ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳປັ່ນຍາມຝັ່ງ ສ​ຫລ ແລ່ນຜ່ານຊ່ອງແຄບໄຕ້ຫວັນ ຫລັງຈາກການຢ້ຽມຢາມຈີນ ຂອງທ່ານບລິງເຄັນ ​ອີງ​ຕາມກອງທັບເຮືອສະຫະລັດ


ຊ່ອງແຄບໄຕ້ຫວັນ
ຊ່ອງແຄບໄຕ້ຫວັນ

ກຳປັ່ນຍາມຝັ່ງສະຫະລັດລຳນຶ່ງ ​ແລ່ນຜ່ານຊ່ອງແຄບໄຕ້ຫວັນ ​ເມື່ອວັນອັງຄານທີ່ຜ່ານມາ ໃນການເຄື່ອນ​ໄຫວ ທີ່ຈີນບັນລະຍາຍວ່າ “ເປັນ​ການ​ໂຄ​ສະ​ນາ​ໂອ້ ອວດຕໍ່ສາທາລະນະ” ຫລັງຈາກລັດຖະມົນຕີຕ່າງປະເທດສະຫະລັດ ທ່່ານແອນໂທນີ ບລິງເຄັນ ໄດ້ເສັດສິ້ນການຢ້ຽມຢາມລະ​ດັບ​ສູງທີ່ສຳຄັນ ​ຊຶ່ງ​ມີ​ການ​ຈັບ​ຕາ​ເບິ່ງ​ການ​ຢ້ຽມ​ຢາມ​ປັກ​ກິ່ງ ຢ່າງກວ້າງຂວາງນຶ່ງມື້​ກ່ອນນັ້ນ ອີງຕາມລາຍງານ​ຂອງອົງການຂ່າວຣອຍເຕີ.

ກຳປັ່ນຮັກສາຄວາມປອດໄພແຫ່ງຊາດ Stratton ໄດ້​ແລ່ນ “​ຕາມ​ປົກ​ກະ​ຕິ” ຜ່ານຊ່ອງແຄບໄຕ້ຫວັນໃນວັນອັງຄານທີ່ຜ່ານມາ “ຜ່ານນ່ານນໍ້າ ບ່ອນທີ່ມີເສລີພາບໃນການເດີນເຮືອ ແລະພ້ອມທັງການບິນຜ່ານ ອີງຕາມກົດໝາຍສາ ກົນ” ກອງທັບເຮືອທີ 7 ຂອງສະຫະລັດ ໄດ້ກ່າວໃນວັນພະຫັດມື້ນີ້.

ຄວາມຫຼໍ່​ແຫຼມທາງການເມືອງຢູ່ຊ່ອງແຄບ ທີ່ແບ່ງແຍກຈີນ ຈາກເກາະ​ໄຕ້​ຫວັນ​ຊຶ່ງ​ປົກ​ຄອງ​ໂດຍລັດຖະບານປະຊາທິປະໄ​ຕນັ້ນ ເປັນແຫລ່ງຂອງຄວາມເຄັ່ງຕຶງຢູ່ເລື້ອຍໆ ໃນຂະນະທີ່ປັກກິ່ງເພີ້ມການ​ກົດ​ດັນ​ທາງ​ດ້ານການເມືອງຂອງຕົນ ແລະທາງທະຫານ​ຂອງ​ຕົນ ເພື່ອພະຍາຍາມບັງຄັບໃຫ້ໄຕ້ຫວັນ ຮັບເອົາອະທິ ປະໄຕຂອງຈີນ.

“ການແລ່ນຂອງກຳປັ່ນ Stratton ຜ່ານຊອງ​ແຄບໄຕ້ຫວັນສະແດງໃຫ້ເຫັນ​ວ່າສະຫະລັດ​ມີ​ຄວາມໝັ້ນໝາຍ ຕໍ່​ເຂດອິນໂດປາຊິຟິກ​ທີ່​ເສ​ລີ ແລະ​ເປີດກວ້າງ. ກອງທັບສະຫະລັດ ໄດ້​ສົ່ງ​ເຮືອ​ບິນ ແລະ​ກຳ​ປັ່ນ ໄປ​ປະ​ຕິ​ບັດ​ງານ ຢູ່ທຸກຫົນແຫ່ງທີ່ກົດໝາຍສາກົນອຳ​ນວຍ​ໃຫ້” ກອງທັບເຮືອທີ 7 ໄດ້ກ່າວເພີ້ມ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG