ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສຫລ ປະນາມ ການຄາດຕະກຳ ພວກອາສາ ສະໝັກກູ້ໄພ ຊີເຣຍ ໝວກຂາວ 7 ຄົນ


ພວກພະນັກງານກູ້ໄພ White Helmets ປະຕິບັດການ ຢູ່ສະຖານທີ່ເກີດການໂຈມຕີ ຢູ່ໃນຄຸ້ມ airstrikes in the al-Sakhour ຂອງພາກສ່ວນທີ່ປົກຄອງໂດຍກຸ່ມຕໍ່ຕ້ານ
ລັດຖະບານ ທາງພາກຕາເວັນອອກ ຂອງ Aleppo, ປະເທດ
ຊີເຣຍ, ວັນທີ 21 ກັນ 2016.
ພວກພະນັກງານກູ້ໄພ White Helmets ປະຕິບັດການ ຢູ່ສະຖານທີ່ເກີດການໂຈມຕີ ຢູ່ໃນຄຸ້ມ airstrikes in the al-Sakhour ຂອງພາກສ່ວນທີ່ປົກຄອງໂດຍກຸ່ມຕໍ່ຕ້ານ ລັດຖະບານ ທາງພາກຕາເວັນອອກ ຂອງ Aleppo, ປະເທດ ຊີເຣຍ, ວັນທີ 21 ກັນ 2016.

ສະຫະລັດ ປະນາມ ການຄາດຕະກຳ ສະມາຊິກໜ່ວຍກູ້ໄພ ພົນລະເຮືອນໝວກຂາວ
ຫຼື White Helmet ຂອງຊີເຣຍ 7 ຄົນ ຢູ່ໃນແຂວງ Idlib ຂອງຊີເຣຍ ທີ່ຄວບຄຸມໂດຍ ພວກຕໍ່ຕ້ານລັດຖະບານ.

ໂຄສົກກະຊວງການຕ່າງປະເທດ ທ່ານນາງ Heather Nauert ເອີ້ນການຄາດຕະກຳ
ນັ້ນວ່າ ເປັນທີ່ໜ້າໂສກເສົ້າ ແລະ ສະຫຍອງຂວັນ.

ທ່ານນາງກ່າວໃນຖະແຫລງການສະບັບນຶ່ງວ່າ “ການກະທຳທີ່ຂີ້ຂາດຕາຂາວເຫຼົ່ານັ້ນ
ຂອງພວກຄາດຕະກອນ ທີ່ປິດບັງໜ້າຕາດ້ວຍໜ້າກາກ ໄດ້ເອົາຊີວິດ ຂອງພວກ
ພົນລະເຮືອນອາສາສະໝັກ ຜູ້ທີ່ເຮັດວຽກຢ່າງບໍ່ຮູ້ຈັກເມື່ອຍ ໃນຖານະເປັນຜູ້ທຳອິດ
ທີ່ເຂົ້າໄປຊ່ອຍຊີວິດຜູ້ຄົນ ໃນສະພາບການທີ່ອັນຕະລາຍທີ່ສຸດ.”

ທ່ານນາງ Nauert ກ່າວວ່າ ສະຫະລັດ ສົ່ງຄວາມໂສກເສົ້າເສຍໃຈ ໄປຍັງຄອບຄົວ
ຂອງພວກອາສາສະໝັກເຫຼົ່ານັ້ນ ທີ່ທ່ານນາງເອີ້ນວ່າເປັນ “ວິລະຊົນ” ແລະ ຫວັງວ່າ
ພວກເຂົາເຈົ້າ ຈະໄດ້ຮັບຄວາມຍຸຕິທຳ.

ໜ່ວຍກູ້ໄພໝວກຂາວ ກ່າວວ່າ ພວກມືປືນທີ່ບໍ່ຊາບຝ່າຍ ໄດ້ຍິງສັງຫານ ພວກສະມາ
ຊິກກູ້ໄພ 7 ຄົນ ໃນລະຫວ່າງການບຸກຈູ່ໂຈມ ຫ້ອງການຂອງພວກເຂົາເຈົ້າ ເມື່ອວັນ
ເສົາ ຜ່ານມານີ້ ຢູ່ໃນເມືອງ Sarmin ທາງກ້ຳຕາເວັນຕົກຂອງເມືອງ Idlib. ລົດຕູ້ສອງ
ຄັນ ພວກໝວກຂາວຈຳນວນນຶ່ງ ທີ່ລະບຸວ່າ ເປັນອາສາສະໝັກ ແລະ ເຄື່ອງສື່ສານ
ໄລຍະໄກ້ ໄດ້ຖືກລັກເອົາໄປ.

ບໍ່ມີຜູ້ໃດອອກມາອ້າງເອົາຄວາມຮັບຜິດຊອບ. ແຂວງ Idlib ແມ່ນຢູ່ໃນການຄວບຄຸມ
ຂອງກຸ່ມຕໍ່ຕ້ານລັດຖະບານຂອງຊີເຣຍ ທີ່ເອີ້ນວ່າ Hayat Tahrir al-Sham. ພວກ
ດັ່ງກ່າວ ໄດ້ປະນາມ ອັນທີ່ຕົນເອີ້ນວ່າ “ອາຊະຍາກຳທີ່ຮ້າຍກາດ” ໂດຍປະຕິຍານ
ວ່າ ຈະຕາມລ່າຫາພວກຄາດຕະກອນເຫຼົ່ານັ້ນ ແລະໃຫ້ຄຳໝັ້ນສັນຍາວ່າ ຈະປົກປ້ອງ
ພວກໝວກຂາວ.

ກຸ່ມໝວກຂາວ ເປັນພະນັກງານກູ້ໄພພົນລະເຮືອນ ຜູ້ທີ່ອາສາສະໝັກ ຟ້າວແລ່ນເຂົ້າ
ໄປຊ່ອຍດຶງເອົາພວກພົນລະເຮືອນ ອອກຈາກຕຶກອາຄານຕ່າງໆ ທີ່ຖືກໂຈມຕີດ້ວຍ
ລະເບີດ ຢ່າງບໍ່ລັ່ງເລໃຈເລີຍ ຢູ່ໃນພື້ນທີ່ປົກຄອງໂດຍກຸ່ມຕໍ່ຕ້ານລັດຖະບານ.

ຫຼາຍຄົນໄດ້ເສຍຊີວິດ ໃນລະຫວ່າງປະຕິບັດໜ້າທີ່. ພວກເຂົາເຈົ້າມີຊື່ສຽງໃນທົ່ວໂລກ
ຫຼັງຈາກທີ່ພວກເຂົາເຈົ້າ ໄດ້ຖືກສະເໜີຊື່ ໃຫ້ໄດ້ຮັບລາງວັນ Nobel ຂະແໜງສັນຕິພາບ.

ເຖິງແມ່ນວ່າ ພວກເຂົາຈະຖືກຕຳນິ ວ່າສະໜັບສະໜູນ ພວກຕໍ່ຕ້ານລັດຖະບານ ກໍຕາມ ກຸ່ມມວກຂາວ ຢືນຢັດວ່າ ພວກເຂົາເຈົ້າ ບໍ່ເຂົ້າຂ້າງຝ້າຍໃດ ໃນສົງຄາມນີ້.

Syria White Helmets
please wait
Embed

No media source currently available

0:00 0:01:15 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG