ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໜ່ວຍຍາມຝັ່ງ ສຫລ ຊ່ວຍກູ້ໄພ ຊາວຄິວບາ 33 ຄົນ ຈາກ ທະເລ


ແຜນທີ່ ປະເທດຄິວບາ
ແຜນທີ່ ປະເທດຄິວບາ

ໜ່ວຍ​ຍາມ​ຝັ່ງ ສະຫະລັດ ​ໄດ້​ຊ່ວຍກູ້​ໄພ​ພວກ​ຜູ້​ຊາຍຄິວບາ
33 ຄົນ ​ຢູ່ມະຫາ​ສະມຸດ Atlantic ​ໃນ​ວັນ​ພຸດ​ວານ​ນີ້ 11 ກິ
​ໂລ​ແມັດ ຫ່າງຈາກ​ຊາຍ​ຝັ່ງ​ ຂອງລັດ Florida ໃນພາກຕາ
ເວັນອອກສຽງໃຕ້ຂອງສະຫະລັດ.

ນີ້​ເປັນການຊ່ອຍກູ້ໄພ ທີ່ສຳຄັນ ຄັ້ງທີສອງ ໃນອາທິດນີ້ ​ແລະ
​ເປັນ​ພາກ​ສ່ວນນຶ່ງ​ ໃນການ​ເພີ້​ມຂຶ້ນ ຂອງຈຳ​ນວນຜູ້ຄົນ​ທີ່​ຫຼົບ​
ໜີ​ອອກ​ຈາກ​ປະ​ເທດ​ທີ່​ເປັນເກາະດອນ​ດັ່ງກ່າວໂດຍ​ທາງ​ເຮືອ.
​ໃນ​ສົກປີ 2014 ນີ້ ຈຳນວນຜູ້​ທີ່​ໄດ້ຮັບການຊ່ວຍ​ກູ້​ໄພ​ ຂອງ
ສະຫລັດ​ໄດ້​ເພີ້ມ​ຂື້ນສູ່ລະດັບສູງສຸດ​ໃນຮອບ​ຫົກ​ປີ​ທີ່​ຜ່ານ​ມາ
​ແລະ​ເພີ້ມຂື້ນ​ 50 ​ເປີ​ເຊັນ​ລື່ນ​ປີ 2013. ​ມີຊາວ​ຄິວ​ບາປະມານ
150 ຄົນໄດ້ຮັບການຊ່ວຍກູ້ໄພຢູ່​ນອກ​ຝັ່ງ​ທະ​ເລຂອງລັດ Florida ນັບ​ແຕ່ວັນ​ທີ 1 ​ເດືອນ
ຕຸລາ​ເປັນ​ຕົ້ນ​ມາ.

​ຍ້ອນວ່າ​ເຮືອ​ທີ່​ແອ​ອັດເກີນກຳນົດ ບໍ່​ສາມາດເດີນທາງ ມາເຖິງ​ແຄມຝັ່ງໄດ້ ​ແລະ​ພວກ​ຜູ້​
ຊາຍເຫຼົ່ານີ້ກໍບໍ່​ໄດ້​ຂຶ້ນ​ຝັ່ງເທື່ອ ດັ່ງນັ້ນ​ເຂົາ​ເຈົ້າຈຶ່ງ​ຈະ​ຖືກ​ສົ່ງ​ກັບຄືນ​ໄປຄິວ​ບາພາຍ​ໃຕ້​ນະ ​ໂຍບາຍທີ່​ຮູ້​ກັນວ່າ “ຕີນ​ປຽກ ຕີນ​ແຫ້ງ.” ກົດໝາຍ​ດັ່ງກ່າວນີ້ໄດ້​ອະນຸຍາດ​ໃຫ້​ສ່ວນໃຫຍ່
​ຂອງຊາວ​ຄິວ​ບາ ຢູ່​ໃນສະຫະລັດຕໍ່ໄປ​ໄດ້ ​ຖ້າ​ຫາກ​ເຂົາ​ເຈົ້າຫາກສາມາດຢຽບດິນອາເມ
ຣິກາໄດ້.

XS
SM
MD
LG