ລັດຖະບານປະທານາທິບໍດີດໍໂນລ ທຣໍາ ກ່າວວ່າ ຕົນມີຄວາມເປັນຫ່ວງກ່ຽວກັບວ່າ
ສາສດາຈານຈີນທີ່ສອນຢູ່ມະຫາວິທະຍາໄລ ຊັນ ເວງກວາງ ທີ່ໄດ້ອອກບໍານານແລ້ວ
ນັ້ນ ຢູ່ໃສ ນັບແຕ່ທ່ານໄດ້ຖືກຈັບ ໃນລະຫວ່າງ ການໃຫ້ສຳພາດສົດແກ່ວີໂອເອ ໃນອາ
ທິດແລ້ວນີ້.
ໂຄສົກະຊວງຕ່າງປະເທດສະຫະລັດ ກ່າວຕໍ່ ວີໂອເອ ວ່າ “ພວກເຮົາປະນາມການລ່ວງ
ລະເມີດ ສິດທິມະນຸດ ທີ່ຍັງດຳເນີນຢູ່ຕໍ່ມາ ຂອງຈີນ ໂດຍສະເພາະ ການກົດຂີ່ຕໍ່ເສລີ
ພາບຂັ້ນພື້ນຖານ ໃນການສະແດງອອກຄວາມຄິດຄວາມເຫັນ ການຄົບຄ້າສະມາຄົມ
ແລະການໂຮມຊຸມນຸມຢ່າງສັນຕິ ແລະການກັກຂັງທີ່ຜິດກົດໝາຍພວກນັກເຄື່ອນໄຫວ
ບັນດາທະນາຍຄວາມ ນັກຂ່າວ ແລະບັນດາຜູ້ນຳກຸ່ມສັງຄົມພົນລະເຮືອນ ທີ່ຢາກປົກ
ປ້ອງເສລີພາບເຫລົ່ານັ້ນ.”
ເຈົ້າໜ້າທີ່ຍັງກ່າວວ່າກະຊວງຕ່າງປະເທດ ມີຄວາມພາກພູມໃຈໃນການປະຕິບັດງານ
ຂອງພວກນັກຂ່າວວີໂອເອແລະນັກຂ່າວອື່ນໆໃນປະເທດຈີນຜູ້ທີ່ “ໄດ້ອຸທິດຊີວິດເຂົາ
ເຈົ້າ ແລະຮັບເອົາຄວາມສ່ຽງທີ່ໃຫຍ່ຫຼວງ ໃນການສືບຕໍ່ວຽກການທີ່ສຳ ຄັນນີ້.”
ສາສດາຈານຊັນ ໄດ້ຖືກສຳພາດສົດ ຈາກເຮືອນຂອງທ່ານ ຢູ່ໃນເມືອງຈີນານ ນະຄອນ
ຫຼວງຂອງແຂວງຊານດົງ ທາງພາກຕາເວັນອອກຂອງປະເທດຈີນ ໃນພາສາຈີນກາງ ຢູ່
ໃນລາຍການໂທລະພາບ ບັນຫາຕ່າງໆ ແລະແນວຄິດ ໃນຕອນແລງວັນພຸດທີ່ຜ່ານມາ.
ທ່ານຊັນ ໄດ້ຕອບຄຳຖາມຕ່າງໆກ່ຽວກັບໜັງສືເປີດຊອງ ທີ່ທ່ານຂຽນໄປຫາປະທານປະ
ເທດຈີນ ທ່ານສີ ຈິ້ນຜິງຊຶ່ງໄດ້ຕິຕຽນການຊ່ວຍເຫຼືອຂອງຈີນແກ່ອາຟຣິ ກາ ໃນເວລາທີ່
ມີຄົນທຸກຈຳນວນຫຼວງຫຼາຍ ຢູ່ໃນປະເທດຈີນ.