ຫລັງຈາກເສັດສິ້ນການເປັນເຈົ້າພາບຕ້ອນຮັບປະທານປະເທດຈີນ ທ່ານຫູຈິນເຖົາ ໃນເດືອນ
ແລ້ວນີ້ ປະທານາທິບໍດີໂອບາມາ ກໍໄດ້ອອກເດີນທາງໄປຢ້ຽມຢາມໂຮງງານຂອງບໍລິສັດ
General Electric ທີ່ເມືອງ Schenectady ລັດນີວຢ໊ອກ ໃນມື້ວັນສຸກ ທີ 21 ມັງກອນ
ຜ່ານມາ.
ເມື່ອມໍ່ໆມານີ້ ໂຮງງານດັ່ງກ່າວໄດ້ເຊັນສັນຍາໃນມູນຄ່າ 750 ລ້ານໂດລາ ເພື່ອສ້າງກັງຫັນ
ອາຍນໍ້າຂະໜາດຍັກ ໃຫ້ແກ່ໂຮງໄຟຟ້າແຫ່ງນຶ່ງຂອງອິນເດຍ.
ຂໍ້ຕົກລົງສະບັບນີ້ແມ່ນຈະສ້າງໜ້າວຽກທີ່ມີລາຍໄດ້ດີໃຫ້ແກ່ຊາວອະເມຣິກັນ ຫລາຍຮ້ອຍ
ວຽກ ຊຶ່ງເປັນສິ່ງນຶ່ງທີ່ປະທານາທິບໍດີໂອບາມາ ຕ້ອງການຢາກຈະເຫັນມີຫລາຍເພີ່ມຂຶ້ນ
ຊຶ່ງທ່ານກ່າວກ່ຽວກັບວ່າ:
“ແຕ່ຢູ່ໃນໂລກທີ່ເສດຖະກິດຫົດຕົວລົງນັ້ນ ຜົນສໍາເລັດຂອງພວກເຮົາ ໃນຄວາມ
ພະຍາຍາມເຫລົ່ານີ້ ຈະຖືກຕັດສິນຊີ້ຂາດ ບໍ່ແມ່ນແຕ່ໃນສິ່ງທີ່ພວກເຮົາສ້າງຢູ່ໃນ
ເມືອງ Schenectady ພຽງເທົ່ານັ້ນ ແຕ່ໃນສິ່ງທີ່ພວກເຮົາສາມາດຂາຍໄດ້ຢູ່ໃນ
ເມືອງຊຽງໄຮ້ ປະເທດຈີນນັ້ນນໍາ.”
ໃນການເຄື່ອນໄຫວທີ່ເປັນການສົ່ງສັນຍານບອກເຖິງການປ່ຽນແປງອັນນຶ່ງໃນບຸລິມະສິດດ້ານ
ເສດຖະກິດຂອງທ່ານນັ້ນ ທ່ານໂອບາມາ ໄດ້ປະກາດແຕ່ງຕັ້ງຫົວໜ້າບໍລິຫານຂອງບໍລິສັດ
GE ທ່ານ Jeff Immelt ໃຫ້ເປັນປະທານສະພາກ່ຽວກັບວຽກງານແລະການແຂ່ງຂັນດ້ານ
ຕະຫລາດ ທີ່ຈະຕັ້ງຂຶ້ນມາໃໝ່ນັ້ນ. ປະທານາທິບໍດີໂອບາມາ ກ່າວຕື່ມວ່າ:
ໃນໄລຍະສອງປີຜ່ານມານີ້ ພວກເຮົາໄດ້ໃຊ້ເວລາພະຍາຍາມດຶງເອົາເສດຖະກິດ
ຂອງພວກເຮົາ ໃຫ້ກັບຄືນມາສູ່ສະພາບປົກກະຕິ. ໃນອີກສອງປີ ຕໍ່ໜ້ານີ້ວຽກງານ
ຂອງພວກເຮົາຈະດຶງເອົາເສດຖະກິດໄປສູ່ການເຕີບໂຕທີ່ໄວເພີ່ມຂຶ້ນ.
ທ່ານ Immelt ຊຶ່ງຍັງຈະສືບຕໍ່ກໍາຕໍາແໜ່ງທີ່ບໍລິສັດຍັກໃຫຍ່ GE ນັ້ນ ຈະເຂົ້າຮັບໜ້າທີ່
ແທນທ່ານ Paul Volcker ອະດີດປະທານທະນາຄານ ກາງສະຫະລັດ ທີ່ຈະລາອອກ
ຫລັງຈາກໄດ້ເປັນປະທານຄະນະທີ່ປຶກສາກ່ຽວກັບການຟື້ນຕົວຄືນເສດຖະກິດຂອງປະທານາ
ທິບໍດີ ມາໄດ້ສອງປີແລ້ວນັ້ນ.
