ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຜູ້ບັນຊາການ ກອງທັບສະຫະລັດ ສໍາລັບເຂດປາຊີຟິກ ຢ້ຽມຢາມລາວ


ພົນໂທ Francis J. Wiercinski ຜູ້ບັນຊາການທະຫານ
ປະຈໍາພາກພື້ນປາຊິຟິກ ຂອງກອງທັບສະຫະລັດ ໄປຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນອາທິດທີສອງ ຂອງເດືອນກຸມພານີ້
ພົນໂທ Francis J. Wiercinski ຜູ້ບັນຊາການທະຫານ ປະຈໍາພາກພື້ນປາຊິຟິກ ຂອງກອງທັບສະຫະລັດ ໄປຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນອາທິດທີສອງ ຂອງເດືອນກຸມພານີ້
ພົນໂທ Francis J. Wiercinski ຜູ້ບັນຊາການທະຫານປະ
ຈໍາພາກພື້ນແປຊິຟິກ ຂອງກອງທັບສະຫະລັດ ໄດ້ເດີນທາງ
ຢ້ຽມຢາມ ສປປ.ລາວ ຢ່າງເປັນທາງການ ເມື່ອອາທິດທີ່ຜ່ານ
ມານີ້ ຊຶ່ງຖືເປັນຜູ້ນໍາກອງທັບລະດັບສູງສຸດຂອງສະຫະລັດທີ່
ເດີນທາງຢ້ຽມຢາມລາວ ນັບແຕ່ປີ 2007 ເປັນຕົ້ນມາ ພາຍໃຕ້
ເປົ້າໝາຍທີ່ຈະເສີມສ້າງສາຍພົວພັນ ແລະການຮ່ວມມືກັບ ກອງທັບປະຊາຊົນລາວໃຫ້ຫຼາຍຂຶ້ນນັບມື້

ໃນການເດີນທາງຢ້ຽມຢາມລາວ ຢ່າງເປັນທາງການຄັ້ງນີ້
ພົນໂທ Francis J. Wiercinski ໄດ້ພົບປະເຈລະຈາຮ່ວມ
ກັບ ທ່ານພົນຕີ ຈັນສະໝອນ ຈັນຍະລາດ ລັດຖະມົນຕີຊ່ວຍ
ວ່າການກະຊວງປ້ອງກັນປະເທດ ແລະຫົວໜ້າກົມໃຫຍ່ການ
ເມືອງກອງທັບປະຊາຊົນລາວ ຊຶ່ງທັງສອງຝ່າຍໄດ້ເຫັນພ້ອງ ທີ່ຈະເສີມຂະຫຍາຍການຮ່ວມມມືລະຫວ່າງກັນ ເຂົ້າໃນດ້ານການສຶກສາແລະການເຝິກ
ອົບລົມ ທາງດ້ານການທະຫານ ການເກັບກູ້ລະເບີດ ແລະການຊ່ວຍເຫຼືອດ້ານມະນຸດ
ສະທໍາ ທີ່ໄດ້ດໍາເນີນມາເປັນໄລຍະເວລາເຖິງ 15 ປີ ແລ້ວ.

ທັງນີ້ ໂດຍສະເພາະແມ່ນໃນດ້ານມະນຸດສະທໍາທີ່ເນັ້ນໜັກການຂະຫຍາຍໂອກາດທາງ ດ້ານການສຶກສາ ແລະບໍລິການດ້ານສາທາລະນະສຸກໄປສູ່ປະຊາຊົນ ແລະເຍົາວະຊົນ ລາວໃນເຂດຊົນນະບົດນັ້ນ ກອງທັບສະຫະລັ ດກໍໄດ້ໃຫ້ການຊ່ວຍເຫຼືອແກ່ລາວເກືອບ
10 ລ້ານໂດລາ ຊຶ່ງຖືເປັນການຕອບແທນ ທີ່ທາງການແລະປະຊາຊົນ ລາວໄດ້ໃຫ້ການ ຊ່ວຍເຫຼືອກອງທັບສະຫະລັດ ໃນການຊອກຫາຊາກກະດູກ ແລະສິ່ງເສດເຫຼືອຂອງທະ ຫານອະເມຣິກັນທີ່ເສຍຊີວິດໄປ ໃນປາງສົງຄາມອິນໂດຈີນ ຫຼື MIA ໃນລາວ ດັ່ງທີ່ເຈົ້າ ໜ້າທີ່ຂັ້ນສູງໃນກະຊວງການຕ່າງປະເທດຂອງລາວໄດ້ ກ່າວວ່າ:

ຂໍສະແດງຄວາມຂອບອົກຂອບໃຈມາຍັງລັດຖະບານແຫ່ງສະຫະລັດອາເມ
ຣິກາທີ່ ວ່າ ໄດ້ເຫັນອົກເຫັນໃຈແລະໃຫ້ການຊ່ວຍເຫຼືອທາງດ້ານມະນຸດສະ
ທໍາ ແກ່ພີ່ນ້ອງຊາວລາວ ແຕ່ວ່າເຖິງຢ່າງໃດກໍຕາມ ຊີວິດການເປັນຢູ່ຂອງ ພວກເຮົາກໍຍັງຢູ່ໃນລະດັບຫຍຸ້ງຍາກຢູ່ ຈັ່ງຊັ້ນນະໂຍບາຍຂອງລັດຖະບານ ລາວກ່ຽວກັບການປັບປຸງຊີວິດການເປັນຢູ່ຂອງພວກເຮົາຫັ້ນ ແມ່ນຕ້ອງ ປັບປຸງໃຫ້ມັນດີຂຶ້ນສະເໝີໄປ.”


ພິທີເຊັນມອບໂອນໂຮງຮຽນທີ່ສະຫະລັດສ້າງໃຫ້ເມືອງວີລະບູລີ ໃຫ້ອໍານາດປົກຄອງແຂວງສະຫວັນນະເຂດ ເມື່ອເດືອນທັນວາ 2012.
ພິທີເຊັນມອບໂອນໂຮງຮຽນທີ່ສະຫະລັດສ້າງໃຫ້ເມືອງວີລະບູລີ ໃຫ້ອໍານາດປົກຄອງແຂວງສະຫວັນນະເຂດ ເມື່ອເດືອນທັນວາ 2012.

ຕົວຢ່າງກໍຄືໂຄງການກໍ່ສ້າງຫ້ອງສຸກເສີນ ໃຫ້ກັບໂຮງໝໍມິດຕະ
ພາບ ລາວ-ມົງໂກເລຍ ຢູ່ແຂວງຊຽງຂວາງ ໂຄງການກໍ່ສ້າງໂຮງ
ຮຽນມັດທະຍົມສົມບູນໃນແຂວງສະຫວັນນະເຂດ ຊຽງຂວາງ
ເຊກອງ ສາລະວັນ ແລະໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ
ຢູ່ໃນແຂວງອັດຕະປື ຊຶ່ງລວມໄປເຖິງການຊ່ວຍເຫຼືອໃນການຫຼຸດ
ຜ່ອນບັນຫາຢາເສບຕິດ ແລະການເກັບກູ້ລະເບີດບໍ່ທັນແຕກ ເປັນຕົ້ນ.

ນອກຈາກນີ້ ທາງດ້ານມູນນິທິມິດຕະພາບລາວ-ອະເມຣິກັນ
ກໍຍັງໄດ້ປະກາດແຜນການໃຫ້ການຊ່ວຍເຫຼືອແກ່ລາວ ຄິດ
ເປັນມູນຄ່າເຖິງ 70 ລ້ານໂດລາ ໂດຍຈະນໍາໃຊ້ເຂົ້າໃນການກໍ່ສ້າງໂຮງຮຽນ ແລະສຸກສາ
ລາໃນທົ່ວປະເທດລາວ ຕະຫຼອດແຜນການພັດທະນາຈາກປັດຈຸບັນໄປຈົນເຖິງປີ 2015.

ອິງຕາມການພົບປະເຈລະຈາລະຫວ່າງຄະນະຜູ້ແທນຂອງທາງການລາວກັບສະຫະລັດ ເມື່ອບໍ່ດົນມານີ້ ກໍໄດ້ມີການສະຫລຸບຜົນການຮ່ວມມືລະຫວ່າງກັນວ່າ ນັບແຕ່ປີ 1982 ເປັນຕົ້ນມາຈົນເຖິງປັດຈຸບັນ ໄດ້ຄົ້ນພົບຊາກກະດູກ ແລະສິ່ງເສດເຫຼືອຂອງ MIA ໃນລາວ
ແລ້ວ 258 ກໍລະນີ ແລະຍັງເຫຼືອອີກ 317 ກໍລະນີ ທີ່ຍັງຈະຕ້ອງຮ່ວມມືກັນຊອກຫາຕໍ່ໄປ.

ສ່ວນຊາກກະດູກ ແລະສິ່ງເສດເຫຼືອຂອງ MIA ທີ່ຖືກຄົ້ນພົບນັ້ນ ທາງການລາວກໍໄດ້ ສົ່ງມອບໃຫ້ກັບທາງການສະຫະລັດ ເປັນປະຈໍາທຸກໆຄັ້ງ ທີ່ໄດ້ສິ້ນສຸດການດໍາເນີນງານ ຮ່ວມກັນໃນແຕ່ລະໄລຍະ ຊຶ່ງຕາມປົກກະຕິແລ້ວ ກໍຄືທຸກໆ 6 ເດືອນ ແລະທາງການ
ສະຫະລັດກໍຈະສົ່ງຊາກກະດູກ ແລະສິ່ງເສດເຫຼືອທີ່ໄດ້ຮັບມອບດັ່ງກ່າວ ໄປຍັງຮາວາຍ ເພື່ອພິສູດ DNA ຕໍ່ໄປ.
XS
SM
MD
LG