ສະຫະລັດ ໄດ້ສະແດງຄວາມເປັນຫ່ວງ ກ່ຽວກັບການຈັບກຸມ
ອະດີດປະທານາ ທິບໍດີ Maldives ທ່ານ Mohammed
Nasheed ທີ່ປະເຊີນໜ້າ ກັບຂໍ້ຫາຕ່າງໆພາຍໃຕ້ກົດໝາຍ
ກໍ່ການຮ້າຍ ໃນປະເທດ ທີ່ຕັ້ງຢູ່ໃນເຂດມະຫາສະມຸດອິນ
ເດຍດັ່ງກ່າວ.
ທ່ານ Nasheed ໄດ້ຖືກຈັບທີ່ບ້ານພັກຂອງທ່ານ ໃນວັນອາ
ທິດທີ່ຜ່ານມາ ຢູ່ທີ່ນະຄອນຫລວງ Male ແລະໄດ້ຖືກກ່າວ
ຫາວ່າ ກັກຂັງໄອຍະການອະວຸໂສຄົນນຶ່ງ ເມື່ອສາມປີກ່ອນ
ໃນຂະນະທີ່ທ່ານເປັນປະທານາທິບໍດີ.
ໃນວັນຈັນວານນີ້ ຕຳຫລວດໄດ້ນຳໂຕທ່ານ Nasheed ໄປທີ່ສານເພື່ອຟັງການ ກ່າວຫາ
ຕໍ່ທ່ານ. ຕໍ່ມາ ທ່ານປາກົດວ່າໄດ້ຮັບຄວາມເຈັບປວດ ແລະຈົ່ມວ່າ ທ່ານໄດ້ຖືກທຳຮ້າຍ
ໂດຍຕຳຫລວດ.
ນັກການທູດຂັ້ນສູງສຸດຂອງສະຫະລັດ ຮັບຜິດຊອບເຂດເອເຊຍໃຕ້ ທ່ານນາງ Nisha
Biswal ໄດ້ພົບປະກັບ ລັດຖະມົນຕີຕ່າງປະເທດ Maldives ເພື່ອສະ ແດງຄວາມເປັນ
ຫ່ວງກ່ຽວກັນສະຖານະການດັ່ງກ່າວ.
ໂຄສົກກະຊວງຕ່າງປະເທດ ສະຫະລັດ ທ່ານນາງ Jen Psaki ກ່າວວ່າ “ທ່ານນາງໄດ້
ຮຽກຮ້ອງໃຫ້ລັດຖະບານເອົາບາດກ້າວຕ່າງໆເພື່ອຟື້ນຟູຄວາມ ເຊື່ອໝັ້ນ ໃນຄວາມໝັ້ນ
ໝາຍຕໍ່ປະຊາທິປະໄຕ ລະບົບຕຸລາການທີ່ເປັນອິດສະ ຫຼະ ແລະການປົກຄອງດ້ວຍໂຕ
ບົດກົດໝາຍ ຮວມທັງການເຄົາລົບສິດທິຕ່າງໆ ໃນການປະທ້ວງແບບສັນຕິ ແລະເຄົາ
ລົບໃນກະບວນການຍຸຕິທຳ.”
ກະຊວງຕ່າງປະເທດອິນເດຍ ກໍໄດ້ສະແດງຄວາມເປັນຫ່ວງເຊັ່ນດຽວກັນ ກ່ຽວກັບ “ການ
ຈັບກຸມ ແລະວິທີການດຳເນີນການ” ຕໍ່ທ່ານ Nasheed ໂດຍກ່າວວ່າ ບັນດາພັກການ
ເມືອງ ຄວນແກ້ໄຂບັນຫາຄວາມແຕກຕ່າງຂອງເຂົາເຈົ້າ ພາຍໃຕ້ລັດຖະທຳມະນູນ ແລະ
ຂອບເຂດກົດໝາຍຂອງ Maldives.”