ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ປະນາມ ການສັງຫານ ພົນລະເມືອງເທີກີ ຢູ່ໃນພາກເໜືອຂອງອີຣັກ


ໂຄສົກກະຊວງການຕ່າງປະເທດ ທ່ານເນດ ໄພຣສ໌ (Ned Price) ກ່າວຢູ່ທີ່ກອງປະຊຸມຖະແຫລງຂ່າວ ຢູ່ທີ່ກະຊວງການຕ່າງປະເທດໃນນະຄອນຫຼວງ ວໍຊິງຕັນ, ວັນອັງຄານ ທີ 2 ກຸມພາ 2021. (Nicholas Kamm/Pool via AP)
ໂຄສົກກະຊວງການຕ່າງປະເທດ ທ່ານເນດ ໄພຣສ໌ (Ned Price) ກ່າວຢູ່ທີ່ກອງປະຊຸມຖະແຫລງຂ່າວ ຢູ່ທີ່ກະຊວງການຕ່າງປະເທດໃນນະຄອນຫຼວງ ວໍຊິງຕັນ, ວັນອັງຄານ ທີ 2 ກຸມພາ 2021. (Nicholas Kamm/Pool via AP)

ສະຫະລັດໄດ້ປະນາມການສັງຫານ ພົນລະເມືອງເທີກີ 13 ຄົນໂດຍກຸ່ມຫົວຮຸນແຮງຊາວເຄີດ ຢູ່ໃນພາກເໜືອຂອງອີຣັກ.

“ສະຫະລັດສະແດງຄວາມເສົ້າສະຫລົດໃຈນໍາການເສຍຊີວິດຂອງພົນລະເມືອງຊາວເທີກີ ຢູ່ໃນຂົງເຂດເຄີດດິສຖານຂອງອີຣັກ” ໂຄສົກຂອງກະຊວງການຕ່າງ ປະເທດສະຫະລັດ ທ່ານເນດ ໄພຣສ໌ ໄດ້ກ່າວໃນຖະແຫລງການເມື່ອແລງວັນອາທິດວານນີ້. ທ່ານໄພຣສ໌ ກ່າວຕື່ມວ່າ “ພວກເຮົາຢືນຄຽງຂ້າງກັບເທີກີທີ່ເປັນ ພັນທະມິດອົງການເນໂຕ້ຂອງພວກເຮົາ ແລະຂໍສະແດງຄວາມເສຍໃຈຂອງພວກເຮົາຕໍ່ບັນດາຄອບຄົວຜູ້ທີ່ໄດ້ສູນເສຍສະມາຊິກຄອບຄົວ ໃນການສູ້ລົບເມື່ອບໍ່ດົນມານີ້.”

ລັດຖະມົນຕີກະຊວງປ້ອງກັນປະເທດຂອງເທີກີ ທ່ານຮູລູຊີ ອາຄາຣ ໄດ້ກ່າວເມື່ອຕອນເຊົ້າວັນອາທິດວານນີ້ ວ່າ ພວກຜູ້ເຄາະຮ້າຍ ໄດ້ຖືກລັກພາຕົວໄປ ແລະຖືກສັງຫານໂດຍພວກສະມາຊິກພັກກຳມະກອນເຄີດິສຖານ ຫຼື PKK.

ທ່ານອາຄາຣ ໄດ້ກ່າວວ່າ ສົບຂອງພວກເຂົາໄດ້ຖືກພົບເຫັນຢູ່ໃນຂົງເຂດກາຣາ ໃກ້ກັບເຂດຊາຍແດນ ລະຫວ່າງເທີກີແລະອີຣັກ ໃນລະຫວ່າງປະຕິບັດການຕໍ່ ຕ້ານ ກຸ່ມ PKK ຊຶ່ງກອງກໍາລັງຂອງເທີກີ ໄດ້ສັງຫານພວກຫົວຮຸນແຮງ 48 ຄົນ.

ຖະແຫລງການຢູ່ໃນເວັບໄຊ້ຂອງກຸ່ມ PKK ໄດ້ກ່າວວ່າ ຕົນຈັບໂຕພວກຊະເລີຍເສີກໄວ້ ທີ່ລວມມີ ເຈົ້າໜ້າທີ່ສືບລັບ ຕຳຫຼວດ ແລະພົນທະຫານຂອງເທີກີແລະ ວ່າ ພວກເຂົາໄດ້ຖືກຂ້າຕາຍອັນເປັນຜົນຂອງການສູ້ລົບກັນ.

ເທີກີ ສະຫະລັດແລະສະຫະພາບຢູໂຣບ ໄດ້ລະບຸໃຫ້ກຸ່ມ PKK ເປັນກຸ່ມກໍ່ການຮ້າຍ. ມີຫຼາຍສິບພັນຄົນເສຍຊີວິດນັບຕັ້ງແຕ່ກຸ່ມດັ່ງກ່າວ ໄດ້ເລີ້ມຕົ້ນການໂຈມຕີກໍ່ກະບົດດ້ວຍອາວຸດຢູ່ໃນເຂດພາກຕາເວັນອອກສຽງໃຕ້ຂອງເທີກີທີ່ຊາວເຄີດອາ ໄສຢູ່ເປັນຫຼັກ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG