ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ປະນາມຕໍ່ການຮຽກຮ້ອງ ໃຫ້ຍົກຍ້າຍຊາວປາແລັສໄຕນ໌ ຂອງລັດຖະມົນຕີອິສຣາແອບ


ແຟ້ມຮູບ-ສະມາຊິກພັກຝ່າຍຂົວ Knesset ຂອງອິສຣາແອລ ທ່ານເບັນ ກເວຍr, ຊ້າຍ, ແລະ ທ່ານເບຊາເລລ ສໂມຕຣິຈ ປາກົດໃນລະຫວ່າງພິທີສາບານ ເພື່ອເປັນສະມາຊິກສະພາພັກ Knesset, ຫໍລັດຖະສະພາຂອງອິສຣາແອລ, ເຈຣູຊາແລັມin, ວັນທີ 15 ພະຈິກ 2022.
ແຟ້ມຮູບ-ສະມາຊິກພັກຝ່າຍຂົວ Knesset ຂອງອິສຣາແອລ ທ່ານເບັນ ກເວຍr, ຊ້າຍ, ແລະ ທ່ານເບຊາເລລ ສໂມຕຣິຈ ປາກົດໃນລະຫວ່າງພິທີສາບານ ເພື່ອເປັນສະມາຊິກສະພາພັກ Knesset, ຫໍລັດຖະສະພາຂອງອິສຣາແອລ, ເຈຣູຊາແລັມin, ວັນທີ 15 ພະຈິກ 2022.

ສະຫະລັດ​, ໃນ​ວັນ​ອັງຄານ​ວານ​ນີ້​ໄດ້​ສະແດງການຕອບໂຕ້ຕໍ່​ລັດຖະມົນຕີ​ອິສຣາ​ແອ​ລສອງ​ທ່ານ ທີ່​ກ່າວ​ວ່າ ຊາວ​ປາ​ແລັ​ສ​ໄຕນ໌​ ຄວນ​ໄດ້​ຮັບ​ການຜັກດັນໃຫ້​ອົບ​ພະຍົບ​ອອກ​ຈາກຂົງ​ເຂດ​ກາຊາ ​ແລະ​ຄວນໃຫ້​ຊາວ​ຢິວ​ກັບ​ຄືນໄປຕັ້ງຖິ່ນຖານ​ໃນ​ເຂດ​ທີ່​ຖືກ​ປິດ​ລ້ອມນັ້ນ, ອີງຕາມລາຍງານຂອງອົງການຂ່າວ AFP.

ໂຄສົກກະຊວງການຕ່າງປະເທດ ທ່ານແມັດທິວ ມີລເລີ ກ່າວວ່າ ວໍຊິງຕັນ “ປະ ຕິເສດຕໍ່ຖະແຫຼງການ ເມື່ອບໍ່ນານມານີ້ຂອງລັດຖະມົນຕີອິສຣາແອລ ທ່ານເບຊາເລລ ສໂມຕຣິຈ (Bezalel Smotrich) ແລະ ທ່ານອິຕາມາ ເບັນ ກເວຍ (Itamar Ben Gvir) ທີ່ສະໜັບສະໜຸນການຍົກຍ້າຍຊາວປາແລັສໄຕນ໌ ໄປຕັ້ງຖິ່ນຖານໃໝ່ນອກເຂດກາຊາ.”

ທ່ານ ມີລເລີ ກ່າວ​ຕື່ມ​ວ່າ “ຄຳ​ເວົ້າດັ່ງກ່າວ​ນີ້ ​ເປັນ​ຄໍາເວົ້າທີ່ຮ້າຍແຮງ ​ແລະ​ບໍ່​ມີ​ຄວາມ​ຮັບ​ຜິດ​ຊອບ,” ທ່ານກ່າວຊໍ້າແລ້ວຊໍ້າອີກ​ວ່າ ສະຖານະພາບ ຂອງສະຫະ ລັດ ແມ່ນ “ແຈ່ມ​ແຈ້ງ, ໝັ້ນຄົງ ແລະແນ່ນອນ” ວ່າ “ຂົງເຂດກາຊາ ແມ່ນ​ດິນ​ແດນຂອງຊາວປາແລັສໄຕນ໌ ແລະ​ຈະ​ຍັງ​ຄົງ​ເປັນ​ດິນ​ແດນ ຂອງປາແລັສໄຕນ໌ຕະຫຼອດໄປ ເຊິ່ງຈະ​ບໍ່​ມີການຄວບ​ຄຸມ​ໂດຍພວກຫົວຮຸນແຮງຮາມາສໃນອະນາ ຄົດຂ້າງໜ້າ ແລະຈະ​ບໍ່​ມີ​ກຸ່ມກໍ່ການຮ້າຍໃດໆ ສາມາດເປັນໄພຄຸກຄາມຕໍ່ອິສຣາແອລໄດ້ອີກ."

ທ່ານ ເບັນ ກເວຍ, ຜູ້ທີ່ເປັນລັດຖະມົນຕີ ກະຊວງຮັກສາຄວາມໝັ້ນຄົງ ແຫ່ງຊາດຂອງອິສຣາແອລ, ດໍາເນີນການຮຽກຮ້ອງໃນວັນຈັນແລ້ວນີ້ກ່ຽວກັບ "ການແກ້ໄຂເພື່ອໃຫ້ມີການຜັກດັນອົບພະຍົບປະຊາຊົນທີ່ອາໄສຢູ່ໃນເຂດກາຊາອອກໄປ."

ອິສຣາແອລ ໄດ້ຖອນທະຫານຂອງຕົນຝ່າຍດຽວ ແລະພວກຕັ້ງຖິ່ນຖານໃນເຂດກາຊາອອກ​ໄປຄັ້ງສຸດທ້າຍແມ່ນໃນປີ 2005, ເຊິ່ງເປັນການຍຸຕິການ​ມີ​ໜ້າ ໃນເຂດກາຊາ ທີ່ເລີ້ມຕົ້ນຂຶ້ນໃນປີ 1967 ນັ້ນລົງ, ແຕ່ຍັງຄົງຮັກສາການຄວບຄຸມຊາຍແດນດັ່ງ​ກ່າວ​ເກືອບທັງໝົດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG