ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະ​ຫະ​ລັດ ປະ​ນາມ​ເກົາ​ຫຼີ​ເໜືອ ທີ່​ພະ​ຍາ​ຍາມ​ສົ່ງ​ດາວ​ທຽມ​ສອດ​ແນມ ຂຶ້ນ​ສູ່​ວົງ​ໂຄ​ຈອນ


ໂທ​ລະ​ພາບ ​ພວມ​ອອກ​ຂ່າວ ເກົາ​ຫຼີ​ເໜືອ​ຍິງ​ຈະ​ຫຼວດ ທີ່​ສະ​ຖາ​ນີ​ລົດ​ໄຟ​ແຫ່ງ​ນຶ່ງ​ ໃນ​ນະ​ຄອນ​ຫຼວງ​ໂຊ​ລ ເກົາ​ຫຼີ​ໃຕ້ ເມື່ອ​ວັນ​ທີ 31 ພຶດ​ສະ​ພາ 2023.
ໂທ​ລະ​ພາບ ​ພວມ​ອອກ​ຂ່າວ ເກົາ​ຫຼີ​ເໜືອ​ຍິງ​ຈະ​ຫຼວດ ທີ່​ສະ​ຖາ​ນີ​ລົດ​ໄຟ​ແຫ່ງ​ນຶ່ງ​ ໃນ​ນະ​ຄອນ​ຫຼວງ​ໂຊ​ລ ເກົາ​ຫຼີ​ໃຕ້ ເມື່ອ​ວັນ​ທີ 31 ພຶດ​ສະ​ພາ 2023.

ວໍ​ຊິງ​ຕັນ​ໄດ້​ປະ​ນາມ​ຢ່າງ​ແຮງ​ຕໍ່​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ສົ່ງ​ດາວ​ທຽມ​ສອດ​ແນມ​ທະ​ຫານ​ໜ່ວຍ​ທຳ​ອິດ​ຂອງ​ເກົາ​ຫຼີ​ເໜືອ​ຂຶ້ນ​ສູ່​ວົງ​ໂຄ​ຈອນ ຊຶ່ງ​ພຽງ​ຢາງ​ກ່າວ ​ຕົນ ຈຳ​ເປັນ​ຕ້ອງ​ມີ ເພື່ອ​ຕິດ​ຕາມ​ເບິ່ງ​ການ​ຊ້ອມ​ລົບຮ່ວມທາງ​ທະ​ຫານ​ລະ​ຫວ່າງ​ສະ​ຫະ​ລັດ​ກັບ​ເກົາ​ຫຼີ​ໃຕ້.

“ດ້ວຍ​ການສົ່ງ​ແຕ່​ລະ​ເທື່ອ ແລະ​ທຸກໆ​ຄັ້ງ​ຂອງ​ການ​ສົ່ງ​ເຫຼົ່າ​ນີ້ ບໍ່​ວ່າ​ມັນ​ຈະ​ລົ້ມ​ແຫຼວ ຫຼື​ສຳ​ເລັດ ກິມ ຈົງ ອຶນ ພ້ອມ​ກັບ​ນັກ​ວິ​ທະ​ຍາ​ສາດ​ແລະ​ວິ​ສະ​ວະ​ກອນ​ຂອງ​ລາວ ພວກ​ເຂົາ​ໄດ້​ຮຽນ​ຮູ້ແລະ​ປັບ​ປຸງ ແລະ​ກໍ​ດັດ​ແປງ​ແກ້​ໄຂ” ທ່ານ​ຈອນ ເຄີ​ບີ ຜູ້​ປະ​ສານ​ງານ​ຍຸດ​ທະ​ສາດ​ດ້ານ​ການ​ຕິດ​ຕໍ່ສື່​ສານ ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດສະ​ຫະ​ລັດ ກ່າວ​ໃນ​ການ​ຖະ​ແຫງ​ຕໍ່​ພວກ​ນັ​ກ​ຂ່າວໃນ​ມື້​ວັນ​ພຸດ.

ໃນ​ຖະ​ແຫຼງ​ການ​ທີ່​ພິມເຜີຍ​ແຜ່​ ໂດຍ​ອົງ​ການ​ຂ່າວ​ຂອງ​ລັດ​ຖະ​ບານ​ເກົາ​ຫຼີ​ເໜືອ ກ່າວ​ວ່າ ໃນ​ລະ​ຫວ່າງ​ການ​ສົ່ງ​ດາວ​ທຽມ​ໃນ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ ຈະ​ຫຼວດ​ໄດ້
ສູນ​ເສຍ​ແຮງ​ຜັກ​ດັນ ຫຼັງ​ຈາກ​ທ່ອນ​ທີ​ນຶ່ງ​ ແລະ​ທີ​ສອງ​ໄດ້​ແຍກ​ຕົວ​ອອກ. ພຽງ​ຢາງເວົ້າ​ວ່າ ຕົນ​ຈະ​ພະ​ຍາ​ຍາມ​ເປັນ​ເທື່ອ​ທີ​ສອງ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.

ອົງ​ການ​ຂ່າວ​ຂອງ​ທາງ​ການ​ເກົາ​ຫຼີ​ເໜືອ​ກ່າວ​ວ່າ ດາວ​ທຽມ​ນີ້​ແມ່ນ​ແນ​ໃສ່​ເພື່ອ​ຕິດ​ຕາມ​ເບິ່ງ​ການ​ຊ້ອມ​ລົບ​ຮ່ວມ ໂດຍ​ອ້າງ​ເຖິງ​ຄວາມ​ຈຳ​ເປັນ​ທີ່​ຈະ​ຕ້ອງ​ໄດ້​ກວດ​ກາ​ເບິ່ງ​ສະ​ຫະ​ລັດ ແລະ​ພັນ​ທະ​ມິດ “ຕາມ​ເວ​ລາ​ທີ່​ເປັນ​ຈິງ.”

ແຕ່​ແນວ​ໃດ​ກໍ​ຕາມ ທຳ​ນຽບ​ຂາວ​ຢືນ​ຢັດ​ວ່າ ຄວາມ​ລົ້ມ​ແຫຼວ​ໃນ​ການ​ສົ່ງ​ແມ່ນ​ພົວ​ພັນ​ກັບ​ເທັກ​ໂນ​ໂລ​ຈີ​ໂດຍ​ກົງ ​ທີ່​ກ່ຽວ​ຂ້ອງ​ກັບ​ ໂຄງ​ການ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ
​ຂ້າມ​ທະ​ວີບ ຊຶ່ງ​ໄດ້​ຖືກ​ຫ້າມ​ໂດຍ​ມະ​ຕິ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ. ນອກນັ້ນ​ນັກ

ສັງ​ເກດ​ການຍັງ​ກ່າວ​ວ່າ ເທັກ​ໂນ​ໂລ​ຈີ​ ໃນ​ການ​ຕິດ​ຕາມ​ສອດ​ແນມ ​ທີ່​ກ່າວ​ອ້າງ​ໂດຍ​ພຽງ​ຢາງນັ້ນ ອາດ​ເປັນ​ໄປ​ໄດ້​ ເພື່ອ​ລະ​ບຸ​ເປົ້າ​ໝາຍ​ຕ່າງໆ​ໃນ​ກໍ​ລະ​ນີ​ທີ່​ເກີດ​ສົງ​ຄາມ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG