ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ໂຈມຕີ ພວກນັກລົບ ທີ່ສະໜັບສະໜຸນ ລັດຖະບານຊີເຣຍ


ກອງກຳລັງອາເມຣິກັນ ສັງເກດການເບິ່ງຊາຍແດນ ຕິດກັບເທີກີ ຈາກຄ້າຍປະຈຳການ ໃກ້ໆກັບເມືອງແມນບິຈ (Manbij), ໃນພາກເໜືອຂອງຊີເຣຍ, 7 ກຸມພາ 2018.
ກອງກຳລັງອາເມຣິກັນ ສັງເກດການເບິ່ງຊາຍແດນ ຕິດກັບເທີກີ ຈາກຄ້າຍປະຈຳການ ໃກ້ໆກັບເມືອງແມນບິຈ (Manbij), ໃນພາກເໜືອຂອງຊີເຣຍ, 7 ກຸມພາ 2018.

ເຈົ້າໜ້າທີ່ກອງທັບສະຫະລັດ ກ່າວວ່າ ການໂຈມຕີທາງອາກາດຂອງກຳລັງແນວໂຮມ ໃນພາກເໜືອຂອງຊີເຣຍ ໄດ້ສັງຫານພວກນັກລົບທີ່ສະໜັບສະໜຸນລັດຖະບານ 100
ຄົນ ຊຶ່ງເປັນພາກສ່ວນນຶ່ງ ໃນການໂຈມຕີກຳລັງພວກຕໍ່ຕ້ານທີ່ໜຸນຫຼັງໂດຍສະຫະລັດ.

ກອງກຳລັງແນວໂຮມທີ່ນຳພາໂດຍສະຫະລັດ ໄດ້ກ່າວວ່າ ພວກນັກລົບທີ່ສະໜັບ
ສະໜຸນລັດຖະບານ ໄດ້ທຳການໂຈມຕີ “ແບບບໍ່ມີການທ້າທາຍເກາະຜິດ ຕໍ່ກອງບັນຊາ
ການຂອງ ກຳລັງປະຊາທິປະໄຕໃນຊີເຣຍ ຫຼື SDR ທີ່ມີການຈັດຕັ້ງເປັນຢ່າງດີນັ້ນ.”

ເຈົ້າໜ້າທີ່ສະຫະລັດ ໄດ້ໃຫ້ຄຳປຶກສາ ແລະໃຫ້ການຊ່ອຍເຫຼືອ ແກ່ກຳລັງ SDR
ແລະຈຳ ນວນນຶ່ງ ແມ່ນໄດ້ປະປົນຢູ່ນຳກຳລັງຂອງພວກເຂົາເຈົ້າໃນເວລາທີ່ການໂຈມຕີ
ຢູ່ແຂວງ Dei el-Zour ເລີ້ມຂຶ້ນ.

ເຈົ້າໜ້າທີ່ ຍັງໄດ້ກ່າວວ່າ ບໍ່ມີຄົນອາເມຣິກັນຜູ້ໃດ ໄດ້ຮັບບາດເຈັບ ໃນຂະນະທີ່ສະມາ
ຊິກຂອງກຳລັງ SDR ໄດ້ຮັບບາດເຈັບໃນການໂຈມຕີດັ່ງກ່າວ ທີ່ໜຸນຫຼັງໂດຍປືນໃຫຍ່
ລົດຖັງ ແລະລະບົບຍິງລູກສອນໄຟຕ່າງໆ.

ເຈົ້າໜ້າທີ່ກ່າວຕື່ມວ່າ ການໂຈມຕີທີ່ວ່ານີ້ ເບິ່ງຄືວ່າເປັນການໂຈມຕີທີ່ພະຍາຍາມໂດຍ
ພວກນັກລົບທີ່ສະໜັບສະໜຸນລັດຖະບານ ຈະຍຶດເອົາເຂດທີ່ກຳລັງ SDR ຍຶດມາຈາກ
ກຸ່ມລັດອິສລາມ ໃນເດືອນກັນຍາຜ່ານມານີ້.

ລາຍງານສະບັບນຶ່ງຂອງກອງກຳລັງແນຝໂຮມ ໄດ້ເນັ້ນເຖິງນັ້ນ ກໍຄືເປົ້າໝາຍໃນການ
ປາບປາມກຸ່ມລັດອິສລາມ ແຕ່ໃນຂະນະທີ່ ກໍກ່າວຢືນຢັນວ່າ “ມັນເປັນສິດທີ່ເຈລະຈາ
ບໍ່ໄດ້ ໃນການຕໍ່ສູ້ຂອງກັນໂຕນັ້ນ.”

ກອງກຳລັງສະຫະລັດເລີ່ມທຳການໂຈມຕີທາງອາກາດໃສ່ຊີເຣຍ ໃນປີ 2014 ຫຼັງຈາກ
ທີ່ພວກຫົວຮຸນແຮງ ໄດ້ເຂົ້າຍຶດຄອງໃນອານາເຂດທີ່ກວ້າງໃຫຍ່ ໃນພາກຕາເວັນອອກ
ຂອງປະເທດ ຊຶ່ງຮວມທັງ ພາກເໜືອແລະພາກຕາເວັນຕົກຂອງອີຣັກນຳດ້ວຍ.

ນຶ່ງປີຕໍ່ມາ ຣັດເຊຍ ໄດ້ປະກອບສ່ວນເຂົ້າໃນການໂຈມຕີເພື່ອສະໜັບສະໜຸນລັດຖະບານ ຂອງປະທານາທິບໍດີ ບາຊາ ອາລ ອາຊາດ.

ເຈົ້າໜ້າທີ່ສະຫະລັດ ໄດ້ກ່າວວ່າ ກອງກຳລັງແນວໂຮມ ແມ່ນໄດຕິດຕໍ່ກັບຣັດເຊຍ ໃນຂະ ນະແລະຫຼັງຈາກທີ່ມີການໂຈມຕີໃນວັນພຸດວານນີ້ ແລະໄດ້ເຕືອນຣັດເຊຍ ເຖິງການມີໜ້າ
ຂອງກຳລັງ SDF ໃນຂົງເຂດດັ່ງກ່າວ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG