ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ.ນ. ຄລິນຕັນ ​​ອອກເດີນທາງ ໄປຢ້ຽມຢາມ​ເອ​ເຊຍ ​ລວມທັງມຽນມານໍາ


ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ​ໂບກມື ໃນຂະນະ​ເລີ້ມອອກ​ເດີນ
ທາງໄປຢ້ຽມຢາມສອງ​ປະ​ເທດ​ເອ​ເຊຍ ໃນວັນຈັນ ທີ 28 ພະຈິກ ໃນ​ນັ້ນ​ລວມມີ ມຽນມາ ຊຶ່ງ​ຈະເປັນປະ​ເທດ​ທີ່​ ລັດຖະມົນຕີການຕ່າງປະເທດສະຫະລັດໄປຢ້ຽມຢາມເທື່ອທຳອິດ ໃນຮອບ 50 ປີ (AP Photo, Saul Lo
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ​ໂບກມື ໃນຂະນະ​ເລີ້ມອອກ​ເດີນ ທາງໄປຢ້ຽມຢາມສອງ​ປະ​ເທດ​ເອ​ເຊຍ ໃນວັນຈັນ ທີ 28 ພະຈິກ ໃນ​ນັ້ນ​ລວມມີ ມຽນມາ ຊຶ່ງ​ຈະເປັນປະ​ເທດ​ທີ່​ ລັດຖະມົນຕີການຕ່າງປະເທດສະຫະລັດໄປຢ້ຽມຢາມເທື່ອທຳອິດ ໃນຮອບ 50 ປີ (AP Photo, Saul Lo

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ​ໄດ້​ເລີ້ມອອກ​ເດີນ
ທາງໄປຢ້ຽມຢາມສອງ​ປະ​ເທດ​ເອ​ເຊຍ​ແລ້ວ ໃນ​ນັ້ນ​ລວມມີ ມຽນມາ ຊຶ່ງ​ຈະເປັນປະ​ເທດ​ທີ່​ ລັດຖະມົນຕີການຕ່າງປະເທດສະຫະລັດໄປຢ້ຽມຢາມເທື່ອທຳອິດ ໃນຮອບ 50 ປີ.

ທ່ານນາງ Clinton ຈະ​ໄປ​ແຫ​ວະຢ້ຽມຢາມ​ເກົາຫລີ​ໃຕ້ ກ່ອນຈະເດີນທາງ​ໄປ​ເຖິງມຽນມາ.
ສ່ວນ​ການ​ຢ້ຽມຢາມ​ປະ​ເທດ​ທີ່ ຢູ່​ໂດດດ່ຽວຄື​ມຽນມານັ້ນ ຈະ​ເລີ້ມຕົ້ນຂຶ້ນ​ໃນວັນ​ພຸດມື້ອື່ນ​ນີ້.

ປະທານາທິບໍດີສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາ ​ກ່າວ​ໃນຕົ້ນ​ເດືອນ​ນີ້ວ່າ ທ່ານສົ່ງ ທ່ານ
ນາງ Clinton ໄປຢ້ຽມຢາມມຽນມາ ກໍ​ເພື່ອ​ເປັນການຕອບ​ສະໜອງຕໍ່ອັນ​ທີ່ທ່ານ​ເອີ້ນ​ວ່າ
“ຄວາມກ້າວໜ້າຢ່າງວ່ອງ​ໄວ​ຊົ່ວຄາວຈຳນວນນຶ່ງ” ມາ​ຈາກ​ຝ່າຍ​ລັດ​ຖະ​ບານ​ມຽນມາ ຊຶ່ງເຮັ​ດ​
ໃຫ້ການ​ປົກ​ຄອງໂດຍ​ກົງຂອງພວກທະຫານເປັນເວລາຫຼາຍໆທົດສະວັດສິ້ນສຸດ​ລົງ ​ໃນເດືອນ
ມີນາຜ່ານມາ ​ເວລາ​ປະ​ເທດ​ດັ່ງກ່າວ ​ໄດ້​ນໍາ​ເອົາ​ລັດຖະບານພົນລະ​ເຮືອນແບບ ມີສະພາພຽງ
ແຕ່ໃນ​ນາມ​ ເຂົ້າມາປົກຄອງປະເທດນັ້ນ.

ທ່ານ ​ໂອ​ບາ​ມາ ​ໄດ້​ກ່າວອ້າງ​ເຖິງການດໍ​າເນີນ​ບາດກ້າວ​ຕ່າງໆຂອງ​ມຽນມາ ​ທີ່​ໄດ້​ມີການເປີດ
ການ​ສົນທະນາ​ໂອ້​ລົມ​ກັນກັບ​ຜູ້​ນໍາ​ຝ່າ​ຍຄ້ານ ທ່ານ​ນາງ​ ອອງ ຊານ ຊູ​ຈີ, ​ການ​ປ່ອຍ​ຕົວ
ພວກ​ນັກໂທດການ​ເມືອງຈໍານວນ​ນຶ່ງ ​ແລະການເປີດ​ກວ້າງສະພາບ​ແວດ​ລ້ອມ​ທາງ​ການ​
ເມືອງ.

ທ່ານ ​ໂອ​ບາ​ມາຍັງໄດ້​ກ່າວ​ເພີ້ມອີກ​ວ່າ ທ່ານນາງ Clinton ຈະໄປ​ຄົ້ນຄວ້າ​ເບິ່ງ​ວ່າ ສະ
ຫະລັດ​ຈະສາມາດ​ເຮັດຫຍັງ​ໄດ້​ແດ່ ​ເພື່ອ​ສະໜັບສະໜຸນຄວາມ​ກ້າວໜ້າ​ ໃນ​ການ​ປະຕິຮູບ
ທາງ​ການ​ເມືອງ, ດ້ານ​ສິດທິມະນຸດ ​ແລະ​ການ​ສ້າງ​ຄວາມ​ຖືກຕ້ອງປອງ​ດອງ​ ຊາດ​ໃນ​ມຽນມາ.

XS
SM
MD
LG