ທ່ານ Immelt ກ່າວວ່າ ບໍລິສັດທັງຫລາຍຂອງສະຫະລັດແມ່ນຈະຕ້ອງອາໄສກາງຕໍ່ພວກອຸບ
ປະໂພກບໍລິໂພກຊາວອະເມລິກັນໜ້ອຍລົງລະຫັນໄປອາໄສກາງຕໍ່ພວກອຸບປະໂພກບໍລິໂພກ
ໃນບັນດາປະເທດຕະຫລາດທີ່ກໍາລັງໂຜ່ໂຕຂຶ້ນມານັ້ນຫລາຍຂຶ້ນ ຊຶ່ງທ່ານ ເຈຟ ອິມເມລທ໌
ກ່າວຕື່ມວ່າ:
ພວກອຸບປະໂພກບໍລິໂພກຊາວອະເມລິກັນ ແມ່ນຍັງຈະມີຄວາມສໍາຄັນຢູ່ສະເໝີ
ແຕ່ໃນໄລຍະ 25ປີຕໍ່ໜ້ານີ້ອາດຈະບໍ່ແມ່ນເປັນເຄຶ່ອງຂັບດັນການເຕີບໂຕຂອງ
ເສດຖະກິດໂລກແຕ່ມັນຈະແມ່ນພວກປະຊາຊົນຫລາຍພັນລ້ານຄົນທີ່ມີລາຍໄດ້
ເພີ່ມຂຶ້ນກາຍເປັນຊົນຊັ້ນກາງໃນຂົງເຂດເອເຊຍ.
ໃນການເດີນທາງມາຢ້ຽມຢາມນະຄອນຫລວງວໍຊິງຕັນຂອງທ່ານເມື່ອມໍ່ໆມານີ້ ປະທານາທິ
ບໍດີຈີນ ທ່ານຫູຈິນເຖົາ ໄດ້ປະກາດກ່ຽວກັບການເຊັນສັນຍາຄິດເປັນມູນຄ່າ 45 ພັນລ້ານໂດ
ລາ ກັບບັນດາບໍລິສັດສະຫະລັດ ຊຶ່ງຂໍ້ຕົກລົງກັນເຫລົ່ານີ້ ອາດສາມາດສ້າງວຽກເຮັດງານທໍາ
ໄດ້ຫລາຍເຖິງ 235,000 ໜ້າວຽກແກ່ຊາວອະເມລິກັນ.
ແຕ່ເນື່ອງຈາກອັດຕາການວ່າງງານທີ່ສູງຫລາຍຢູ່ໃນເວລານີ້ ທ່ານ Stuart Diamondສາດສະດາຈານວິຊາເສດຖະສາດກ່າວວ່າ ສະຫະລັດຈະຕ້ອງໄດ້ດຳເນີນການທີ່ດີກວ່ານີ້.
ທ່ານ Stuart ກ່າວວ່າ
ມັນກໍດີຫລາຍຢູ່ທີ່ໄດ້ວຽກອີກ 4,700 ໜ້າວຽກສຳລັບບໍລິສັດ General Electric
ໃນການຜະລິດເທກໂນໂລຈີ່ເຄຶ່ອງຈັກ ແລະມັນກໍດີຫລາຍເຊັ່ນກັນ ທີ່ໄດ້ວຽກງານ
ເພີ່ມຕື່ມສໍາລັບການເປັນພາຄີໃນດ້ານພະລັງງານນັ້ນ ແຕ່ຕ່ມັນຍັງມີວຽກງານຫລາຍ
ສິ່ງຫລາຍປະການຕື່ມອີກຢູ່ທີ່ນັ້ນ. ພວກເຂົາເຈົ້າມີເງິນເປັນຈຳນວນຫຼວງຫຼາຍຢູ່ໃນ
ຄັງຂອງພວກເຂົາເຈົ້າ ແລະພວກເຮົາຄວນຈະຈ່າວຂາຍສິ່ງຕ່າງໆໃຫ້ພວກເຂົາ
ເຈົ້າໄດ້.
ການແຕ່ງຕັ້ງທ່ານ ອິມເມລທ໌ ມີຂຶ້ນ ໃນຂະນະທີ່ປະທານາທິບໍດີໂອບາມາເລີ່ມຫັນໄປຫາ
ພາກສ່ວນເອກະຊົນຫລາຍຂຶ້ນ ເພື່ອໃຫ້ຄຳແນະນຳກ່ຽວກັບວ່າເຮັດວິທີໃດບໍລິສັດຕ່າງໆຈຶ່ງ
ຈະເລີ່ມວ່າຈ້າງພວກຄົນງານໃໝ່ອີກ.