ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໓໑ ພຶດສະພາ ໒໐໒໓

ສຫລ ເປັນຫ່ວງ ນໍາການ ຫາຍສາບສູນ ຂອງທ່ານສົມບັດ ສົມພອນ


ທ່ານສົມບັດ ສົມພອນ ອະດີດຜູ້ອຳນວຍການສູນອົບ ຮົມຮ່ວມພັດທະ ນາທີ່ເອີ້ນຫຍໍ້ເປັນພາສາອັງກິດວ່າ PADETC ທີ່ຫາຍສາບສູນໄປ ໃນວັນທີ 15 ທັນວາ 2012 ຜ່ານມານີ້ (padetc.org)
ລາຍ​ງານ​ຂ່າວ​ຫລາຍ​ກະ​ແສ​ເວົ້າ​ວ່າ ທ່ານ​ສົມບັດ ສົມພອນ ຜູ້
ນຳ​ປະຊາຄົມ​ລາວ​ຄົນ​ນຶ່ງ ທີ່ເຄີຍ​ໄດ້​ຮັບ​ລາງວັນ​ແມັກ​ໄຊ​ໄຊ ​
ໄດ້ຫາຍ​ໂຕໄປ ​ເມື່ອ​ທ້າຍສັບປະດາຜ່ານມາ ຊຶ່ງ​ໄດ້ເຮັດໃຫ້
​ບັນດາ​ກຸ່ມ​ສັງຄົມ​ພົນລະ​ເຮືອ​ນ​ໃນ​ປະ​ເທດ​ໄທ ພາກັນສະ​ແດງ
​ຄວາມ​ເປັນ​ຫ່ວງ ​ແລະ​ສົ່ງ​ໜັງສື​ໄປ​ຍັງ​ລັດຖະບານ​ລາວ ຮຽກ
ຮ້ອງ​ໃຫ້​ມີ​ການ​ສືບສວນ​ກ່ຽວ​ກັບ​ການ​ຫາຍ​ໂຕ​ໄປ​ຂອງ​ທ່ານ
​ສົມບັດ ​ແລະ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ​ກໍ​ໄດ້ສະ
​ແດງ​ຄວາມ​ເປັນຫ່ວງ​ນໍາ​ເຊ່ນ​ກັນ. ​ໄ​ພສານ​ມີ​ລາຍ​ລະອຽດ​ກ່ຽວ
​ກັບ​ເລື້ອງ​ນີ້:

ທ່ານນາງ Victoria Nuland ໂຄສົກກະຊວງການຕ່າງປະເທດ
ສະຫະລັດ ກ່າວໃນລະຫວ່າງກອງປະຊຸມຖະແຫຼງຂ່າວປະ​ຈໍາ​ວັນ ໃນວັນອັງຄານວານນີ້ວ່າ:

ພວກເຮົາມີຄວາມວິຕົກກັງວົນກ່ຽວກັບການຫາຍສາບສູນຂອງ ທ່ານສົມບັດ ສົມພອນ ຜູ້ນຳກຸ່ມສັງຄົມພົນລະເຮືອນໃນລາວ ຊຶ່ງເປັນທີ່ຮູ້ຈັກກັນດີ. ທ່ານໄດ້ຫາຍໂຕໄປໃນ ຄໍ່າຄືນຂອງວັນທີ 15 ທັນວານີ້. ນັບ​ແຕ່​ນັ້ນມາ ບັນດາຜູ້ຕາງໜ້າຈາກປະຊາຄົມການ
ທູດ ແລະອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ ກໍໄດ້ຕິດຕໍ່ຖາມ​ຂ່າວ​ກັບພັນລະຍາ ຂອງທ່ານຢູ່​ເລື້ອຍໆ. ພວກເຮົາກໍມີຄວາມເປັນຫ່ວງ ແບບດຽວກັນກັບພວກເຂົາເຈົ້າ ກ່ຽວກັບສະວັດດີພາບ ແລະ ຄວາມປອດໄພຂອງ​ທ່ານ. ພວກ​ເຮົາໄດ້ສະແດງຄວາມ ວິຕົກກັງວົນຂອງພວກເຮົາ ຕໍ່ກະຊວງການຕ່າງປະເທດຂອງລາວແລ້ວ ແລະກໍໄດ້ ຊຸກຍູ້ໃຫ້ພວກເຂົາເຈົ້າດຳເນີນທຸກຄວາມພະຍາຍາມເພື່ອຊອກຫາໂຕຜູ້ກ່ຽວ ແລະ ກໍາ​ໃຫ້​ໄດ້ວ່າ ແມ່ນຫຍັງໄດ້ເກີດຂຶ້ນ​ແທ້.”


ທ່ານສົມບັດ ສົມພອນ ເປັນທີ່ຮູ້ກັນດີທັງພາຍໃນລາວແລະຢູ່ໃນຕ່າງປະເທດ. ໃນປີ 2005 ທ່ານໄດ້ຮັບລາງວັນ Ramon Magsaysay ຊຶ່ງເປັນລາງອັນມີກຽດທຽບເທົ່າກັບລາງວັນ ໂນແບລ ສຳລັບເຂດເອເຊຍ ໃນຖານະຜູ້ນຳປະຊາຄົມ.

ທ່ານໄດ້ຮັບການຍົກຍ້ອງເປັນຢ່າງສູງໃນດ້ານການສຶກສາ ແລະການພັດທະນາ ໂດຍຜ່ານ ວຽກງານຂອງທ່ານ ໃນຖານະຜູ້ກໍ່ຕັ້ງ ແລະອະດີດຜູ້ອຳນວຍການສູນອົບຮົມຮ່ວມພັດທະ ນາທີ່ເອີ້ນຫຍໍ້ເປັນພາສາອັງກິດວ່າ PADETC ນັ້ນ.

ມີຄົນເຫັນທ່ານສົມບັດເປັນເທື່ອສຸດທ້າຍໃນເວລາ 17:30 ຂອງວັນທີ 15 ທັນວາ ເວລາ ທ່ານຂີ່​ລົດ​ຈິບອອກຈາກສູນອົບຮົມຮ່ວມພັດທະນາ ເພື່ອກັບເມືອເຮືອນ ແຕ່ປະກົດວ່າ ທ່ານບໍ່ໄດ້ໄປຮອດເຮືອນ ແລະທາງຄອບຄົວຂອງທ່ານກໍບໍ່ໄດ້ຮັບຂ່າວຄາວໃດໆ ຫຼັງຈາກ ນັ້ນ.

ໃນວັນອັງຄານວານນີ້ 61 ອົງການຈັດຕັ້ງພົນລະເຮືອນຂອງໄທກໍໄດ້ສົ່ງຈົດໝາຍດ່ວນໄປ ຫາເຈົ້າໜ້າທີ່ຂັ້ນສູງຂອງລາວ ຮ້ອງຂໍໃຫ້ທຳການສືບສວນແບບສຸກເສີນກ່ຽວກັບການ ຫາຍໂຕໄປຂອງທ່ານສົມບັດ.

ໃນວັນພຸດມື້ນີ້ ວີໂອເອພະແນກພາສາລາວ ກໍໄດ້ຕິດຕໍ່ໄປຫາກະຊວງການຕ່າງປະເທດ ຂອງລາວເພື່ອຂໍຄວາມເຫັນກ່ຽວກັບເລື່ອງນີ້ ແຕ່ປະກົດວ່າພວກເຈົ້າໜ້າທີ່ບໍ່ສະດວກທີ່​
ຈະ​ຕອບ​ຄຳ​ຖາມ ຫຼືບໍ່​ກໍຄາວຽກ.

ທ່ານສົມບັດໄດ້ຮັບທຶນໄປສຶກສາຕໍ່ທີ່ລັດຮາວາຍ ສະຫະລັດອາເມຣິກາ ​ແລະ​ກໍ​ໄດ້ ຮັບ ປລິນຍາຕີ ແລະປລິນຍາໂທ ທີ່​ນັ້ນ. ທ່ານ​ໄດ້ກັບຄືນປະເທດລາວໃນປີ 1980 ແລະໄດ້ ຕັ້ງສູນອົບຮົມຮ່ວມພັດທະນາຂຶ້ນໃນປີ 1996.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG