ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານຈິມ ແມັດຕິສ ກ່າວວ່າ ສະຫະລັດບໍ່ໄດ້
ພະຍາຍາມທີ່ຈະເຂົ້າໄປພົວພັນໃນສົງຄາມກາງເມືອງ ທີ່ດຳເນີນມາເປັນເວລາຫຼາຍປີ
ໃນຊີເຣຍ ຫລັງຈາກການໂຈມຕີທາງອາກາດຂອງແນວໂຮມ ພາຍໃຕ້ການນຳພາຂອງ
ສະຫະລັດ ໄດ້ສັງຫານກຳລັງນິຍົມລັດຖະບານ ປະມານ 100 ຄົນ ທີ່ໄດ້ໂຈມຕີກຳລັງປະຊາທິປະໄຕໃນຊີເຣຍທີ່ໄດ້ຮັບການໜູນຫລັງຈາກແນວ ໂຮມນັ້ນ.
ທ່ານແມັດຕິສກ່າວວ່າ “ມັນເປັນການປ້ອງກັນໂຕ ມັນເປັນທີ່ຈະແຈ້ງ ພວກເຮົາບໍ່ໄດ້
ເຂົ້າໄປພົວພັນໃນສົງຄາມກາງເມືອງຂອງຊີເຣຍ.”
ທ່ານແມັດຕິສກ່າວວ່າ ກຳລັງສະໜັບສະໜູນລັດຖະບານຈຳນວນ 300 ຄົນໄດ້ໂຈມຕີ
ກອງບັນຊາການຂອງກຳລັງປະຊາທິປະໄຕຊີເຣຍຫຼື SDF ໃກ້ກັບເມືອງ Deir el-Zour
ຂອງຊີເຣຍ ໃນວັນພຸດທີ່ຜ່ານມາ ແຕ່ໄດ້ຖອຍຄືນຫລັງຈາກກຳ ລັງແນວໂຮມ ພາຍໃຕ້ການນຳພາຂອງສະຫະລັດ ທຳລາຍປືນໃຫຍ່ແລະລົດຖັງສອງຄັນຂອງພວກເຂົາ.
ທ່ານກ່າວຕື່ມວ່າ “ຂ້າພະເຈົ້າເຊື່ອວ່າ ພວກເຂົາໃນປັດຈຸບັນນີ້ ຢູ່ທາງພາກຕາເວັນຕົກ
ຂອງແມ່ນໍ້າ. ທີ່ໝາຍເຖິງແມ່ນໍ້າຢູເຟຣຕິສ ທີ່ມີໜ້າທີ່ໃນອັນທີ່ຮ້ອງວ່າ"ຫລຸດຜ່ອນການ
ຂັດແຍ້ງ” ໃນເຂດຊາຍແດນ ລະຫວ່າງທະຫານລັດຖະບານຊີເຣຍ ທີ່ໄດ້ຮັບການສະໜັບ
ສະໜູນ ຈາກຣັດເຊຍ ແລະກຳລັງ SDF ທີ່ສະຫະ ລັດສະໜັບສະໜູນຊຶ່ງກຳລັງສູ້ລົບ
ເພື່ອຂັບໄລ່ພວກນັກລົບຂອງກຸ່ມລັດອິສລາມອອກໄປຈາກປະເທດດັ່ງກ່າວ.
ພວກເຈົ້າໜ້າທີ່ສະຫະລັດ ໄດ້ໃຫ້ຄຳແນະນຳ ແລະການຊ່ວຍເຫລືອແກ່ກຳລັງ SDF ແລະຈຳນວນນຶ່ງໄດ້ປົນຢູ່ກັບກຳລັງດັ່ງກ່າວ ໃນເວລາທີ່ໂຈມຕີຢູ່ແຂວງ Deir el-Zour
ເລີ້ມຂຶ້ນ. ບໍ່ມີຊາວອາເມຣິກັນໄດ້ຮັບບາດເຈັບ ແຕ່ສະມາຊິກ ຂອງກຳລັງ SDF ຄົນນຶ່ງ
ໄດ້ຮັບບາດເຈັບຈາກການໂຈມຕີ ອີງຕາມຄຳເວົ້າຂອງພວກເຈົ້າໜ້າທີ່.
ທ່ານທິມ ເຄນ ສະມາຊິກໃນຄະນະກຳມະການ ຄວາມສຳພັນກັບຕ່າງປະເທດແລະຄະ
ນະກຳມະການກອງທັບສະພາສູງ ໄດ້ຕິຕຽນການໂຈມຕີທາງອາກາດ ຂອງສະຫະລັດ.
ທ່ານເຄນກ່າວວ່າ “ໃນຂະນະທີ່ຂ້າພະເຈົ້າດີໃຈ ທີ່ບໍ່ມີທະຫານສະຫະລັດ ຫລື ກຳລັງ
ແນວໂຮມໄດ້ຮັບອັນຕະລາຍໃນການໂຈມຕີ ຂ້າພະເຈົ້າມີຄວາມເປັນຫ່ວງທີ່ສຸດວ່າ ລັດ
ຖະບານປະທານາທິບໍດີທຣໍາມີຄວາມຕັ້ງໃຈທີ່ຈະເຂົ້າໄປພົວພັນໃນການຂັດແຍ້ງ ໂດຍ
ປາດສະຈາກການລົງຄະແນນສຽງຂອງລັດຖະສະພາ ຫລືມີເປົ້າໝາຍທີ່ຈະແຈ້ງ.”