ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ເປັນຫ່ວງນຳ ການຈັບກຸມ ໃນ ສຣີລັງກາ


ພວກນັກເຄື່ອນໄຫວເພື່ອສິດທິມະນຸດຂອງສຣີລັງກາ ພາກັນປະທ້ວງ ຮຽກຮ້ອງໃຫ້ປ່ອຍ ນັກເຄື່ອນໄຫວ ທີ່ຖືກຈັບ ຢູ່ກຸງໂຄລົມໂບ (19 ມີນາ 2014)
ພວກນັກເຄື່ອນໄຫວເພື່ອສິດທິມະນຸດຂອງສຣີລັງກາ ພາກັນປະທ້ວງ ຮຽກຮ້ອງໃຫ້ປ່ອຍ ນັກເຄື່ອນໄຫວ ທີ່ຖືກຈັບ ຢູ່ກຸງໂຄລົມໂບ (19 ມີນາ 2014)
ສະຫະລັດກ່າວ​ວ່າ ຕົນ​ມີ​ຄວາມ​ເປັນ​ຫ່ວງ​ກ່ຽວກັບ “ຄວາມ
ກົດ​ດັນ ທີ່ເພີ້ມທະວີຂຶ້ນ” ຕໍ່ກຸ່ມສັງຄົມພົນລະເຮືອນ ແລະ
ພວກ ນັກເຄື່ອນໄຫວດ້ານສິດທິມະນຸດຊາວ​ສຣີລັງກາ.

​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດສະຫະລັດ ທ່ານນາງ Jen
Psaki ກ່າວ​ໃນ​ວັນ​ສຸກ​ວານ​ນີ້​ວ່າ ສະຫະລັດ “ມີ​ຄວາມ​ເປັນ
​ຫ່ວງເປັນພິເສດ” ກ່ຽວ​ກັບ​ການ​ກັກ​ຂັງໃນ​ອາທິດ​ແລ້ວ​ນີ້
ພວກ​ນັກ​ເຄຶ່ອນ​ໄຫວດ້ານສິດທິມະນຸດ​ທີ່​ຮູ້​ກັນ​ດີ​ສອງ​ຄົນຄື
ທ່ານ Ruki Fernando ​ແລະ ຄຸນ​ພໍ່ Praveen Mahesan
ຫລັງຈາກພວກ ທ່ານໄດ້​ຮ້ອງ​ຂໍ​ ຢາກຮູ້ຈັກເລື່ອງ ກ່ຽວ​ກັບ​
ການ​ຈັກ​ກຸມ​ນັກ​ເຄຶ່ອນ​ໄຫວ​ອີກຄົນນຶ່ງ.

ການ​ຈັບ​ກຸມ​ພວກເຂົາເຈົ້ານັ້ນ ​ໄດ້ເຮັດ​ໃຫ້ປະຊາຄົມ​ນາໆ​ຊາດ​ປະນາມ ​ແລະບຸກ ຄົນ​ທັງ​ສອງກໍ​ໄດ້​ຖືກ​ປ່ອຍ​ໃຫ້ເປັນອິດສະລະ.

ທ່ານ​ນາງ Psaki ກ່າວ​ວ່າ ການ​ຈັບ​ກຸມໄດ້ສົ່ງ “ຜົນກະທົບ​ອັນ​ເຍືອກ​ເຢັນ” ​ໄປ​ທົ່ວບັນ
ດາກຸ່ມສັງຄົມພົນລະເຮືອນ ທີ່ມີຊີວິດຊີວາ ແລະບ່ອນທຳລາຍຕໍ່ປະເພນີ ໃນຄວາມເປັນ
ປະຊາທິປະ​ໄຕທີ່ໜ້າ​ພາກພູມ​ໃຈ​ຂອງສຣີລັງກາ.”

ສຣີລັງກາ ກຳລັງ​ປະ​ເຊີນ​ໜ້າ​ກັບຍັດຕິສະບັບນຶ່ງທີ່ສະຫະລັດນຳສະເໜີ ຕໍ່ສະພາ ສິດທິ ຢູ່ໃນ​ກອງ​ປະ​ຊຸມຮອບປັດຈຸບັນ ທີ່ໄດ້ສະແດງຄວາມເປັນຫ່ວງກັງວົນຕໍ່ ຄວາມຫລົ້ມ​ແຫລວ​ຂ​ອງສຣີລັງກາ ​ເພື່ອ​ປະຕິບັດ​ງານການສືບສວນຕໍ່ການກ່າວ ຫາກ່ຽວກັບການ
ລ່ວງລະເມີດໃນລະຫວ່າງສະໄໝສົງຄາມ ແລະການລະເມີດສິດ ທິມະນຸດ ຫລັງ​ຈາກ
ລັດຖະບານ ໄດ້ຮັບໄຊຊະນະ ຕໍ່ພວກກະບົດເສືອ Tamil ​ໃນ​ປີ 2009.
XS
SM
MD
LG