ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໔ ມິຖຸນາ ໒໐໒໓

ສະຫະລັດ ກ່າວປະນາມ ການໂຈມຕີ ໂຮງແຮມ ສອງແຫ່ງໃນ ໂຊມາລີ


ກຳລັງຮັກສາຄວາມປອດໄພ ແລະ ປະຊາຊົນເຕົ້າໂຮມກັນ ຢູ່ນອກ ໂຮງແຮມ Weheliye ຫຼັງຈາກຖືກໂຈມຕີໂດຍ ພວກຫົວຮຸນແຮງໃນເມືອງ Mogadishu, ໂຊມາລີ, 10 ກໍລະກົດ, 2015.

ສະຫະລັດ ກ່າວ​ວ່າ ຕົນ​ປະນາມ​ຢ່າງຮຸ​ນແຮງ​ ຕໍ່​ການ​ໂຈມ​ຕີໂຮງ​ແຮມ​ສອງແຫ່ງ ໂດຍ​ພວກ​ຫົວ​ຮຸນ​ແຮງ al-Shabab ເມື່ອ​ບໍ່​ດົນ​ມາ​ນີ້ ແລະ ທີ່ຕັ້ງຂອງທະຫານສະຫະພາບ ອາຟຣິກາ ໃນນະຄອນຫຼວງ Mogadishu ຂອງ ​ໂຊ​ມາລີ.

​ມີ​ຢ່າງ​ໜ້ອຍ 16 ຄົນ​ຖືກຂ້າ​ຕາຍ​ໃນ​ການ​ໂຈມ​ຕີ​ຫຼາຍ​ຄັ້ງຢູ່ໂຮງ​ແຮ​ມ Weheliye ​ແລະ Siyad ​ໃນ​ວັນ​ສຸກ​ທີ່​ຜ່ານ​ມາ.

ການ​ໂຈ​ມຕີ​ໃນ​ວັນ​ສຸກ​ທີ່​ຜ່ານ​ມາ​ລວ​ມ​ມີ​ການ​ຍິງ​ປືນ​ຄົກ​ໃສ່​ສະໜາມ​ກິລາ​ບານ​ເຕະ​ເກົ່າ, ​ເຊິ່ງຕອນ​ນີ້​ໃຊ້​ເປັນ​ຖານ​ທັບ​ທີ່​ສຳ​ຄັນ​ໃຫ້​ແກ່ ທະຫານສະຫະພາບ ອາຟຣິກາ. ​ໃນ​ການ​ໂຈມ​ຕີ​ດັ່ງກ່າວ​ບໍ່​ໄດ້​ມີ​ການ​ລາຍ​ງານ​ເຖິງ​ຄວາມ​ເສຍຫາຍ​ໃດ​ໆ.

ຖະ​ແຫຼງການ​ຂອງ​ກະຊວງ​ການ​ຕ່າງປະ​ເທດ ສະຫະລັດ ສະບັບ​ໜຶ່ງ​ໄດ້​ກ່າວ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ “ພວກ​ຫົວ​ຮຸນ​ແຮງ al-Shabab ອີກ​ຄັ້ງ​ໜຶ່ງ​ ໄດ້​ສະ​ແດງຄວາມໂຫດ​ຮ້າຍຂອງຕົນ ​ແລະ ການ​ປະຕິເສດ​ໂດຍ​ສິ້ນ​ເຊີງຕໍ່ສັງຄົມ​ ​ໂຊ​ມາລີ ທີ່ປາສະຈາກ​ຄວາມ​ຮຸນ​ແຮງ ​ແລະ ການ​ກົດ​ຂີ່​ຂູດ​ຮີດ.”

ຖະ​ແຫຼ​ງການ​ໄດ້​ກ່າ​ວ​ເພີ່ມ​ເຕີມ​ວ່າ “ສະຫະລັດ ຍັງ​ຄົງ​ໃຫ້​ຄຳ​ໝັ້ນ​ສັນຍາ​ທີ່​ຈະ​ເຮັດ​ວຽກ​ກັບ​ປະຊາຊົນ ​ໂຊ​ມາລີ, ລັດຖະບານ​ຂອງ​ພວກ​ເຂົາ​ເຈົ້າ, ​ແລະ ຄູ່​ຮ່ວມ​ສາກົນ​ເພື່ອ​ສືບ​ຕໍ່​ໃນ​ການພັດ​ທະ​ນາ, ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ ​ແລະ ຄວາມ​ມີ​ສະຖຽນ​ລະ​ພາບ.”

Somalia attack
please wait
Embed

No media source currently available

0:00 0:00:50 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG