ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ບັນ​ຊາ​ການ ສະ​ຫະ​ລັດ ກ່າວ​ຫາ ຣັດ​ເຊຍ ກ່ຽວ​ກັບ "ການ​ປະ​ພຶດ​ທີ່​ໂງ່​ໃນ​ອາ​ກາດ" ຢູ່​ປະ​ເທດ ຊີ​ເຣຍ


ໃນ​ພາບນີ້​ທີ່​ຖືກ​ເປີດ​ເຜີນ​ໂດຍ​ຫ້ອງ​ຂ່າວ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຣັດ​ເຊຍ ເມື່ອ​ວັນ​ທີ 25 ມິ​ຖຸ​ນາ 2021 ສະ​ແດງ​ໃຫ້​ເຫັນ​ເຮືອ​ບິນ​ລົບ Su-35 ຂອງກອ​ງ​ທັບ​ອາ​ກາດ ຣັດ​ເຊຍ ບິນ​ອອກ​ຈາກ​ຖານ​ທັບ​ອາ​ກາດ​ໃນ​ເມືອງ ເຮ​ເມ​ມີມ ປະ​ເທດ ຊີ​ເຣຍ.
ໃນ​ພາບນີ້​ທີ່​ຖືກ​ເປີດ​ເຜີນ​ໂດຍ​ຫ້ອງ​ຂ່າວ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຣັດ​ເຊຍ ເມື່ອ​ວັນ​ທີ 25 ມິ​ຖຸ​ນາ 2021 ສະ​ແດງ​ໃຫ້​ເຫັນ​ເຮືອ​ບິນ​ລົບ Su-35 ຂອງກອ​ງ​ທັບ​ອາ​ກາດ ຣັດ​ເຊຍ ບິນ​ອອກ​ຈາກ​ຖານ​ທັບ​ອາ​ກາດ​ໃນ​ເມືອງ ເຮ​ເມ​ມີມ ປະ​ເທດ ຊີ​ເຣຍ.

ຜູ້​ບັນ​ຊາ​ການ​ທະ​ຫານ ສະ​ຫະ​ລັດ ລະ​ດັບ​ສູງ​ຄົນ​ນຶ່ງ​ໄດ້​ກ່າວ​ຫາ​ກອງ​ທັບ​ອາ​ກາດ ຣັດ​ເຊຍ ກ່ຽວ​ກັບ ການ​ສະ​ໜັບ​ສະ​ໜູນ​ໃຫ້​ນັກ​ບິນ​ຂອງ​ພວກ​ເຂົາ​ພົວ​ພັນ​ໃນ “ການ​ປະ​ພຶດ​ທີ່​ໂງ່​ໃນ​ອາ​ກາດ,” ກໍ່​ໃຫ້​ມີ​ຄວາມ​ສ່ຽງ​ເກີດ​ອຸ​ບັດ​ເຫດ ຫຼື ແມ່ນ​ກະ​ທັ້ງ​ຄວາມ​ຂັດ​ແຍ້ງ​ໃນ​ປະ​ເທດ ຊີ​ເຣຍ.

ພົນ​ໂທ ອາ​ເລັກ​ຊັ​ສ ກ​ຣິນ​ເຄວິ​ຈ, ຜູ້​ບັນ​ຊາ​ການກຳ​ລັງ​ປະ​ສົມ​ກອງ​ທັບ​ອາ​ກາດພາຍ​ໃນ​ກອງ​ບັນ​ຊາ​ການ​ສູນກຳ​ລັງສະ​ຫະ​ລັດ​ໃນ​ພາກ​ຕາ​ເວັນ​ອອກ​ກາງ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ເມື່ອ​ວັນ​ພຸດ​ວານນີ້​ວ່າ​ເຮືອ​ບິນ​ລົບ ຣັດ​ເຊຍ ໄດ້​ສືບ​ຕໍ່​ລະ​ເມີດ​ລະ​ບຽບ​ການ ຫຼຸດຜ່ອນ​ຄວາມ​ສ່ຽງ​ໃນ​ການ​ຕຳ​ກັນ​ຢູ່ ຊີ​ເຣຍ ຫຼາຍ​ຄັ້ງ​ຕໍ່​ມື້, ເຮັດ​ໃຫ້​ກອງ​ກຳ​ລັງ ສະ​ຫະ​ລັດ ມີ​ຄວາມ​ສ່ຽງ.

ແລະ ເຖິງ​ແມ່ນ​ວ່າ​ຈະ​ມີ​ການ​ເຕືອນ​ໃນ​ຄັ້ງ​ທີ່​ຜ່ານ​ມາຈາກ ສະ​ຫະ​ລັດ ກໍ່​ຕາມ, ທ່ານ ກ​ຣິນ​ເຄວິ​ຈ ໄດ້​ກ່າວ​ວ່າ​ການ​ປະ​ຕິ​ບັດ​ການ​ລ່ວງ​ລະ​ເມີດ​ຂອງ ຣັດ​ເຊຍ ເບິ່ງ​ຄື​ວ່າ​ຈະ​ຮ້າຍ​ແຮງ​ຂຶ້ນ​ເລື້ອຍໆ.

ທ່ານ​ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ລາຍ​ງານ​ທາງ​ຄອມ​ພິວ​ເຕີ​ວ່າ “ພວກ​ເຮົາ​ມີ​ກໍ​ລະ​ນີ​ທີ່​ເມື່ອບໍ່​ດົນ​ມານີ້, ຫາ​ກໍ່​ເກີດ​ຂຶ້ນມື້​ເຊົ້າ​ນີ້, ຕາມ​ເວ​ລາ​ໃນ ຊີ​ເຣຍ, ເຊິ່ງ​ເຮືອ​ບິນ ຣັດ​ເຊຍ ໄດ້​ເຂົ້າ​ມາ​ໃນ​ໜ່ານ​ຟ້າ​ຂອງ​ພວກ​ເຮົາ.”

ທ່ານ ກ​ຣິນ​ເຄ​ວິ​ຈ ໄດ້​ກ່າວ​ອີກວ່າ “ພວກ​ເຮົາ​ມີ​ກໍ​ລະ​ນີມື້​ວານນີ້ ແລະ ພວກ​ເຮົາ​ກໍໄດ້​ມີ​ກໍ​ລະ​ນີ​ວັນ​ກ່ອນ​ໜ້ານີ້.” ​ທ່ານ​ເວົ້າ​ວ່າ​ກອງ​ກຳ​ລັງ ສະ​ຫະ​ລັດ ໃນ ຊີ​ເຣຍ ໄດ້​ເຫັນ​ການ​ບຸກ​ລຸກ​ແບບ​ນັ້ນ​ສາມ​ຫາ​ສີ່​ຄັ້ງ​ຕໍ່​ວັນ​ໂດຍ​ເຮືອ​ບິນ​ລົບ ຣັດ​ເຊຍ ທີ່​ບັນ​ຈຸ​ອາ​ວຸດ​ທີ່​ເປັນ​ລູກ​ປືນ​ຈາກ​ອາ​ກາດ​ສູ່​ດິນ ແລະ ລະ​ເບີດ​ຢ່າງ​ຄົ​ບ​ຊຸດ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG