ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ​ປິດ​ສະຖານທູດ ໃນ ສາທາ​ລະນະລັດ ອາ​ຟຣິກາກາງ ​


ສະຫະລັດ ​​ປິດ​ສະຖານທູດ​​ຊົ່ວຄາວ​ ໃນສາທາ​ລະນະລັດ ອາຟຣິກາ
ກາງ ​ແລະ​ໄດ້​ຍົກຍ້າຍ​ບັນດາ​ພະນັກງານ​ອອກ​ຈາກ ປະ​ເທດ​ດັ່ງກ່າວ
ສະຫະລັດ ​​ປິດ​ສະຖານທູດ​​ຊົ່ວຄາວ​ ໃນສາທາ​ລະນະລັດ ອາຟຣິກາ ກາງ ​ແລະ​ໄດ້​ຍົກຍ້າຍ​ບັນດາ​ພະນັກງານ​ອອກ​ຈາກ ປະ​ເທດ​ດັ່ງກ່າວ
ສະຫະລັດ ​ໄດ້​ປິດ​ສະຖານທູດ​ຂອງ​ຕົນ​ຊົ່ວຄາວ​ ໃນສາທາ​ລະ
ນະລັດ ອາ​ຟຣິກາກາງ ​ແລະ​ໄດ້​ຍົກຍ້າຍ​ບັນດາ​ພະນັກງານ
ຂອງ​ຕົນ​ອອກ​ຈາກ ປະ​ເທດ​ດັ່ງກ່າວ ​ເພາະວ່າພວກ​ກະບົດ​
ຂົ່ມຂູ່​ທີ່​ຈະ​ໂຄ່ນ​ລົ້ມລັດຖະບານ.

​ໂຄສົກກະຊວງ​ການ​ຕ່າງ​ປະ​ເທດສະຫະລັດ ກ່າວ​ໃນ​ວັນ​ພະ
ຫັດວານ​ນີ້ ວ່າ ວໍ​ຊິງ​ຕັນ ຮຽກຮ້ອງໃຫ້​ທຸກພັກ​ຝ່າຍ ​ຈົ່ງ​ເລີ້ມ​
ເປີດ​ການ​ເຈລະຈາສັນ​ຕິພາບ ​ເພື່ອນຳ​ສະ​ເໜີ​ວິ​ໄສ​ທັດອັນ
ໃໝ່ ໃນ​ດ້ານຄວາມ​ປອດ​ໄພ​ສຳລັບ​ປະ​ເທດດັ່ງກ່າວ. ທ່ານ
ກ່າວ​ວ່າຄວາມສໍາພັນທາງດ້ານ​ການ​ທູດ ລະ ຫວ່າງສະຫະ
ລັດກັບສາ​ທາ​ລະນະລັດອາ​ຟຣິກາກາງບໍ່​ໄດ້​ຮັບຜົນ​ກະ​
ທົບ​ໃດໆ.

ສະຫະ​ປະຊາ​ຊາດ​ໄດ້​ຍົກຍ້າຍ​ບັນດາພະນັກງານທີ່ບໍ່​ມີ​ຄວາມ​ຈໍາ​ເປັນ ອອກ​ໄປ​ຈາກ​ປະ​ເທດ​ດັ່ງກ່າວ​ເປັນ​ທີ່​ຮຽບຮ້ອຍ​ແລ້ວ ​ເພາະມີ​ການ​ຂົ່ມຂູ່​ຢ້ານ​ຈະ​ເກີດ​ຄວາມ​ຮຸນ​ແຮງ.

ບັນດາ​ນັກ​ລົບກະບົດ ຢູ່​ຫ່າງ​ຈາກ​ເມືອງ​ຫລວງ Bangui ປະມານ 300 ກິ​ໂລ​ແມັດ. ​ເຂົາ​ເຈົ້າກ່າວ​ວ່າ ​ເຂົາ​ເຈົ້າ​ບໍ່​ມີ​ແຜນ​ທີ່​ຈະ​ຍຶດ​ເອົາ​ໂຕ​ເມືອງ ​ແຕ່​ກ່າວ​ວ່າ ​ເຂົາ​ເຈົ້າ​ຈະ​ບໍ່​ພາກັນ​ລໍຖ້າ ຖ້າ​ຫາກ​ວ່າ​ກໍາລັງ​ລັດຖະບານ ມີ​ການເຄື່ອນ​ໄຫວ​ເພື່ອຕ້ານ​ເຂົາ​ເຈົ້າ.

ກຸ່ມ​ແນວ​ໂຮມ​ຂອງ​ພວກ​ກະບົດ​ ທີ່​ມີຊື່ວ່າ Seleka ​ໄດ້​ຍຶດ​ເອົາ 10 ເມືອງ ນັບ​ຕັ້ງ​ແຕ່​ໄດ້​ເລີ້ມເປີດ​ສາກໂຈມ​ຕີ​ເມື່ອສອງ​ອາທິດ​ທີ່​ຜ່ານ​ມາ. ພວກ​ກະບົດໄດ້​ຂົ່ມຂູ່​ທີ່​ຈະ​ໂຄ່ນ​ລົ້ມ ປະທານາທິບໍດີ Francois Bozize ​ໂດຍກ່າວ​ຫາ​ທ່ານວ່າ ບໍ່​ໄດ້​ປະຕິບັດ​ຕາມ ຂໍ້​ຕົກລົງ​ສັນຕິພາບ ປີ 2007 ທີ່​ໄດ້ເຮັດ​ໃຫ້​ການ​ກໍ່​ກະບົດ​ກ່ອນ​ໜ້ານັ້ນສິ້ນສຸດ​ລົງ.

ສາ​ທາ​ລະນະລັດ ອາ​ຟຣິກາກາງ ​ໄດ້​ຮັບເອກ​ກະລາດ​ຈາກ​ຝຣັ່ງ ​ໃນ​ປີ 1960​. ທະຫານ​ຝຣັ່ງປະມານ 250 ຄົນ​ຍັງມີໜ້າ​ຢູ່​ໃນ​ປະ​ເທດປະ​ເທດ ດັ່ງກ່າວ ອັນ​ເປັນ​ພາກ​ສ່ວນນຶ່ງ​ໃນ​ການ​ປະຕິບັດ​ງານ​ຮັກສາສັນຕິພາບ. ຜູ້​ຄົນຈໍານວນ​ນຶ່ງໃນສາ​ທາ​ລະນະລັດອາ​ຟຣິກາກາງ ຕ້ອງການ​ຢາກໃຫ້​ຝຣັ່ງ ປະຕິບັດ​ງານຫລາຍກວ່າ​ນີ້​ ​ເພື່ອ​ຕ້ານ​ກັບ​ການ​ຂົ່ມຂູ່​ຂອງ​ພວກ​ກະບົດ.

ປະທານາທິບໍດີຝຣ່ັງ ທ່ານ Francois Hollande ກ່າວ​ວ່າ ຝຣັ່ງຢູ່​ໃນ ສາ​ທາ​ລະນະລັດ ລອາ​ຟຣິກາກາງ ​ເພື່ອ​ປົກ​ປ້ອງ​ຜົນ​ປະ​ໂຫຍ​ດ​ຂອງ​ຕົນ ບໍ່​ແມ່ນ​ເຂົ້າ​ໄປ​ແຊກແຊງ​ການ​ບໍລິຫານ​ງານ​ຂອງ​
XS
SM
MD
LG