ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ ສະ​ຫະ​ລັດ ຈະ​ເດີນ​ທາງ​ໄປ ຈີນ ທ່າມ​ກາງ​ຄວາມ​ຂັດ​ແຍ້ງ​ດ້ານ​ການ​ຄ້າ


ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ ສະ​ຫະ​ລັດ ທ່ານ​ນາງ ຈີ​ນາ ຣາຍມອນ​ໂດ ກ່າວ​ຄຳ​ປາ​ໄສ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ສຸດຍອດ​ພິ​ເສດ ອາ​ຊຽນ, 12 ພຶດ​ສະ​ພາ 2022.
ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ ສະ​ຫະ​ລັດ ທ່ານ​ນາງ ຈີ​ນາ ຣາຍມອນ​ໂດ ກ່າວ​ຄຳ​ປາ​ໄສ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ສຸດຍອດ​ພິ​ເສດ ອາ​ຊຽນ, 12 ພຶດ​ສະ​ພາ 2022.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ ສະ​ຫະ​ລັດ ທ່ານ​ນາງ ຈີ​ນາ ຣາຍມອນ​ໂດ ຈະ​ເລີ່ມ​ການ​ເດີນ​ທາງ​ຢ້ຽມ​ຢາມ ຈີນ ເປັນ​ເວ​ລາ 4 ວັນ​ໃນ​ທ້າຍ​ອາ​ທິດນີ້. ການ​ປະ​ກາດ​ດັ່ງ​ກ່າວ​ ໄດ້​ມີ​ຂຶ້ນບໍ່​ດົນຫຼັງ​ຈາກ​ລັດ​ຖະ​ບານ​ທ່ານ ໄບ​ເດັນ ໄດ້​ອອກ​ດຳ​ລັດ​ສະ​ບັບ​ນຶ່ງ ທີ່​ຫ້າມ​ການ​ລົງ​ທຶນ​ບາງ​ຢ່າງ ​ຂອງ ສະ​ຫະ​ລັດ ໃນ ຈີນ.

ກະ​ຊວງ​ການ​ຄ້າ​ໄດ້​ກ່າວ​ ໃນ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ​ວ່າ ທ່ານ​ນາງ ຣາຍມອນ​ໂດ ຈະ​ຢ້ຽມ​ຢາມ ປັກ​ກິ່ງ ແລະ ຊຽ​ງ​ໄຮ້ ຈາກວັນ​ທີ 27 ຫາ 30 ສິງ​ຫາ ແລະ ຈະພົບ​ປະ​ກັບ​ບັນ​ດາ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ລັດ​ຖະ​ບານ ຈີນ ແລະ ບັນ​ດາ​ຜູ້​ນຳ​ທຸ​ລະ​ກິດ ອາ​ເມ​ຣິ​ກັນ.

ການ​ເດີນ​ທາງ​ດັ່ງ​ກ່າວ​ແມ່ນ​ມີ​ຈຸດ​ປະ​ສົງ​ເພື່ອ​ເສີມ​ຂະ​ຫຍາຍ​ການ​ສື່​ສານ​ລະ​ຫວ່າງ ສະ​ຫະ​ລັດ ແລະ ຈີນ ໃນ​ບັນ​ຫາ​ຕ່າງໆ​ ທີ່​ກ່ຽວ​ຂ້ອງ​ກັບ​ສາຍ​ພົວ​ພັນ​ການ​ຄ້າ​ລະ​ຫວ່າງ ສະ​ຫະ​ລັດ ກັບ ຈີນ, ສິ່ງ​ທ້າ​ທາຍ​ຕ່າງໆ​ທີ່​ທຸ​ລະ​ກິດ ສະ​ຫະ​ລັດ ໄດ້​ປະ​ເຊີນ ແລະ ​ຂະ​ແໜງການ​ຕ່າງໆ​ສຳ​ລັບ​ໂອ​ກາດ​ ໃນ​ການ​ຮ່ວມ​ມື, ອີງ​ຕາມ​ຖະ​ແຫຼງ​ຂ່າວ​ຈາກ​ກະ​ຊວງ​ການ​ຄ້າ.

ບັນ​ດາ​ນັກ​ວິ​ເຄາະ​ໄດ້​ກ່າວ​ວ່າໃນ​ຂະ​ນະ​ທີ່ເສດ​ຖະ​ກິດ​ຂອງ ຈີນ ອາດ​ເປັນ​ບັນ​ຫາ​ໄລ​ຍະ​ຍາວ, ປັກ​ກິ່ງ ຫວັງ​ທີ່​ຈະ​ໃຊ້​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ນາງ ຣາຍມອນ​ໂດ ເພື່ອ​ຕ່າວ​ປີ້ນ ​ຄວາມ​ຄິດ​ທີ່​ວ່າ ຈີນ ແມ່ນບໍ່​ໄດ້​ເປັນ​ມິດ ​ຕໍ່​ບັນ​ດາ​ບໍ​ລິ​ສັດ​ຕ່າງ​ປະ​ເທດ​ອີກ​ຕໍ່​ໄປ, ແຕ່​ການ​ເດີນ​ທາງຢ້ຽມ​ຢາມດັ່ງ​ກ່າວ​ ອາດບໍ່​ນຳ​ເອົາ​ການ​ບັນ​ລຸ​ຄວາມ​ສຳ​ເລັດ​ໃດໆມາ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG