ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ 'ເປັນຫ່ວງ' ກ່ຽວກັບໄພຂົ່ມຂູ່ຂອງອີຣ່ານ ໃນການໂຈມຕີ ຕໍ່ໍຊາອຸດີອາຣາເບຍ


ແພ້ມພາບ - ໃນພາບນີ້ ທີ່ໄດ້ຖືກນຳອອກເຜີຍແຜ່ໂດຍ ພະຣາຊະວັງຂອງຊາອຸດີອາຣາເບຍ ສະແດງໃຫ້ເຫັນເຈົ້າຟ້າຊາຍ ໂມຮາມເມັດ ບິນ ຊາລມານ, ຂວາ, ຕ້ອນຮັບປະທານາທິບໍດີ ສະຫະລັດ ທ່ານໂຈ ໄບເດັນ ເມື່ອເດີນທາງຮອດພະຣາຊະວັງ ອາລ-ຊາລາມ, ໃນນະຄອນເຈດຕາ, ຊາອຸດີອາຣາເບຍ, ວັນທີ 15 ກໍລະກົດ 2022.
ແພ້ມພາບ - ໃນພາບນີ້ ທີ່ໄດ້ຖືກນຳອອກເຜີຍແຜ່ໂດຍ ພະຣາຊະວັງຂອງຊາອຸດີອາຣາເບຍ ສະແດງໃຫ້ເຫັນເຈົ້າຟ້າຊາຍ ໂມຮາມເມັດ ບິນ ຊາລມານ, ຂວາ, ຕ້ອນຮັບປະທານາທິບໍດີ ສະຫະລັດ ທ່ານໂຈ ໄບເດັນ ເມື່ອເດີນທາງຮອດພະຣາຊະວັງ ອາລ-ຊາລາມ, ໃນນະຄອນເຈດຕາ, ຊາອຸດີອາຣາເບຍ, ວັນທີ 15 ກໍລະກົດ 2022.

ເຈົ້າໜ້າທີ່ສະຫະລັດ ໄດ້ສະແດງຄວາມເປັນຫ່ວງໃນວັນອັງຄານວານນີ້ ກ່ຽວກັບໄພຂົ່ມຂູ່ຈາກອີຣ່ານ ຕໍ່ຊາອຸດີອາຣາເບຍ.

ໂຄສົກກະຊວງການຕ່າງປະເທດສະຫະລັດ ທ່ານເນດ ໄພຣສ໌ ໄດ້ກ່າວຕໍ່ບັນດານັກຂ່າວວ່າ “ພວກເຮົາໄດ້ຕິດຕໍ່ຕະຫຼອດເວລາ ໂດຍຜ່ານຊ່ອງທາງ ການທະຫານ ການທູດ ການສືບລັບ ກັບຝ່າຍຊາອຸດີ ແລະພວກເຮົາຈະບໍ່ລັງເລໃຈທີ່ຈະດຳເນີນການປ້ອງກັນຜົນປະໂຫຍດ ແລະຄູ່ພາຄີຂອງພວກເຮົາ ຢູ່ໃນພາກພື້ນ.”

ອົງການຂ່າວເອພີ ແລະວາລະສານ ວອລ ສຕຣີດ (Wall Street Journal) ໄດ້ລາຍງານໃນວັນອັງຄານວານນີ້ ວ່າ ຊາອຸດີອາຣາເບຍ ໄດ້ແບ່ງປັນຂໍ້ມູນລັບກັບສະຫະລັດ ກ່ຽວກັບການໂຈມຕີ ທີ່ອາດເກີດຂຶ້ນໄດ້.

ໂຄສົກທຳນຽບຫ້າແຈ ພົນຈັດຕະວາ ແພັດ ຣາຍເດີ ໄດ້ກ່າວໃນການຕອບຄຳຖາມ ກ່ຽວກັບລາຍງານດັ່ງກ່າວ ທີ່ວ່າ ເຈົ້າໜ້າທີ່ກອງທັບຂອງສະຫະລັດ “ຍັງຄົງເປັນຫ່ວງຢູ່ ກ່ຽວກັບສະຖານະການ ໄພຂົ່ມຂູ່ໃນພາກພື້ນ.”

ພົນຈັດຕະວາ ຣາຍເດີ ໄດ້ເວົ້າວ່າ “ພວກເຮົາຕິດຕໍ່ກັບຄູ່ພາຄີຝ່າຍຊາອຸດີຂອງພວກເຮົາຢ່າງເປັນປົກກະຕິ ໃນເລື້ອງຂອງຂໍ້ມູນແມ່ນຫຍັງທີ່ພວກເຂົາເຈົ້າອາດຈະມີ ທີ່ສະໜອງກ່ຽວກັບສະຖານະການນັ້ນ.” ທ່ານກ່າວຕື່ມວ່າ “ແຕ່ສິ່ງທີ່ພວກເຮົາໄດ້ກ່າວໄປກ່ອນໜ້ານີ້ ແລະພວກເຮົາຈະກ່າວຢ້ຳມັນອີກ, ແມ່ນວ່າ ພວກເຮົາຈະສະຫງວນສິດທີ່ຈະປົກປ້ອງແລະປ້ອງກັນພວກເຮົາເອງ ບໍ່ວ່າບ່ອນໃດທີ່ກອງກຳລັງຂອງພວກເຮົາປະຈຳການຢູ່ນັ້ນ ບໍ່ວ່າຈະຢູ່ໃນອີຣັກ ຫຼື ຢູ່ແຫ່ງອື່ນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG