ລັດຖະມົນຕີກະຊວງການຄ້າສະຫະລັດ ທ່ານ Wilbur Ross ໃນວັນຈັນວານນີ້ໄດ້ກ່າວ
ປ້ອງກັນທຸລະກິດຂະໜາດໃຫຍ່ຂອງທ່ານທີ່ມີສ່ວນພົວພັນກັບວົງໃນຂອງ ປະທານາທິບໍ
ດີຣັດເຊຍ ທ່ານ Vladimir Putin ໂດຍກ່າວວ່າ “ບໍ່ມີການກະທຳຜິດຫຍັງ."
ທ່ານ Ross ອາຍຸ 79 ປີ ມະຫາເສດຖີອຸດສາຫະກຳ ຖືຮຸ້ນ 31 ເປິເຊັນ ທີ່ມີມູນຄ່າ 2 ຫາ
10 ລ້ານໂດລາ ໃນບໍລິສັດ Navigator Holdings ຊຶ່ງເປັນທຸ ລະກິດຂົນສົ່ງທາງທະເລ
ທີ່ພົວພັນກັບລູກເຂີຍທ່ານ Putin ແລະເປັນນັກທຸລະກິດທີ່ມີອຳນາດຜູ້ຖືກລົງໂທດຈາກສະຫະລັດ ແລະເປັນຄູ່ຫລິ້ນ judo ຂອງທ່ານ Putin ອີງຕາມເອກກະສານທີ່ຫາກໍຮົ່ວ
ໄຫລອອກມາ.
ແຕ່ວ່າ ທ່ານ Ross ເປັນສະມາຊິກຄົນນຶ່ງຂອງຄະນະລັດຖະບານ ປະທານາທິ ບໍດີດໍ
ໂນລ ທຣໍາ ກ່າວຢູ່ຂ້າງນອກກອງປະຊຸມທຸລະກິດ ຢູ່ໃນນະຄອນຫລວງລອນດອນວ່າ
“ຂ້າພະເຈົ້າຄິດວ່າ ສື່ມວນຊົນໄດ້ເສກສັນປັ້ນແຕ່ງຫລາຍກວ່າຄວາມຈິງ.”
ບໍລິສັດ Navigator ໄດ້ເງິນຫລາຍລ້ານໂດລາຕໍ່ປີ ໃນການຂົນສົ່ງແກັສທຳມະຊາດ ໃຫ້ແກ່ບໍລິສັດພະລັງງານຍັກໃຫຍ່ Sibur ຂອງຣັດເຊຍ ທີ່ສ່ວນນຶ່ງແມ່ນເປັນເຈົ້າ
ຂອງໂດຍທ່ານ Kirill Shamalov ລູກເຂີຍຂອງທ່ານ Putin ທີ່ແຕ່ງງານກັບນາງ
Katerina Tikhonova ແລະ Gennady Timchenko ນັກທຸ ລະກິດທີ່ມີອຳນາດ
ຜູ້ເປັນຄູ່ຫລິ້ນ judo ຂອງທ່ານ Putin ອີງຕາມເອກກະສານ. ທ່ານ Timchenko ໄດ້
ຖືກລົງໂທດຈາກສະຫະລັດ ເພາະວ່າ ໃນປີ 2014 ຣັດເຊຍໄດ້ຜະໜວກເອົາແຫລມ
Crimea ຂອງ Ukraine ແລະການສະໜັບ ສະໜູນໃນເວລາຕໍ່ມາ ພວກແບ່ງແຍກ
ດິນແດນທີ່ໄດ້ຮັບການໜູນຫລັງໂດຍຣັດເຊຍ ສູ້ລົບກັບກຳລັງລັດຖະບານ Kyiv ຢູ່
ພາກຕາເວັນອອກຂອງ Ukraine.
ແຕ່ວ່າຢູ່ໃນການໃຫ້ສຳພາດກັບສອງສະຖານີໂທລະພາບ BBC ແລະ Bloomberg
TV ນັ້ນ ທ່ານ Ross ບໍ່ໄດ້ໃຫ້ຄວາມສຳຄັນ ຕໍ່ຄວາມເປັນຫ່ວງກ່ຽວກັບການພົວພັນ
ຂອງທ່ານ ໃນການປະຕິບັດງານ. ທ່ານກ່າວວ່າ ຂໍ້ຕົກລົງກັບບໍລິສັດ Sibur ໄດ້ຈັດ
ແຈງກ່ອນທີ່ທ່ານໄດ້ເຂົ້າຮ່ວມຢູ່ໃນຄະນະກຳມະການ Navigator.
ທ່ານກ່າວວ່າ “ບໍ່ມີການຕິດຕໍ່ເຂົ້າຫາຄະນະກຳມະການ ບໍ່ມີການຕິດຕໍ່ເຂົ້າຫາຮຸ້ນ
ສ່ວນ ຂ້າພະເຈົ້າບໍ່ມີສ່ວນພົວພັນ ກັບການເຈລະຈາຫລືການຕົກລົງໃດໆ. ແຕ່ວ່າສິ່ງ
ສຳຄັນທີ່ສຸດກໍຄື ບໍລິສັດເປັນລູກຄ້າຂອງຕົນເອງ Sibur ເວລານັ້ນຍັງບໍ່ທັນໄດ້ຖືກລົງ
ໂທດ ປັດຈຸບັນນີ້ບໍ່ໄດ້ຖືກລົງໂທດ ແລະບໍ່ເຄີຍໄດ້ຖືກລົງໂທດຢູ່ໃນເວລາໃດ. ບໍ່ມີຫຍັງ
ໝົດທີ່ບໍ່ເຫັນວ່າສົມຄວນ.”