍການໃຫ້ຄຳໝັ້ນສັນຍາ ທີ່ຈະສະໜອງລູກ​ກະ​ສຸນ ໃຫ້ແກ່ຢູເຄຣນ ຕື່ມອີກ ​ສຳ​ລັບ NASAMS ອັນເປັນລະບົບລູກສອນໄຟຈາກພື້ນດິນສູ່ອາກາດ ທີ່ກ້າວໜ້າທັນສະໄໝ ພ້ອມດ້ວຍຄວາມສາ ມາດ ໃນການຕໍ່ຕ້ານລະບົບເຮືອບິນທີ່ບໍ່ມີຄົນຂັບ.

ໃນການກ່າວຖະແຫລງທາງວີດີໂອປະຈຳວັນຂອງທ່ານ ປະທານາທິບໍດີຢູເຄຣນ ໂວໂລດີເມຍ ເຊເລັນສກີ ໄດ້ກ່າວວ່າ 4 ຄົນໄດ້ຖືກຂ້າຕາຍ ໃນການໂຈມຕີທາງອາກາດຂະໜາດໃຫຍ່ ເມື່ອວັນຈັນວານນີ້.

ທ່ານເວົ້າວ່າ “ພຽງແຕ່ທຳລາຍຄວາມສາມາດຂອງພວກກໍ່ການຮ້າຍຣັດເຊຍເທົ່ານັ້ນ ປົດປ່ອຍຜືນແຜ່ນດິນຂອງພວກເຮົາທັງໝົດ ແລະນຳເອົາພວກຄາດຕະກອນມາລົງໂທດ ຈຶ່ງສາມາດຮັບປະກັນສັນຕິພາບ.”

ໃນຕອນເຊົ້າວັນຈັນວານນີ້ ເຈົ້າໜ້າທີ່ຂອງຢູເຄຣນ ໄດ້ລາຍງານວ່າ ມີການໂຈມຕີດ້ວຍລູກສອນໄຟຂອງຣັດເຊຍ ຢ່າງໜັກທົ່ວປະເທດ. ສຽງຫວໍສັນຍານເຕືອນໄພທາງອາກາດດັງໄປທົ່ວ ໂດຍຮຽກຮ້ອງໃຫ້ພົນລະເຮືອນພາກັນໄປສະຖານທີ່ລີ້ໄພ.

ການໂຈມຕີດ້ວຍລູກສອນໄຟຂະໜາດໃຫຍ່ຕໍ່ບ້ານເຮືອນ ຕຶກອາຄານ ແລະພື້ນຖານໂຄງລ່າງໄຟຟ້າ ຊຶ່ງທາງການຂອງຢູເຄຣນ ໄດ້ຄາດການໄວ້ລ່ວງໜ້າແລ້ວນັ້ນ ເນັ້ນຢ້ຳເຖິງຍຸດທະສາດຂອງຣັດເຊຍ ທີ່ຈະເຮັດໃຫ້ຢູເຄຣນ ປາດສະຈາກພະລັງງານ ອາຍຮ້ອນ ແລະນ້ຳສະອາດ ໃນລະດູໜາວທີ່ຮ້າຍແຮງນີ້.

ບໍລິສັດລັດວິສາຫະກິດ Ukrenergo ທີ່ດຳເນີນການດ້ານຕາຂ່າຍໄຟຟ້າ ໄດ້ຢືນ ຢັນວ່າ ຣັດເຊຍ ໄດ້ໂຈມຕີສະຖານພື້ນຖານໂຄງລ່າງພະລັງງານ ທີ່ພາ​ໃຫ້​ມີການຂາດໄຟຟ້າສຸກເສີນໃນຢູເຄຣນ.

ເຖິງຢ່າງໃດກໍຕາມ ລະບົບໄຟຟ້າໃນທົ່ວປະເທດ ຍັງຄົງທຳງານໄດ້ຢູ່ ແລະຍັງຢູ່ຄືເກົ່າ ດັ່ງທີ່ນາຍົກລັດຖະມົນຕີຢູເຄຣນ ເດັນນີສ ຊມີແຮລ ໄດ້ກ່າວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG