ສະຫະລັດ ໄດ້ທໍາການປະນາມການຊ້ອມລົບທີ່ “ອັນຕະລາຍ” ຂອງເຮືອບິນເຮລິຄັອບເຕີກອງທັບເຮືອຈີນ ທີ່ເປັນອັນຕະລາຍຕໍ່ຄວາມປອດໄພຂອງເຮືອບິນລັດຖະບານຟີລິບປິນ ທີ່ບິນລາດຕະເວນຢູ່ຫາດຊາຍທີ່ມີຂໍ້ພິພາດກັນ ໃນຂົງເຂດທະເລຈີນໃຕ້, ຈາກການກ່າວຂອງເອກອັກຄະລັດຖະທູດສະຫະລັດປະຈຳນະຄອນຫຼວງມະນີລາ ໃນວັນພຸດມື້ນີ້.
ໃນຖະແຫຼງການສະບັບນຶ່ງທີ່ໂພສລົງສື່ສັງຄົມ X, ເອກອັກຄະລັດຖະທູດສະຫະລັດ ທ່ານນາງ ແມຣີເຄ ຄາລຣ໌ສັນ (MaryKay Carlson) ຍັງໄດ້ຮຽກຮ້ອງໃຫ້ ຈີນ “ຫຼີກລ່ຽງການກະທຳທີ່ເປັນການບີບບັງຄັບ ແລະແກ້ໄຂຂໍ້ພິພາກດດ້ວຍສັນຕິວິທີ ຕາມກົດໝາຍລະຫວ່າງປະເທດ.”
ຟີລິບປິນກ່າວໃນຕອນແລງຂອງວັນອັງຄານວານນີ້ວ່າ ຕົນໄດ້ຮັບ “ການລົບກວນຢ່າງຮຸນແຮງ” ໂດຍການບິນຂອງກອງທັບເຮືອຈີນ “ທີ່ບໍ່ເປັນວິຊາການ ແລະບໍ່ເປັນລະບຽບ,” ເຊິ່ງຕົນຈະທຳການປະທ້ວງທາງການທູດ.
ໜ່ວຍຍາມຝັ່ງຂອງມະນີລາກ່າວວ່າ ເຮືອບິນເຮລິຄັອບເຕີ້ຂອງກອງທັບເຮືອຈີນ ໄດ້ທຳການຊ້ອມຮົບທີ່ເປັນອັນຕະລາຍ ໃນເວລາທີ່ພວກເຂົາບິນເຂົ້າໃກ້ກັບເຮືອບິນຂອງລັດຖະບານທີ່ກໍາລັງປະຕິບັດການເຝົ້າລະວັງຢູ່ເໜືອ ຫາດຊາຍ ສກາໂບໂຣ, ເຊິ່ງເປັນການທະທໍາທີ່ເປັນອັນຕະລາຍຕໍ່ຊີວິດຂອງນັກບິນ ແລະຜູ້ໂດຍສານ.
ຈີນ ໄດ້ໂຕ້ແຍ້ງຕໍ່ຄໍາເວົ້າຂອງຝ່າຍຟີລິບປິນ, ໂດຍກ່າວໃນວັນອັງຄານວານນີ້ວ່າ ເຮືອບິນຂອງ ຟີລິບປິນ “ໄດ້ລ່ວງລ້ຳຢ່າງຜິດກົດໝາຍ” ເຂົ້າໄປໃນເຂດນ່ານຟ້າຂອງ ຈີນ, ແລະໄດ້ກ່າວຫາປະເທດເພື່ອນບ້ານໃນເອເຊຍຕາເວັນອອກສຽງໃຕ້ແຫ່ງນີ້ວ່າ “ເຜີຍແຜ່ເລື້ອງລາວທີ່ບໍ່ຖືດຕ້ອງ.”
ຫາດຊາຍ ສກາໂບໂຣ ຖືກຕັ້ງຊື່ຕາມກຳປັ່ນອັງກິດລຳນຶ່ງທີ່ຈອດທຽບຢູ່ເກາະແນວຫິນປະກາລັງປະມານ 3 ສະຕະວັດທີ່ຜ່ານມາ, ຫາດຊາຍແຫ່ງນີ້ ແມ່ນນຶ່ງໃນນ່ານນໍ້າທາງທະເລທີ່ມີຄວາມຂັດແຍ້ງກັນຫຼາຍທີ່ສຸດໃນຂົງເຂດທະເລຈີນໃຕ້, ເຊິ່ງບ່ອນທີ່ ປັກກິ່ງ ແລະ ມະນີລາ ມັກມີການປະທະກັນຊ້ຳແລ້ວຊ້ຳອີກ.
ສະພາການເດີນທະເລຂອງປະເທດກ່າວໃນຖະແຫຼງການສະບັບນຶ່ງ ໂດຍໃຊ້ຊື່ຂອງມະນິລາເປັນຊື່ເກາະປະກາລັງວ່າ “ຟີລິບປິນ ມີອໍານາດອະທິປະໄຕ ແລະສິດທິທາງອໍານາດທີ່ບໍ່ອາດປະຕິເສດໄດ້ຕໍ່ເກາະ ບາໂຮ ເດີ ມາຊິນລັອກ (Bajo de Masinloc) ແຫ່ງນີ້.”
ຈີນ ອ້າງເອົາອະທິປະໄຕເກືອບທັງໝົດຢູ່ຂົງເຂດທະເລຈີນໃຕ້, ເຊິ່ງເປັນເສັ້ນທາງທາງນໍ້າທີ່ສຳຄັນ ສໍາລັບການຄ້າທາງເຮືອໃນມູນຄ່າຫຼາຍກວ່າ 3 ພັນຕື້ໂດລາຕໍ່ປີ, ທີ່ຂັດແຍ້ງກັບ ບຣູໄນ, ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ ແລະຫວຽດນາມ.
ມີການຕັດສິນຊີ້ຂາດໃນຂໍ້ພິພາດ ຕໍ່ການຮຽກຮ້ອງທີ່ກວ້າງຂວາງຂອງ ຈີນ ໃຫ້ເປັນໂມຄະໃນປີ 2016, ແຕ່ ປັກກິ່ງ ບໍ່ຮັບຮູ້ຕໍ່ຄຳຕັດສິນດັ່ງກ່າວນີ້.
ຟໍຣັມສະແດງຄວາມຄິດເຫັນ