ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກ​ສຶກ​ສາ ເຂົ້າ​ຮຽນ ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ສະ​ຫະ​ລັດ ຫຼຸດ​ລົງ ເປັນ​ປີ​ທີ 7


ຜູ້​ນຳ​ທ່ຽວ​ນັກ​ສຶກ​ສາຄົນ​ນຶ່ງ ​ພວມ​ພາ​ນັກ​ຮຽນມ​ັດ​ທະ​ຍົມ​ປີ​ສຸດ​ທ້າຍ ໄປ​ຊົມ​ມະ​ຫາ​ວິ​ທະ​ຍາ​ໄລ ລັດ​ຄາ​ລີ​ຟໍ​ເນຍ ທີ່​ນະ​ຄອນ​ລັອ​ສແອນ​ເຈີ​ລິ​ສ ຫຼື UCLA.
ຜູ້​ນຳ​ທ່ຽວ​ນັກ​ສຶກ​ສາຄົນ​ນຶ່ງ ​ພວມ​ພາ​ນັກ​ຮຽນມ​ັດ​ທະ​ຍົມ​ປີ​ສຸດ​ທ້າຍ ໄປ​ຊົມ​ມະ​ຫາ​ວິ​ທະ​ຍາ​ໄລ ລັດ​ຄາ​ລີ​ຟໍ​ເນຍ ທີ່​ນະ​ຄອນ​ລັອ​ສແອນ​ເຈີ​ລິ​ສ ຫຼື UCLA.

ການ​ເຂົ້າ​ຮຽນ​ຢູ່​ຕາມ​ວິ​ທະ​ຍາ​ໄລ​ແລະ​ມະ​ຫາ​ວິ​ທະ​ຍາໄລແຫ່ງ​ຕ່າງໆ​ໃນ​ທົ່ວ​ສະ​ຫະ​ລັດ ໄດ້​ຫລຸດ​ລົງ ​ເປັນ​ປີ​ທີເຈັດ​ລຽນ​ຕິດ ອີງ​ຕາມ​ການ​ສຶກ​ສາ ​ທີ່​ນຳ​ອອກ​ເຜີຍ​ແຜ່ໃນ​ວັນ​ພະ​ຫັດ​ວານນີ້.

ສູນ​ກາງ​ຄົ້ນ​ຄວ້າ ​ນັກ​ສຶກ​ສາ​ແຫ່ງ​ຊາດ Clearinghouse ຊຶ່ງ​ເປັນ​ອົງ​ການ​ຄົ້ນ​ຄວ້າ​ກ່ຽວ​ກັບ​ການ​ສຶກ​ສາ​ຂັ້ນ​ສູງທີ່​ບໍ່​ຫວັງ​ຜົນ​ກຳ​ໄລ ກ່າວ​ວ່າ ການ​ເຂົ້າ​ຮຽນ​ໃນຂັ້ນ​ມະ​ຫາ​ວິ​ທະ​ຍາ​ໄລ ໃນ​ລະ​ດູ​ບານ​ໃໝ່ ​ຂອງ​ປີ 2019 ນີ້ ໄດ້​ຫລຸດ​ລົງ 1.7 ເປີ​ເຊັນ ຫຼື​ມີ​ນັກ​ສຶກ​ສາ​ປະ​ມານ 300,000 ຄົນ ໄດ້ຫລຸດ​ຈາກ​ປີ​ກ່ອນ.

ຈຳ​ນວນ​ທີ່​ຫລຸດ​ລົງ​ຫຼາຍ​ທີ່​ສຸດ ​ລາຍ​ງານແຈ້ງວ່າ ມີ​ຂຶ້ນ​ໃນ​ການ​ຮຽນ​ສີ່​ປີ ຢູ່​ໃນສະ​ຖາ​ບັນຕ່າງໆ​ທີ່ຫວັງ​ຜົນ​ກຳ​ໄລ ຈຳ​ນວນ​ພວກ​ນັກ​ສຶກ​ສາ ​ໄດ້​ຫຼຸດລົງ​ມາ​ເປັນ 743,536 ຄົນໃນ​ລະ​ດູ​ບານ​ໃໝ່​ປີ 2019 ຈາກ​ 925,532 ຄົນໃນ​ລະ​ດູ​ບານ​ໃໝ່​ປີ 2018 ຄື​ຫຼຸດ​ລົງ 19.7 ເປີ​ເຊັນ. ພວກ​ນັກ​ຮຽນ​ມະ​ຫາ ​ວິທະ​ຍາ​ໄລ 2 ປີ ໄດ້​ຫລຸດ​ລົງ 3.4 ເປີ​ເຊັນ ແລະ​ພວກ​ນັກ​ຮຽນ​ສີ່​ປີ ໃນ​ມະ​ຫາວິ​ທະ​ຍາ​ໄລ​ຂອງ​ຫຼວງ ໄດ້​ຫລຸດ​ລົງ 0.9 ເປີ​ເຊັນ.

​ແຕ່ໃນ​ອີກ​ດ້ານ​ນຶ່ງນັ້ນ ​ສະ​ຖາ​ບັນ​ເອກ​ກະ​ຊົນ​ທີ່​ບໍ່​ຫວັງ​ຜົນ​ກຳ​ໄລ​ເປັນ​ເວ​ລາ​ສີ່​ປີ ຊ້ຳ​ພັດ​ມີ​ລາຍ​ງານ​ວ່າ ການ​ເຂົ້າ​ຮຽນ​ໄດ້​ເພີ້ມ​ຂຶ້ນ 3.2 ເປີ​ເຊັນຄື​ມີ​ພວກ​ນັກ​ສຶກສາ​ເຂົ້າ​ຮຽນ​ເພີ້ມ​ຈາກ 3,686,972 ຄົນ ເປັນ 3,803,576 ຄົນ.

ລັດ​ທີ່​ມີ​ພວກ​ນັກ​ສຶກ​ສາ​ຫຼຸດ​ລົງ​ຫຼາຍ​ທີ່​ສຸດ ແມ່ນ​ລັດ​ຟ​ລໍ​ຣິ​ດາ ຄາ​ລີ​ຟໍ​ເນຍ ແລະ​ອິ​ລ​ລີ​ນອຍ ໃນ​ຂະ​ນະ​ທີ່ ​ລັດ​ຢູ​ທາ ຈໍ​ເຈຍ ແລະ​ນິວ​ແຮມ​ເຊີ ມີ​ພວກ​ນັກ​ສຶກ​ສາເຂົ້າ​ຮຽນ​ເພີ້ມ​ຂຶ້ນ.

​ລາຍ​ງານ​ແຈ້ງວ່າ ​ມີ​ພວກ​ນັກ​ສຶກ​ສາ​ຊາຍ ຫຼາຍກວ່ານັກ​ສຶກ​ສາຍິງ ໄດ້​ຕັດ​ສິນ​ໃຈ​ບໍ່​ໄປ​ຮຽນ​ຕໍ່. ການ​ເຂົ້າ​ຮຽນ​ຂອງ​ພວກ​ນັກ​ສຶກ​ສາ​ຊາຍ ​ໄດ້​ຫຼຸດ​ລົງ 2.8 ເປີ​ເຊັນ ເມື່ອ​ສົມ​ທຽບ​ໃສ່​ບໍ່​ຮອດນຶ່ງ​ເປີ​ເຊັນສຳ​ລັບ​ພວກ​ນັກ​ສຶກ​ສາ​ຍິງ. ລາຍ​ງານເວົ້າ​ວ່າ ເວ​ລານີ້ພວກ​ນັກ​ສຶກ​ສາ​ຍິງ​ແມ່ນ​ປະ​ກອບ​ເປັນ 58 ເປີ​ເຊັນຂອງ​ພວກນັກ​ສຶກ​ສາ​ທີ່​ເຂົ້າ​ຮຽນຫຼັງ​ຂັ້ນ​ມັດ​ທະ​ຍົມ​ປາຍ​ທັງ​ໝົດ.

ອົງ​ການ​ດັ່ງ​ກ່າວ​ຍັງ​ໄດ້​ຕິດ​ຕາມ​ເບິ່ງ​ການ​ເຂົ້າ​ຮຽນ​ໃນ​ວິ​ຊາ​ຕ່າງໆ ຂອງ​ພວກ​ນັກ​ສຶກ​ສາລະ​ດັບສີ່​ປີ​ຫຼືຂັ້ນ​ປະ​ລິນ​ຍາ​ຕີ. ວິ​ຊາ​ຄອມ​ພິວ​ເຕີ້ ​ແລະ​ຂໍ້​ມູນ​ວິ​ທະ​ຍາ​ສາດ ເປັນ​ວິ​ຊາ​ທີ່​ມີ​ຄົນ​ເຂົ້າ​ຮຽນ​ເພີ້ມ​ຂຶ້ນ​ຫຼາຍ​ທີ່​ສຸດ ຄື​ມີ 23,000 ຄົນ ເພີ້ມ​ຂຶ້ນ​ຈ​າກລະ​ດູ​ບານ​ໃໝ່​ປີ 2018 ຫາລະ​ດູ​ບານ​ໃໝ່​ປີ 2019.

ວິ​ຊາ​ສິ​ນ​ລະ​ປະ​ແລະ​ວິ​ທະ​ຍາ​ສາດ ການ​ສຶກ​ສາ​ທົ່ວ​ໄປ​ແລະ​ມະ​ນຸດ​ສາດ ມີ​ພວກ​ນັກ​ສຶກ​ສາ​ເຂົ້າ​ຮຽນ​ຫລຸດ​ລົງ​ເກືອບ 75,000 ຄົນ ໃນ​ໄລ​ຍະ​ດຽວ​ກັນ​ນີ້ ແລະ​ວິຊາ​ທີ່​ພົວ​ພັນ​ກັບ​ທຸ​ລະ​ກິດ​ຕ່າງໆ ກໍ​ມີ​ພວກ​ນັກ​ສຶກ​ສາ​ຂັ້ນ​ປ​ະ​ລິນ​ຍາ​ຕີ​ຫລຸດ​ລົງ​ຄືກັນ ຫຼາຍກວ່າ 21,000 ຄົນ.

ອົງ​ການ​ດັ່ງ​ກ່າວ​ກະ​ປະ​ມານ​ວ່າ ມີ​ພວກ​ນັກ​ສຶກ​ສາ ​ຂັ້ນ​ປ​ະ​ລິນ​ຍາ​ຕີ ແລະ​ຂັ້ນ​ສູງກວ່ານັ້ນ​ທັງ​ໝົດ 17 ລ້ານ 5 ແສນ​ຄົນ ຢູ່​ໃນ​ສະ​ຫະ​ລັດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG