ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານນາງ Clinton ກັບຄືນໄປ ເຮັດວຽກແລ້ວ


ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານນາງ
Hillary Clinton ກັບຄືນໄປເຮັດວຽກແລ້ວ ໃນວັນຈັນມື້ນີ້, ທີ 7 ມັງກອນ 2013.
ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ກັບຄືນໄປເຮັດວຽກແລ້ວ ໃນວັນຈັນມື້ນີ້, ທີ 7 ມັງກອນ 2013.
ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານນາງ
Hillary Clinton ກັບຄືນໄປເຮັດວຽກ ໃນວັນຈັນມື້ນີ້ ລຸນຫລັງ ທີ່ຫາຍດີຈາກອາການເລືອດກ້າມ ໃນຫົວຂອງທ່ານນາງ ທີ່
ເຮັດໃຫ້ທ່ານນາງຕ້ອງໄດ້ນອນໂຮງໝໍ ເປັນເວລາ 3 ຄືນນັ້ນ.

ທ່ານນາງໄດ້ອອກໂຮງໝໍ ອາທິດແລ້ວນີ້ ຫລັງຈາກໄດ້ຫາຍ
ຈາກມີບັນຫາສຸຂະ ພາບ ທີ່ແກ່ຍາວເປັນເວລາ 1 ເດືອນ ຊຶ່ງ
ລວມມີອາການເຈັບທ້ອງ ເນື່ອງຈາກ ມີເຊື້ອໄວຣັສ ຢູ່ໃນກະ
ເພາະ ແລະລົ້ມຫົວຟາດພື້ນແລ້ວສະຫລົບໄປ ລຸນຫລັງ ທີ່
ທ່ານນາງເປັນລົມ ຢູ່ເຮືອນຂອງທ່ານນາງເອງ.

ກະຊວງການຕ່າງປະເທດສະຫະລັດເວົ້າວ່າ ທ່ານນາງ Clinton
ຈະປະຊຸມ ລັບກັບບັນດາລັດຖະມົນຕີຊ່ວຍ ໃນວັນຈັນມື້ນີ້ ແຕ່
ບໍ່ມີການໄປປາກົດຕົວໃນ ງານໃດໆ.

ຕາຕະລາງຂອງທ່ານນາງ ສໍາລັບມື້ຕໍ່ໆໄປໃນອາທິດນີ້ ລວມມີການປະຊຸມ ໃນວັນພະຫັດ ກັບປະທານາທິບໍດີອັຟການິສຖານ ທ່ານ Hamid Kazai ທີ່ເລີ້ມຕົ້ນຢ້ຽມຢາມສະຫະລັດ ໃນມື້ນີ້.

ໃນຂະນະທີ່ພັກຟື້ນ ບໍ່ໄດ້ໄປເຮັດວຽກຢູ່ໃນຫ້ອງການຂອງຕົນນັ້ນ ທ່ານນາງ Clinton ກໍໄດ້ ໂອ້ລົມເລື້ອງວຽກງານ ກັບບັນດາຜູ້ຊ່ວຍວຽກທ່ານນາງ ແລະເຈົ້າໜ້າທີ່ຕ່າງປະເທດ ຈໍານວນນຶ່ງ ຜ່ານທາງໂທລະສັບ.
XS
SM
MD
LG