ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສຫລ ປະນາມ ການໂຈມຕີ ຢູ່ວັດຄາໂທລິກ ໃນປະເທດຝຣັ່ງ


France Attack
please wait
Embed

No media source currently available

0:00 0:02:24 0:00

ກຸ່ມລັດ​ອິສລາມ​ໄດ້​ອ້າງ​ວ່າ “ທະຫານ” ຂອງຕົນ​ສອງ​ຄົນ​ ເປັນ​ຜູ້​ທຳ​ການ​ໂຈມ​ຕີ​ໃນ​ວັນ​ອັງ ຄານ​ວານ​ນີ້ ຢູ່​ວັດ​ຄາ​ໂທ​ລິກ ​ໃນ​ເມືອງ Normandy ປະເທດ​ຝຣັ່ງ ບ່ອນ​ທີ່​ພວກເຂົາ​ໄດ້​ສັງຫານຄຸນ​ພໍ່ອົງ​ນຶ່ງ ຫລັງ​ຈາກ​ໄດ້​ຈັບເພິ່ນ ເປັນ​ໂຕ​ປະກັນ​ໂດຍ​ການເອົາ​ມີດ​ຈີ້.

ສະຫະລັດ​ ໄດ້​ປະ​ນາມ “​ດ້ວຍ​ຄຳ​ເວົ້າ​ທີ່​ແຮງ​ສຸດ” ຕໍ່ການ​ໂຈມ​ຕີ​ທີ່ “ໂຫດຮ້າຍ”​ແລະ​ໄດ້​ສ​ະ​ແດງ​ຄວາ​ມ​ເສົ້າ​ສະ​ຫລົດ​ໃຈ​ຕໍ່ຄອບຄົວ ​ແລະ​ບັນດາ​ໝູ່​ເພື່ອນຂອງ​ຄຸນ​ ​ພໍ່ Jacques Hamel ທີ່​ໄດ້ຖືກ​ຄົນ​ຮ້າຍ​ສັງຫານແລະ​ບັນດາອອກ​ຕົນຍາດ​ໂຍມ ຂອງ​ວັດ Saint-Etienne-du-Rouvray.​ ໂຄສົກ​ ສະພາ​ຄວາມໝັ້ນຄົງແຫ່ງ​ຊາດຂອງ​ສະຫະລັດ ທ່ານ Ned Price ກ່າວ​ວ່າ “ຝຣັ່ງ ​ແລະ​ສະຫະລັດມີ​ຄວາມ​ໝັ້ນ​ໝາຍຮ່ວມ​ກັນ ​ທີ່​ຈະປົກ​ປ້ອງ​ສິດເສລີພາບ​ດ້ານສາສະໜາ ໃຫ້ແກ່​ບັນ​ດາຜູ້ເຊື່ອ​ຖືຂອງ​ທຸກໆ​ສາສະໜາ ​ແລະ​ຄວາມ​ຮຸນ​ແຮງ​ມື້​ນີ້​ຈະ​ບໍ່​ເຮັດ​ໃຫ້ຄວາມ​ໝັ້ນ​ໝາຍດັ່ງກ່າວ​ສັ່ນ​ຄອນ.

ປະ​ທາ​ນາ​ທິບໍດີຝຣັ່ງທ່ານ Francois Hollande ​ໄດ້ໄປຢ້ຽມຢາມ​ບ່ອນ​ທີ່ຖືກ​ໂຈມ​ຕີ ຊຶ່ງ​ເປັນ​ເມືອງ​ໃນ​ພາກ​ເໜືອຂອງ​ປະ​ເທດ ​ໃນ​ວັນ​ອັງຄານ​ວານ​ນີ້ ​ແລະ​ກ່າວ​ວ່າ ພວກ​ໂຈມ​ຕີ​ໄດ້​ປະຕິຍາ​ນທີ່​ຈະ​ຈົງ​ຮັກ​ພັກດີ​ຕໍ່ກຸ່ມລັດ​ອິສລາມ ຫລື IS ກ່ອນ​ຖືກ​ຍິງ​ຕາຍ​ໂດຍ​ຕຳຫລວດ.

ບັນດາ​ເຈົ້າ​ໜ້າ​ທີ່​ຕຳຫລວດ​ຝຣັ່ງ ກ່າວ​ວ່າ ຜູ້​ໂຈມ​ຕີ​ສອງ​ຄົນ​ໄດ້​ປາດ​ຄໍ​ຄຸນ​ພໍ່​ອາຍຸ 84 ປີ ກ່ອນ​ຕຳຫລວດ​ສາມາດ​ເຂົ້າແຊກ​ແຊງ. ປະທານາທິບໍດີ Hollande ​ໄດ້​ປະນາມ​ການ​ສັງຫານນີ້​ວ່າ ​ເປັນ “ການ​ກໍ່​ການ​ຮ້າຍ​ທີ່​ປ່​າ​ເຖື່ອນ.”

ຕຳ​ຫລວດ​ກ່າວ​ວ່າ ອີກ​ຄົນ​ນຶ່ງ​ທີ່ໄດ້​ຈັບ​ໂຕ​ປະກັນຢູ່​ວັດ​ດັ່ງກ່າວ​ແມ່ນ​ຢູ່​ໃນ​ສະພາບ “​ເຄິ່ງ​ຕາຍ​ເຄິ່ງຍັງ​ມີ​ຊີວິດ​ຢູ່” ຫລັງ​ຈາກ​ການ​ໂຈມ​ຕີ. ຕຳຫຼວດ​ກ່າວ​ວ່າ ພວກ​ໂຈມ​ຕີ​ແມ່ນ​ໃຜ​ນັ້ນ ​ຍັງ​ບໍ່​ເປັນ​ທີ່​ຊາບ​ໄດ້.

ພະ​ສັນຕະປາປາ Francis ​ກໍໄດ້​ປະນາມ ​ການ​ໂຈມ​ຕີ​ຕໍ່​ວັດ​ສາສະໜາ Roman Catholic ດັ່ງກ່າວ​ນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG