ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ຮຽກຮ້ອງໃຫ້ມຽນມາ ຕັດຄວາມສຳພັນ ແບບຜິດກົດໝາຍ ກັບເກົາຫຼີເໜືອ (ເບິ່ງວີດີໂອແລະສະໄລດ໌)


4月2日在仰光的一个墓地,人们准备为一场火灾的遇难者祈祷。
4月2日在仰光的一个墓地,人们准备为一场火灾的遇难者祈祷。

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ຮຽກຮ້ອງໃຫ້ມຽນມາ
ຢຸດເຊົາຄວາມສຳພັນທາງທະຫານແບບຜິດກົດໝາຍໃດໆກໍຕາມກັບເກົາຫຼີເໜືອ ແລະເວົ້າວ່າ ຍັງມີວຽກງານເພີ່ມຕື່ມທີ່ຈະຕ້ອງໄດ້ກະທຳ ກ່ອນທີ່ສະຫະລັດຈະສາມາດພິຈາລະນາຍົກເລີກ
ການລົງໂທດຕໍ່ມຽນມາ.

ທ່ານນາງ Clinton ກ່າວໃນວັນພະຫັດມື້ນີ້ ໃນລະຫວ່າງການຢ້ຽມຢາມຄັ້ງສຳຄັນຕໍ່ມຽນມາ
ວ່າ ລັດຖະບານຂອງປະເທດດັ່ງກ່າວ ຕ້ອງໃຫ້ການເຄົາລົບນັບຖື ກ່ຽວກັບຄວາມເຫັນສອດ
ຄ່ອງກັນຂອງນາໆຊາດຕໍ່ຕ້ານການແຜ່ຜາຍອາວຸດນິວເຄລຍເພື່ອຈະປັບປຸງຄວາມສຳພັນກັບ
ສະຫະລັດ. ນອກນັ້ນແລ້ວທ່ານນາງຍັງຮຽກຮ້ອງໃຫ້ມຽນມາປ່ອຍພວກນັກໂທດການເມືອງ
ເພີ່ມຕື່ມແລະຢຸດຕິການໃຊ້ຄວາມຮຸນແຮງຕໍ່ພວກຊົນຊາດຊົນເຜົ່າ.

ແຕ່ທ່ານນາງ Clinton ກໍໄດ້ປະກາດກ່ຽວກັບການເອົາຫຼາຍໆບາດກ້າວເພື່ອເສີມຂະຫຍາຍ
ຄວາມສຳພັນຮວມທັງການໃຫ້ຄວາມສະໜັບສະໜຸນແກ່ການໃຫ້ສິນເຊື່ອຂະໜາດນ້ອຍ ໂຄງ ການສາທາລະນະສຸກທີ່ໄດ້ຮັບການໜຸນຫຼັງຈາກອົງການສະຫະປະຊາຊາດ ແລະການດຳເນີນ ຄວາມພະຍາຍາມໃນການຕໍ່ຕ້ານຢາເສບຕິດໃຫ້ໂທດ. ທ່ານນາງກ່າວວ່າຖ້າມຽນມາຫາກສືບ
ຕໍ່ດຳເນີນການປະຕິຮູບແລ້ວສະຫະລັດກໍຈະພິຈາລະນາຍົກລະດັບຄວາມສຳພັນທາງການທູດ.

ທ່ານນາງ Clinton ໄດ້ພົບປະກັບປະທານາທິບໍດີມຽນມາທ່ານ Tein Sein ທີ່ກ່າວວ່າການ ຢ້ຽມຢາມຄັ້ງປະວັດສາດເທື່ອນີ້ ແມ່ນສະແດງໃຫ້ເຫັນ ເຖິງບົດຕອນໃໝ່ ໃນຄວາມສຳພັນລະ
ຫວ່າງປະເທດທັງສອງ.

ທ່ານນາງ Clinton ແມ່ນລັດຖະມົນຕີການຕ່າງປະເທດສະຫະລັດຄົນທຳອິດ ທີ່ເດີນທາງໄປ
ຢ້ຽມຢາມມຽນມາໃນຮອບ 50 ປີ.

ນອກນັ້ນແລ້ວໃນຕອນບ່າຍຂອງມື້ນີ້ທ່ານນາງຍັງຈະເດີນທາງໄປນະຄອນຢ່າງກຸ້ງຫົວເມືອງ ສຳຄັນທາງດ້ານການຄ້າຂອງມຽນມາເພື່ອພົບປະເຈລະຈາກັບທ່ານນາງອອງຊານຊູຈີ ຜູ້ນຳ ປະຊາທິປະໄຕຂອງປະເທດດັ່ງກ່າວ.

XS
SM
MD
LG