ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຫົວໜ້າກະຊວງການຄ້າ ສຫລ ມີສ່ວນພົວພັນ ກັບ ການລົງທຶນ ໃນບໍລິສັດ ຂົນສົ່ງສິນຄ້າ ຂອງຣັດເຊຍ

ລັດຖະມົນຕີ ກະຊວງການຄ້າ ທ່ານ Wilbur Ross ຈັດກອງປະຊຸມຖະແຫລງຂ່າວ ຢູ່ກະຊວງການຄ້າ ໃນນະຄອນລວງ ວໍຊິງຕັນ, ວັນທີ 10 ມີນາ 2017.
ລັດຖະມົນຕີ ກະຊວງການຄ້າ ທ່ານ Wilbur Ross ຈັດກອງປະຊຸມຖະແຫລງຂ່າວ ຢູ່ກະຊວງການຄ້າ ໃນນະຄອນລວງ ວໍຊິງຕັນ, ວັນທີ 10 ມີນາ 2017.

ລັດຖະມົນຕີ ກະຊວງການຄ້າສະຫະລັດ ທ່ານ Wilbur Ross ມີຜົນປະໂຫຍດທາງ
ດ້ານ ການຄ້າຢ່າງຫຼວງຫຼາຍ ໂດຍການຮ່ວມລົງທຶນ ໃນບໍລິສັດຂົນສົ່ງ ກັບລູກເຂີຍ
ຂອງ ປະທານາທິບໍດີ Vladimir Putin ແລະ ຜູ້ມີອຳນາດຂອງຣັດເຊຍ ຊຶ່ງບໍລິສັດນີ້
ຖືກອາເມຣິກາ ວາງມາດຕະການລົງໂທດ ດັ່ງທີ່ເອກະສານທີ່ຮົ່ວໄຫລອອກມາໃໝ່ໆ
ໄດ້ສະແດງ ໃຫ້ເຫັນ ໃນວັນອາທິດວານນີ້.

ທ່ານ Ross ອາຍຸ 79 ປີ ມະຫາເສດຖີພັນລ້ານ ໃນດ້ານອຸດສາຫະກຳ ໄດ້ລົງທຶນ ໃນ
ບໍລິສັດຮຸ້ນສ່ວນ ມູນຄ່າ ລະຫວ່າງ 2 ລ້ານ ຫາ 10 ລ້ານໂດລາ ໃນບໍລິສັດການສົ່ງ
ອອກສິນຄ້າ ຊື່ວ່າ Navigator Holdings ອິງຕາມເອກະສານ ດ້ານຈັນຍາບັນຂອງ
ລັດຖະການທີ່ໄດ້ຖືກເປີດເຜີຍນັ້ນ.

ທ່ານ Kirill Shamalov, ຜູ້ບໍລິຫານໃຫຍ່ ບໍລິສັດພະລັງງານ ຂອງຣັດເຊຍ Sibur ແລະເປັນສາມີຂອງລູກສາວຄົນນຶ່ງ ຂອງປະທານາທິບໍດີ ຣັດເຊຍ ທ່ານ ວາລາດີເມຍ ປູຕິນ, ເຂົ້າຮ່ວມກອງປະຊຸມ ກ່ຽວກັບນ້ຳມັນ ແລະ ແກັສ ແຫ່ງຊາດ ໃນນະຄອນຫຼວງມົສກູ ຂອງຣັດເຊຍ, ວັນທີ 20 ເມສາ 2016.

ບໍລິສັດຂົນສົ່ງດັ່ງກ່າວ ສ້າງລາຍຮັບໄດ້ຫຼາຍລ້ານໂດລາຕໍ່ປີ ດ້ວຍການຂົນສົ່ງແກັສ
ທຳມະຊາດ ໃຫ້ແກ່ ບໍລິສັດ Sibur ຊຶ່ງເປັນບໍລິສັດພະລັງງານຂອງຣັດເຊຍ ທີ່ທ່່ານ Kirill
Shamalov ສາມີຂອງລູກສາວ ທ່ານປູຕິນ ນາງ Katerina Tikhonova ແລະ ທ່ານ
Gennady Timchenko ນັກທຸລະກິດຂອງຣັດເຊຍ ຜູ້ເປັນຄູ່ຝຶກຊ້ອມ ມວຍຈູໂດ ຂອງ
ທ່ານປູຕິນ ຕ່າງກໍເປັນເຈົ້າຂອງຮຸ້ນສ່ວນໃນບໍລິສັດນີ້ ອິງຕາມເອກກະສານດັ່ງກ່າວ.
ທ່ານ Timchenko ເປັນບຸກຄົນທີ່ໄດ້ຖືກສະຫະລັດ ວາງມາດຕະການລົງໂທດ ຍ້ອນ
ການບຽດຍຶດເອົາແຫຼມຄຣາຍເມຍຂອງຢູເຄຣນ ໂດຍຣັດເຊຍເມື່ອ ປີ 2014 ແລະ
ພາຍຫລັງຈາກການສະໜັບສະໜູນ ພວກແບ່ງແຍກດິນແດນ ທີ່ນິຍົມຣັດເຊຍ
ຕໍ່ສູ້ກັບກຳລັງຂອງລັດຖະບານ Kyiv ຢູ່ໃນພາກຕາເວັນອອກຂອງຢູເຄຣນ ນັ້ນ.

ທ່ານ Ross ໄດ້ຂາຍຮຸ້ນສ່ວນຂອງບໍລິສັດຈຳນວນນຶ່ງອອກ ໃນເວລາ ທ່ານໄດ້ເຂົ້າຮ່ວມ
ໃນຄະນະລັດຖະບານຂອງປະທານາທິບໍດີ ດໍໂນລ ທຣຳ ເມື່ອຕົ້ນປີນີ້ ເພື່ອຫລີກລ່ຽງ
ບັນຫາຂັດແຍ່ງດ້ານຜົນປະໂຫຍດ ໃນຂະນະທີ່ ທ່ານສົ່ງເສີມການຄ້າສະຫະລັດ ໃນ
ທົ່ວໂລກ. ແຕ່ທ່ານຍັງຮັກສາໄວ້ ຮຸ້ນສ່ວນໃນບໍລິສັດ Navigator ຢູ່ ຊຶ່ງໄດ້ຖືຮຸ້ນສ່ວນ
ໃນຮູບແບບຂອງຕ່ອງໂສ້ຫຼາຍຕໍ່ ຢູ່ໃນປະເທດເກາະ Cayman ທີ່ເປັນເຂດນອກ
ປະເທດ ບ່ອນຫລົບລີກພາສີອາກອນ ທີ່ທ່ານ Ross ໄດ້ນຳເອົາຊັບສິນຂອງທ່ານ
ທີ່ກະປະມານວ່າມີຢູ່ 2 ຕື້ໂດລາ ໄປຝາກໄວ້.

ປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin, ຊ້າຍ, ແລະ ຜູ້ມີອຳນາດຂອງລັດເຊຍ ທ່ານ Gennady Timchenko ຢ້ຽມຊົມ ຫໍສະແດງຄອນເສີດ ຂອງໂຮງລະຄອນ Mariinsky ໃນນະຄອນ St. Petersburg ຂອງຣັດເຊຍ, ວັນທີ 3 ມິຖູນາ 2017.
ປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin, ຊ້າຍ, ແລະ ຜູ້ມີອຳນາດຂອງລັດເຊຍ ທ່ານ Gennady Timchenko ຢ້ຽມຊົມ ຫໍສະແດງຄອນເສີດ ຂອງໂຮງລະຄອນ Mariinsky ໃນນະຄອນ St. Petersburg ຂອງຣັດເຊຍ, ວັນທີ 3 ມິຖູນາ 2017.

ທ່ານ Ross ບໍ່ໄດ້ເປີດເຜີຍ ການເຊື່ອມໂຍງກັບທຸລະກິດຂອງຣັດເຊຍ ໃນເວລາທ່ານ
ໄດ້ຖືກຮັບຜ່ານໃຫ້ເປັນລັດຖະມົນຕີ ກະຊວງການຄ້າ ໂດຍສະພາສູງສະຫະລັດ ແຕ່ມັນ
ໄດ້ຖືກເປີດເຜີຍອອກມາ ໃນເອກກະສານພາຍໃນ ບໍລິສັດ Appleby ທີ່ມີຫ້ອງການຕັ້ງ
ຢູ່ໃນເກາະ Bermuda ຊຶ່ງເປັນບໍລິສັດດ້ານກົດໝາຍຢູ່ນອກປະເທດ ຫຼາຍກວ່າ 7 ລ້ານ
ສະບັບ ຊຶ່ງບໍລິສັດນີ້ ເປັນທີ່ປຶກສາໃຫ້ແກ່ພວກເສດຖີລະດັບສູງ ກ່ຽວກັບ ນິຕິກຳດ້ານ
ການເງິນ ໃນທົ່ວໂລກ ເພື່ອຫລີກລ່ຽງພາສີອາກອນຈຳນວນຫຼາຍຕື້ໂດລາ. ບໍລິສັດ
Appleby ກ່າວວ່າ ຕົນໄດ້ສືບສວນທຸກໆຂໍ້ກ່າວຫາທັງຫຼາຍ ແລະ ໄດ້ພົບເຫັນວ່າ “ບໍ່ມີຫລັກຖານໃດໆ ເຫັນວ່າ ມີການກະທຳຜິດ ໃນສ່ວນຂອງບໍລິສັດຂອງພວກເຮົາ
ຫຼື ບັນດາລູກຄ້າຂອງພວກເຮົາ.”

US Commerce Secretary Russia
please wait

No media source currently available

0:00 0:01:19 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG