ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ບັນດາບໍລິສັດສະຫະລັດ ປົດລູກຈ້າງ 20 ລ້ານ 2 ແສນຄົນ ອອກຈາກວຽກ ໃນເດຶືອນເມສາ


ໃນວັນທີ 17 ມີນາ 2020 ຄົນພາກັນເຂົ້າແຖວລໍຖ້າ ຂໍເງິນຫວ່າງງານ ຢູ່ລັດເນວາດາ.
ໃນວັນທີ 17 ມີນາ 2020 ຄົນພາກັນເຂົ້າແຖວລໍຖ້າ ຂໍເງິນຫວ່າງງານ ຢູ່ລັດເນວາດາ.

ເສດຖະກິດ ສະຫະລັດ, ເຊິ່ງໃຫຍ່ທີ່ສຸດໃນໂລກ, ແມ່ນກຳລັງຕົກຕໍ່າຢ່າງວ່ອງໄວຍ້ອນໂຣກລະບາດໄວຣັສໂຄໂຣນາ, ໂດຍລາຍງານໃໝ່ສະແດງໃຫ້ເຫັນ ບໍລິສັດ ອາເມຣິກັນ ທັງຫຼາຍໄດ້ປົດລູກຈ້າງ 20 ລ້ານ 2 ແສນຄົນອອກຈາກບໍລິສັດຂອງເຂົາເຈົ້າ ໃນເດືອນເມສາທີ່ຜ່ານມາ.

ສະຖາບັນຄົ້ນຄວ້າ ADP ໄດ້ກ່າວໃນວັນພຸດວານນີ້ວ່າ ການສູນເສຍວຽກງານ ໃນເດືອນເມສາ ແມ່ນຮ້າຍແຮງທີ່ສຸດ ໃນຮອບ 18 ປີ ທີ່ມັນໄດ້ເກີດຂຶ້ນຕໍ່ເສດຖະກິດ ແລະ ຕໍ່າກວ່າຈຸດຕໍ່າສຸດໃນແຕ່ລະເດືອນເຖິງສອງເທົ່າ ທີ່ຖືກຕັ້ງໄວ້ໃນເດືອນກຸມພາ 2009, ໃນລະຫວ່າງພາວະເສດຖະກິດຕົກຕໍ່າຄັ້ງໃຫຍ່.

ສະຖາບັນ ADP ເວົ້າວ່າ ບໍລິສັດຂະໜາດນ້ອຍ, ກາງ ແລະ ໃຫຍ່ ທັງໝົດໄດ້ປົດລູກຈ້າງອອກຈາກວຽກຫຼາຍລ້ານຄົນ.

ນອກຈາກນັ້ນ, ການສູນເສຍໂດຍລວມສຳລັບເດືອນດັ່ງກ່າວ ເບິ່ງຄືວ່າ ຈະສູງກວ່າ ນັບ
ຕັ້ງແຕ່ການຈັດຕາຕະລາງປະຈຳເດືອນຂອງສະຖາບັນ ADP ໄດ້ສິ້ນສຸດລົງເມື່ອວັນທີ 12 ເມສາ, ໃນການເຮັດລາຍງານຕາຕະລາງ ເຊິ່ງຈັດກຽມໂດຍຫ້ອງການສະຖິຕິແຮງງານ ສະຫະລັດ.

ກຳມະກອນ 30 ລ້ານ 3​ ແສນຄົນໄດ້ຍື່ນຄຳຮ້ອງຂໍເງິນຫວ່າງງານ ນັບຕັ້ງແຕ່ ໂຣກລະ
ບາດໄດ້ເລີ້ມຂຶ້ນ, ທີ່ໄດ້ບັງຄັບໃຫ້ ສະຫະລັດ ປິດການຄ້າຂາຍ ຂອງ ປະເທດຢ່າງກວ້າງຂວາງ ເຊິ່ງຫາກໍເລີ່ມຈະເປີດຄືນໃນເວລານີ້.

ກຳມະກອນທີ່ຖືກປົດອອກຈາກວຽກຫຼາຍລ້ານຄົນໄດ້ຍື່ນເອກະສານ ສຳລັບການຂໍເງິນ
ຫວ່າງງານໃນ 6 ອາທິດທີ່ຜ່ານມາ, ແຕ່ເງິນໂດຍລວມນັ້ນແມ່ນແຕກຕ່າງ ກັນໃນແຕ່ລະ
ລັດ ຂອງທັງໝົດ 50 ລັດນັ້ນ, ແຕ່ໂດຍທົ່ວໄປແລ້ວ ຈະເປັນຈຳ ນວນເຄິ່ງນຶ່ງຂອງເງິນ
ເດືອນທີ່ກຳມະກອນຖືກຈ້າງປົກກະຕິ.

ເພື່ອເພີ່ມຄ່າຈ້າງທີ່ວ່ານັ້ນຂຶ້ນ, ລັດຖະບານ ສະຫະລັດ ຈະຈ່າຍເງິນໃຫ້ກຳມະກອນ ທີ່
ຫວ່າງງານ 600 ໂດລາຕໍ່ອາທິດ ໃນ 4 ເດືອນຂ້າງໜ້າ. ສະຫະລັດ ໄດ້ບັນທຶກຜູ້ເສຍ
ຊີວິດຫຼາຍກວ່າ 71,000ຄົນ, ເຊິ່ງເປັນຈຳນວນທີ່ຫຼາຍກວ່າປະ ເທດໃດໆໃນທົ່ວໂລກ,
ແລະ ມີກໍລະນີທີ່ໄດ້ຮັບການຢືນຢັນ 1 ລ້ານ 2 ແສນ ກໍລະນີ, ເຊິ່ງແມ່ນນຶ່ງສ່ວນສາມ
ຂອງຈຳນວນທັງໝົດໃນໂລກ.

ເສດຖະກິດ ສະຫະລັດ ໄດ້ຕົກລົງ 4.8 ເປີເຊັນໃນໄລຍະເດືອນມັງກອນ ຫາ ມີນາ.
ຜົນກະທົບຂອງໂຣກລະບາດແມ່ນໄດ້ເລີ່ມຖືກບັນທຶກໃນ ສະຫະລັດ ໃນເສດຖະກິດ
ສະຫະລັດ ໄດ້ຕົກລົງ 4.8 ເປີເຊັນໃນໄລຍະເດືອນມັງກອນ ຫາ ມີນາ. ຜົນກະທົບ
ຂອງໂຣກລະບາດແມ່ນໄດ້ເລີ່ມຖືກບັນທຶກໃນ ສະຫະລັດ ໃນເສດຖະກິດ ສະຫະລັດ
ໄດ້ຕົກລົງ 4.8 ເປີເຊັນໃນໄລຍະເດືອນມັງກອນ ຫາ ມີນາ. ຜົນກະທົບຂອງໂຣກລະ
ບາດແມ່ນໄດ້ເລີ່ມຖືກບັນທຶກໃນ ສະຫະລັດ ໃນໄລຍະເຄິ່ງເດືອນຫຼັງຂອງເດືອນມີນາ
ເທົ່ານັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG