ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ຊົມ​ເຊີຍ ​ເຢ​ເມັນ ທີ່​​ຍຶດ​ໄດ້ ກໍ່າ​ປັ່ນ​​ ທີ່​ຂົນສົ່ງອາວຸດ ຈາກອິຣ່ານ


ແຜນທີ່ປະເທດ YEMEN
ແຜນທີ່ປະເທດ YEMEN
ສະຫະລັດ​ຊົມ​ເຊີຍ​ເຢ​ເມັນ ທີ່ຍຶດ​ໄດ້ກໍ່າ​ປັ່ນ​ລໍາ​ນຶ່ງ​ ທີ່​ບັນທຸກ
ອາວຸດ​ຍຸດ​ໂທ​ປະກອນ​ຕ່າງ​ໆທີ່​ສະໜອງໃຫ້ໂດຍ​ອິຣ່ານ ທີ່​
ປາກົດ​ວ່າ​ ຈະ​ສົ່ງ​ໄປ​ໃຫ້​ພວກ​ກະບົດ​ຢູ່​ທາງ​ພາກ​ເໜືອຂອງ
​ເຢ​ເມັນ​ນັ້ນ.

ທ່ານ​ນາງ Victoria Nuland ​ໂຄສົກ​ກະຊວງ​ຕ່າງປະ​ເທດ​
ສະຫະລັດ ​ເວົ້າ​ເມື່ອ​ວັນ​ເສົາ​ວານ​ນີ້​ວ່າ ການ​ສືບສວນຂອງ
ລັດຖະບານ​ເຢ​ເມັນ​ພົບ​ວ່າ​ອາວຸດ​ດັ່ງກ່າວ ​ໄດ້ຂົນ​ຂຶ້ນໃສ່​ກໍ່າ
​ປັ່ນ​ ຢູ່ໃນ​ອິຣ່ານ.

ກອງທັບ​ເຮືອ​ສະຫະລັດ ​ແລະ​ໜ່ວຍ​ຍາມ​ຝັ່ງຂອງ​ເຢ​ເມັນ ​ໄດ້
​ຢຸດ​ກໍ່າ​ປັ່ນ​ລໍາດັ່ງກ່າວ​ເມື່ອ​ເດືອນ​ຜ່ານ​ມາ ຢູ່​ທີ່​ທະ​ເລ Arabian
ຊຶ່ງ​ໃນ​ກໍ່າ​ປັ່ນ​ນັ້ນ ​ເຕັມ​ໄປ​ດ້ວຍ​ອາວຸດຫຼາຍຊະນິດ ​ໂຮມ​ທັງລູກ
​ສອນ​ໄຟ​ຕໍ່ຕ້ານເຮືອບິນ​ຊະນິດ​ແບກ​ໃສ່​ບ່າ ປືນ​ຄົກ ​ແລະ​ລະ​ເບີດ RPG

ກະຊວງ​ຕ່າງປະ​ເທດ​ສະຫະລັດ​ເວົ້າ​ວ່າ ອາ​ວຸດ​ເຫຼົ່ານີ້ ​ແມ່ນ​ຖືກ​ອອກ​ແບບ ເພື່ອ​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ ​ແລະເຮັດ​ໃຫ້ຄົນ​ບາດ​ເຈັບ​ລົ້ມ​ຕາຍ​ ​ໃນ​ຈໍານວນ​ຫລາຍ​ທີ່​ສຸດ.

ຖະ​ແຫຼງການ​ຂອງ​ທ່ານ​ນາງ​ນູລັນ​ເມື່ອ​ວັນ​ເສົາ​ວານ​ນີ້ ຍັງ​ໄດ້​ຍົກຍ້ອງ​ເຢ​ເມັນ ທີ່​ໄດ້​ຮ້ອງ​ຂໍຂອງ
ໃຫ້​ສະພາ​ຄວາມ​ໝັ້ນຄົ​ງສະຫະ​ປະຊາ​ຊາດ​ທໍາ​ການ​ສືບສວນ​ສອບ​ສວນເລຶ່ອງນີ້ ​ໂດຍ​ກ່າວ​ວ່າ ​
ມັນສະ​ແດງ​ໃຫ້​ເຫັນ​ວ່າ​ເຢ​ເມັນ ມີ​ຄວາມ​ຕື່ນ​ຕົວ​ໃນ​ການ​ຮັບ​ມື​ກັບ​ໄພ​ຂົ່ມຂູ່​ຕໍ່​ອະທິປະ​ໄຕ​ຂອງ​ຕົນ
ຕໍ່​ການ​ຜັນປ່ຽນ​ທາງ​ການ​ເມືອງຂອງ​ຕົນ ​ແລະ​ຕໍ່​ຄວາມ​ໝັ້ນຄົງ​ແຫ່ງ​ຂົງ​ເຂດ​. ການສອບສວນ
​ຂອງ​ຢູ​ເອັນ​ຈະ​ລົງ​ຄວາມ​ເຫັນ​ວ່າ ກາ​ນລໍາລຽງອາວຸດ​ດັ່ງກ່າວ ນັ້ນ​ມາ​ຈາກ​ໃສ.

ກະຊວງ​ຕ່າງປະ​ເທດ​ສະຫະລັດ​ເວົ້າ​ອີກ​ວ່າ ຕົ້ນ​ທາງ​ຂອງ​ກໍ່າ​ປັ່ນ ​ແລະ​ສິນຄ້າ​ຢູ່​ໃນ​ກໍ່າ​ປັ່ນ ​ແມ່ນ​ເນັ້ນ​ຢໍ້າ​ໃຫ້​ເຫັນເຖິງ​ການ​ຝ່າຝືນທີ່​ກໍາລັງ​ດໍ​າ​ເນີນ​ໄປຢ່​າງບໍ່​ລົດ​ລະຂອງ​ອິຣ່ານ ຕໍ່​ມະຕິ​ສະພາ​ຄວາມ​ໝັ້ນຄົງ​ ຫົກ​ຂໍ້​ທີ່​ຫ້າມ​ອິຣ່ານ ​ບໍ່​ໃຫ້ຂາຍ​ອາວຸດນັ້ນ.

XS
SM
MD
LG