ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງທັບເຮືອ ສຫລ ກ່າວວ່າ ເຮືອບິນລົບຣັດເຊຍ ບິນເຂົ້າໃກ້ ເຮືອບິນສອດແນມຂອງຕົນ ຫຼາຍໂພດ


ເຮືອບີນລົບ Su-35 ຂອງຣັດເຊຍ ພວມບິນຂຶ້ນ ຈາກຖານທັບອາກາດເມມິມ ໃນປະເທດຊີເຣຍ.
ເຮືອບີນລົບ Su-35 ຂອງຣັດເຊຍ ພວມບິນຂຶ້ນ ຈາກຖານທັບອາກາດເມມິມ ໃນປະເທດຊີເຣຍ.

ພວກເຈົ້າໜ້າທີ່ກອງທັບສະຫະລັດ ໄດ້ກ່າວອີກເທື່ອນຶ່ງ ເຖິງການເຮືອບິນລົບຣັດເຊຍ
ໄດ້ບິນເຂົ້າມາໃກ້ເຮືອບິນສັງເກດການຂອງສະຫະລັດຢ່າງເປັນອັນຕະລາຍ ໃນທະເລ
ເມດີເທີເຣນຽນ ຊຶ່ງເປັນການປະເຊີນໜ້າເທື່ອທີສອງຢູ່ໃນຂົງ ເຂດດັ່ງກ່າວ ໃນຮອບສີ່
ມື້ທີ່ຜ່ານມາ.

ຢູ່ໃນຖະແຫຼງການທີ່ອອກໃນວັນອາທິດຜ່ານມານີ້ ກອງທັບເຮືອສະຫະລັດ ບໍ່ໄດ້ກ່າວ
ເຖິງຢ່າງແນ່ນອນກ່ຽວກັບບ່ອນປະເຊີນໜ້າກັນທີ່ໄດ້ເກີດຂຶ້ນນັ້ນ ພຽງ ແຕ່ກ່າວວ່າ ໄດ້
ເກີດຂຶ້ນຢູ່ເທິງເຂດນ່ານນໍ້າສາກົນ.

ເຮືອບິນຫຼາຍລໍາທີ່ຕິດຕາມເບິ່ງບ່ອນເກີດເຫດກ່າວວ່າ ເຫດການດັ່ງກ່າວໄດ້ເກີດຂຶ້ນ
ຢູ່ທາງພາກຕາເວັນອອກຂອງທະເລມີດີເທີເຣນຽນ ບໍ່ໄກຈາກແຄມຝັ່ງທະເລ ຂອງ
ຊີເຣຍ.

ເຮືອບິນລົບ Su-35 ຂອງຣັດເຊຍ ໄດ້ບິນເຂົ້າມາໃກ້ເຮືອບິນ P-8A ສອງເທື່ອ ໃນ
ວັນອາທິດທີ່ຜ່ານມາ ແລະໃນລະຫວ່າງເທື່ອທີສອງນັ້ນເຮືອບິນໄດ້ເຂົ້າມາໃກ້ ເຮືອບິນ
ສະຫະລັດ 8 ແມັດ ອີງຕາມຖະແຫຼງການຂອງກອງທັບເຮືອທີ່ໄດ້ກ່າວ.

ຖະແຫຼງການກ່າວວ່າ “ໃນການປະເຊີນໜ້າກັນເທື່ອທີສອງ ແມ່ນພິຈາລະນາກັນວ່າ
ບໍ່ມີຄວາມປອດໄພ ແລະບໍ່ແມ່ນມືອາຊີບ.”

ການປະເຊີນໜ້າທີ່ຄ້າຍຄືກັນນີ້ ໄດ້ເກີດຂຶ້ນຢູ່ໃນຂົງເຂດດຽວກັນເມື່ອວັນທີ 15 ເດືອນ
ເມສາຜ່ານມາ ອີງຕາມກອງທັບເຮືອສະຫະລັດທີ່ໄດ້ກ່າວໄວ້.

ກະຊວງປ້ອງກັນປະເທດຣັດເຊຍ ໄດ້ອອກຖະແຫຼງການຢູ່ເຟສບຸກ ໃນວັນຈັນວານນີ້
ຢືນຢັນວ່າມີການປະເຊີນໜ້າກັນ ແລະກ່າວວ່າ ເຮືອບິນລົບສຸຄອຍໄດ້ ບິນຂຶ້ນຈາກ
ຖານທັບອາກາດເມມິມ ເພື່ອປະເຊີນໜ້າກັບເຮືອບິນສະຫະລັດ ແຕ່ ບໍ່ໄດ້ໃຫ້ລາຍ
ລະອຽດຫຍັງເພີ້ມເຕີມ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG