ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ປະນາມ ຄຳສັ່ງຫ້າມ ຂອງລັດຖະບານ ກຳປູເຈຍ


ບັນດາຜູ້ສະໜັບສະໜູນ ພັກກອບກູ້ຊາດກຳປູເຈຍ (CNRP) ໂບກທຸງ ໃນລະຫວ່າງ ການໂຄສະນາຫາສຽງ ທີ່ກຸງພະນົມເປັນ.
ບັນດາຜູ້ສະໜັບສະໜູນ ພັກກອບກູ້ຊາດກຳປູເຈຍ (CNRP) ໂບກທຸງ ໃນລະຫວ່າງ ການໂຄສະນາຫາສຽງ ທີ່ກຸງພະນົມເປັນ.
ສະຫະລັດໄດ້​ປະ​ນາມ ຄຳ​ສັ່ງ​ຂອງລັດຖະບານ​ກໍາປູ​ເຈັຍ ທີ່ຫ້າມ
ບໍ່​ໃຫ້​ສະຖານີວິທະຍຸ​ທ້ອງ​ຖິ່ນ ອອກ​ອາກາດ​ຂ່າວ​ຕ່າງໆ​ ຂອງສື່​
ມວນຊົນ​ຕ່າງປະ​ເທດ ໃນ​ໄລຍະ​ກ່ອນ​ການ​ເລືອກ​ຕັ້ງທົ່ວໄປ ​ໃນ​
ເດືອນກໍລະກົດນີ້.

​ໂຄສົກ​ກະຊວງ​ຕ່າງປະ​ເທດສະຫະລັດ ທ່ານ Patrick Ventrell
ກ່າວໃນ​ວັນ​ສຸກ​ວານ​ນີ້​ວ່າ ກະຊວງ​ຖະ​ແຫລ​ງຂ່າວ​ກໍາປູ​ເຈຍ ​ໄດ້​
ຄຳ​ສັ່ງ​ສະບັບ​ນຶ່ງ ​ຫ້າມ​ບໍ່​ໃຫ້ອອກ​ອາກາດ ລາຍການວິທະຍຸ ທີ່​
ຜະລິດ​ໂດຍ​ຕ່າງປະ​ເທດ ​ເປັນ​ເວລາ 31 ມື້ ກ່ອນ​ການ​ເລືອກ​ຕັ້ງ​
ໃນ​ວັນ​ທີ 28 ​ເດືອນກໍລະ​ກົດ. ຄໍ​າສັ່ງສະບັບ​ນີ້ຍັງ​ສັ່ງ​ໃຫ້​ສະຖານີ
ຕ່າງໆ ຢຸດ​ອອກລາຍ​ງານ​ກ່ຽວ​ກັບບັນດາ​ຊາວ​ຕ່າງປະ​ເທດທີ່​ມີ​ບົດບາດ ​ໃດ​ໆກໍ​ຕາມ ຢູ່​ໃນການ​ໂຄ​ສະ​ນາ​ຫາ​ສຽງ.

ທ່ານ Ventrell ຮ້ອງ​ຄໍາ​ສັ່ງ​ນີ້​ວ່າ ​ເປັນ​ການ​ຝ່າ​ຝືນ​ຢ່າງຮ້າຍ​ແຮງຕໍ່​ສິດ​ເສລີພາບ ​ໃນ​ດ້ານ​ການ​ຂ່າວ ທີ່ພາ​ເຮັດ​ໃຫ້​ເກີດ​ຄໍາ​ຖາມ​ຂຶ້ນມາວ່າ ການ​ປ່ອນ​ບັດທີ່​ວ່າ​ນີ້ຈະເປັນ​ໄປແບບເສຣີ ​ແລະ​ທ່ຽງ​ທໍາຫລື​ບໍ່?

ການ​ຫ້າມດັ່ງກ່າວ​ນີ້ ຈະມີ​ຜົນ​ກະທົບ​ຕໍ່ອົງການ​ຕ່າງໆ ​ດັ່ງ​ໂຕ​ຢ່າງວິທະຍຸ​ເອ​ເຊຍ​ເສຣີ ​ແລະ ວິທະຍຸ​ສຽງອາ​ເມຣິກາ.

ຫົວໜ້າ​ບັນນາທິການຂອງວີ​ໂອ​ເອ ທ່ານ Steve Redisch ​ໄດ້​ອອກຖະ​ແຫລງການສະບັບ​ນຶ່ງ ​ໃນ​ວັນ​ສຸກ​ວານ​ນີ້ ​ປະນາມ​ການ​ດຳ​ເນີນ​ຄວາມພະຍາຍາມໃດໆກໍ​ຕາມ ​ທີ່​ຈະ​ປິດ​ປາກ​ປິດສຽງຂອງສື່​ມວນ​ຊົນ.

ທ່ານ​ Redisch ກ່າວ​ວ່າ ຂ່າວ​ແລະ​ຂໍ້​ມູນ​ທີ່​ໜ້າ​ເຊື່ອ​ຖື ຖືກ​ຕ້ອງ ​ແລະ​ກໍ້າ​ເກິ່ງ ​ແມ່ນເປັນ​ສິ່ງ​ຈຳ​ເປັນທີ່​ສຸດ ກ່ອນ​ໜ້າການ​ເລືອກຕັ້ງ.

ວີ​ໂອ​ເອ ກໍາລັງ​ພິຈາລະນາ ​ທີ່​ຈະເພີ້​ມ​ການ​ອອກ​ອາກາດ​ໃນ​ລະ​ບົບຄື້ນສັ້ນຂອງ​ຕົນ ຊຶ່ງບໍ່​ມີ​ຜົນ​ກະທົບ​ໃດໆ ຈາກ​ການຫ້າມດັ່ງກ່າວ​ນີ້.
XS
SM
MD
LG