ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ປະນາມການປະຫານຊີວິດ ທີ່ເຊື່ອມໂຍງກັບການປະທ້ວງຂອງ ອີຣ່ານ


ແຟ້ມ- ຜູ້ປະທ້ວງ ພາກັນຍ່າງພິທີເຄົາລົບຊາວອີຣ່ານ ທີ່ຖືກກ່າວວ່າ ຖືກສັງຫານໂດຍລັດຖະບານອີຣ່ານ ໃນລະຫວ່າງການໂຮມຊຸມນຸມ ເພື່ອສະໜັບສະໜຸນການປະທ້ວງຢ່າງຕໍ່ເນື່ອງໃນອີຣ່ານ ຢູ່ທີ່ສູນກາງການຄ້າແຫ່ງຊາດ, ວັນທີ 17 ທັນວາ 2022, ໃນນະຄອນຫຼວງວໍຊິງຕັນ.
ແຟ້ມ- ຜູ້ປະທ້ວງ ພາກັນຍ່າງພິທີເຄົາລົບຊາວອີຣ່ານ ທີ່ຖືກກ່າວວ່າ ຖືກສັງຫານໂດຍລັດຖະບານອີຣ່ານ ໃນລະຫວ່າງການໂຮມຊຸມນຸມ ເພື່ອສະໜັບສະໜຸນການປະທ້ວງຢ່າງຕໍ່ເນື່ອງໃນອີຣ່ານ ຢູ່ທີ່ສູນກາງການຄ້າແຫ່ງຊາດ, ວັນທີ 17 ທັນວາ 2022, ໃນນະຄອນຫຼວງວໍຊິງຕັນ.

ໃນວັນຈັນວານນີ້ ເຈົ້າໜ້າທີ່ຂອງສະຫະລັດ ໄດ້ປະນາມການປະຫານຊີວິດນັກໂທດສອງຄົນຂອງອີຣ່ານ ທີ່ພົວພັນກັບການປະທ້ວງຕໍ່ຕ້ານລັດຖະບານ, ແລະໄດ້ສະແດງຄວາມກັງວົນວ່າ ໃນໄວໆນີ້ ອີຣ່ານອາດຈະເຮັດໃຫ້ມີຜູ້ເສຍຊີວິດຫຼາຍຂຶ້ນ ລຸນຫຼັງການພິຈາລະນາຄະດີທີ່ບໍ່ເປັນທໍາ ເຊິ່ງເປັນສ່ວນຫນຶ່ງຂອງການປາບປາມຜູ້ປະທ້ວງ.

ໂຄສົກກະຊວງການຕ່າງປະເທດຂອງສະຫະລັດ ທ່ານເນດ ໄພຣ​ສ໌ ບອກກັບບັນດານັກຂ່າວວ່າ ສະຫະລັດໄດ້ປະນາມການປະຫານຊີວິດຂອງທ້າວໂມຮໍາມາດ ເມດີ ຄາຣາມີ (Mohammad Mehdi Karami) ແລະ ທ້າວໂມຮໍາມາດ ໂຮສເຊນີ (Mohammad Hosseini) ວ່າ “ຢູ່ໃນໄລຍະທີ່ຮຸນແຮງທີ່ສຸດ.”

ອີຣ່ານກ່າວວ່າ ພວກເຂົາໄດ້ປະຫານຊີວິດຜູ້ຊາຍສອງຄົນໃນວັນເສົາທີ່ຜ່ານມາ ລຸນຫຼັງທີ່ພວກເຂົາເຈົ້າໄດ້ຖືກຕັດສິນວ່າມີຄວາມຜິດ ໃນຂໍ້ຫາສັງຫານສະມາຊິກ​ຂອງກໍາລັງ ບາສິຈ (Basij) ​ເຊຶ່ງ​ເປັນ​ກຳ​ລັ​ງ​ພິ​ທັກປະຕິວັດ​ຂອງ​ອີ​ຣ່ານ ຢູ່ໃນໂຕເມືອງຄາຣາຈ ໃນຊ່ວງຕົ້ນເດືອນພະຈິກທີ່ຜ່ານມາ.

ທ່ານໄພຣ ກ່າວວ່າ “ຢ່າງໜ້ອຍ ການປະຫານຊີວິດດັ່ງກ່າວ ກໍເປັນສ່ວນປະ ກອບອັນສໍາຄັນຢູ່ໃນການປະເມີນກ່ຽວກັບ ຄວາມພະຍາຍາມທີ່ໂຫດຮ້າຍຂອງເຈົ້າໜ້າທີ່ອີຣ່ານ, ຄວາມພະຍາຍາມທີ່ໂຫດຮ້າຍຂອງພວກເຂົາ ເພື່ອປາບປາມການປະທ້ວງທີ່ສັນຕິຂອງປະຊາຊົນ ເຊິ່ງເລີ້ມຕົ້ນຂຶ້ນໃນເດືອນກັນຍາທີ່ຜ່ານມາ ເນື່ອງຈາກການເສຍຊີວິດຂອງນາງມາຊາ ອາມີນີ ທີ່ຖືກຄວບຄຸມໂດຍພວກທີ່ຮ້ອງວ່າ ຕໍາຫຼວດສິນທໍາ.”

ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງທໍານຽບຂາວ ທ່ານເຈັກ ຊູລລີວານ ກ່າວກັບນັກຂ່າວວ່າ ການປະຫານຊີວິດດັ່ງກ່າວນັ້ນ ເປັນຕົວຢ່າງຫຼ້າສຸດຂອງ “ຄວາມໂຫດຮ້າຍປ່າເຖື່ອນ ຂອງລັດຖະບານຢູ່ໃນອີຣ່ານ ທີ່ໄດ້ທໍາລາຍກຽດ ແລະສັກສີ, ອິດສະຫຼະພາບໃນການປາກເວົ້າ ຂອງປະຊາຊົນພວກເຂົາເອງ, ແລະໃນກໍລະນີນີ້ ຄືຊີວິດຂອງພວກເຂົ້າເຈົ້າ.”

ທ່ານຊູລລີວານກ່າວວ່າ ເພື່ອເປັນການຕອບໂຕ້ ສະຫະລັດ ຈະສືບ​ຕໍ່ “ກໍານົດ​ການ​ລົງ​ໂທດ​ທາງ​ດ້ານ​ການ​ເງິນ ແລະຜົນກະທົບທີ່ຈະຕາມມາ” ຢູ່ໃນອີຣ່ານ, ແຕ່ນັ້ນ ສະຫະລັດຈະ “ສືບ​ຕໍ່ພະຍາຍາມຊ່ວຍເຫຼືອປະຊາຊົນຊາວອີຣ່ານຕໍ່ໄປ ເພື່ອໃຫ້ພວກເຂົາເຈົ້າສາມາດຕິດຕໍ່ສື່ສານທັງຢູ່ພາຍໃນ ແລະຕ່າງປະເທດ ໄດ້ຢ່າງມີປະສິດຕິພາບ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG