ນາຍຮ້ອຍຂອງໜ່ວຍຍາມຝັ່ງສະຫະລັດຜູ້ນຶ່ງ ຈະໄດ້ໄປປາກົດໂຕຢູ່ ສານ ໃນວັນພະຫັດ
ມື້ນີ້ ລຸນຫລັງພວກໄອຍະການຂອງລັດຖະບານກາງ ໄດ້ ກ່າວຫາລາວວ່າ ສະສົມອາວຸດ
ໄວ້ ເພື່ອກໍ່ການຮ້າຍພາຍໃນປະເທດ ແລະສັງ ຫານໝູ່ ແບບບໍ່ເຄີຍມີມາກ່ອນ.
ຕຳຫລວດໄດ້ຈັບກຸມທ້າວ Christopher Paul Hasson ອາທິດແລ້ວນີ້ ໃນຂໍ້ຫາຢາ
ເສບຕິດ ແລະອາວຸດ ລຸນຫລັງທີ່ໄດ້ພົບເຫັນ ປືນຫລາຍກະບອກ ທັງລູກປືນ ແລະຢາ
ເສບ ຕິດຢູ່ໃນເຮືອນຫ້ອງແຖວຂອງຜູ້ກ່ຽວຢູ່ເຂດຊານເມືອງນະຄອນ ວໍຊິງຕັນ.
ມີການຄາດກັນວ່າ ພວກໄອຍະການລັດຖະບານກາງຈະຕໍ່ສູ້ໃນວັນພະຫັດມື້ນີ້ກ່ຽວກັບ
ເລື້ອງການປະກັນໂຕວ່າ ຕ້ອງໃຫ້ທ້າວ Hasson ຢູ່ໃນຄຸກ ໄປຈົນກວ່າ ລາວຈະຖືກພິ
ຈາລະນາຄະດີ.
ເອກະສານຂອງລັດຖະບານ ທີ່ຍື່ນຟ້ອງສານ ເວົ້າວ່າ “ຈຳເລີຍມີເຈດຕະນາ ທີ່ຈະສັງ
ຫານພົນລະເຮືອນ ທີ່ບໍ່ມີຄວາມຜິດຫຍັງ ເປັນຈຳນວນທີ່ ບໍ່ເຄີຍມີມາກ່ອນ ຢູ່ ໃນປະ
ເທດນີ້ ທັງໄດ້ເອີ້ນ ທ້າວ Hasson ວ່າ ຜູ້ກໍ່ການຮ້າຍພາຍໃນປະເທດ ອີງຕາມຄວາມ
ປະພຶດທີ່ເປັນອັນຕະລາຍຕໍ່ຊີວິດມະນຸດທີ່ມີເຈດຕະນາຈະສ້າງຄວາມກະທົບກະເທືອນ
ຕໍ່ການດຳເນີນງານຂອງລັດຖະບານ.”
ນອກຈາກອາວຸດແລະຢາເສບຕິດແລ້ວ ພວກນັກສືບສວນ ຍັງໄດ້ພົບເຫັນເອກະສານ
ຕ່າງໆທີ່ພາໃຫ້ທ້າວ Hasson ຖືກກ່າວຫາວ່າ ທຳການຮຽກຮ້ອງ ໃຫ້ “ສຸມໃສ່ຄວາມ
ຮຸນແຮງ” ນຳ ທັງມີຄວາມປະສົງຢາກໃຫ້ “ສ້າງຕັ້ງປະເທດຂອງຄົນຜິວຂາວຂຶ້ນມາ.”
ມີການກ່າວກັນວ່າ ຜູ້ກ່ຽວໄດ້ຂຽນຂໍ້ຄວາມຂຶ້ນມາ ກ່ຽວກັບວ່າ “ຈະຂ້າຄົນໃຫ້ໝົດ ຢູ່ໃນ
ແຜ່ນດິນນີ້” ທັງຮຽກຮ້ອງເອົາແນວຄິດ ເພື່ອທຳການໂຈມຕີ ແບບຊີວະພາບ ແລະວາງ
ຢາເບື່ອໃສ່ສະບຽງອາຫານ “ທີ່ຈຳເປັນ” ທັງໝົດ.
ນອກຈາກນັ້ນແລ້ວ ພວກນັກສືບສວນ ຍັງໄດ້ພົບເຫັນບັນຊີນັກການເມືອງຫົວເສລີທີ່
ທ້າວ Hasson ໄດ້ຖືກກ່າວຫາວ່າຈະສັງຫານ ອັນມີລວມທັງປະທານສະພາຕໍ່າ ທ່ານ
ນາງ Nancy Pelosi ຜູ້ນຳພັກເດໂມແຄຣັດ ໃນສະພາສູງ ທ່ານ Chuck Schumer
ສະມາຊິກສະພາຕໍ່າພັກເດໂມແຄຣັດທ່ານນາງ Alexandria Ocasio-Cotez ລວມ
ທັງ ພວກສະໝັກເປັນປະທານາທິບໍດີສັງກັດພັກເດໂມແຄຣັດຫຼາຍທ່ານ ພວກນັກຂ່າວ
ໂທລະພາບຊີແອັນແອັນແລະ ແອັມແອັສແອັນບີຊີ ກໍມີຊື່ຢູ່ໃນບັນຊີດັ່ງກ່າວ.
ພວກໄອຍະການກ່າວວ່າ ພວກເພິ່ນບໍ່ເຊື່ອວ່າ ທ້າວ Hasson ພຽງແຕ່ຈະສ້າງມະໂນ
ພາບຊື່ໆ ແຕ່ຈະເອົາຈິງເອົາຈັງກ່ຽວກັບແຜນການຂອງລາວ. ພວກເພິ່ນກ່າວວ່າ ລາວ
ໄດ້ເປັນນັກຊາດນິຍົມ ແລະມີຫົວນິຍົມນາຊີໃໝ່ ມາແຕ່ດົນແລ້ວ.
ພວກເພິ່ນກ່າວວ່າ ລາວໄດ້ໃຊ້ເວລາສຶກສາເອກະສານ ພວກນິຍົມຂົວຈັດ ຄາດຕະ
ກອນຊາວນໍເວ ທ້າວ Anders Behring Breivik ຜູ້ທີ່ໄດ້ສັງຫານ 77 ຄົນ ໃນລະ
ຫວ່າງການສັງຫານໝູ່ຂະໜາດໃຫຍ່ ໃນປີ 2011.
ທ້າວ Hasson ມີທະນາຍຄວາມຫລວງ ທີ່ຍັງບໍ່ທັນໄດ້ໃຫ້ຄວາມເຫັນຫຍັງເທື່ອກ່ຽວ
ກັບຂໍ້ຫາດັ່ງກ່າວ.