ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ທ່ານນາງ Clinton ຈະເດີນທາງ ໄປຢ້ຽມຢາມ ເຂດເອເຊຍ


ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary
Clinton ຈະເດີນທາງໄປຢ້ຽມຢາມຂົງເຂດເອເຊຍ-ປາຊີຟິກ
ໃນອາທິດໜ້າ ເພື່ອເຂົ້າຮ່ວມຫຼາຍໆກອງປະຊຸມກ່ຽວກັບບັນ ຫາຄວາມໝັ້ນຄົງແລະເສດຖະກິດ.

ກະຊວງການຕ່າງປະເທດສະຫະລັດ ປະກາດໃນວັນສຸກວານ
ນີ້ວ່າ ທ່ານນາງ Clinton ຈະໄປຢ້ຽມຢາມອອສເຕຣເລຍແລະ
ສິງກະໂປ ກ່ອນຈະໄປສົມທົບກັບປະທານາທິບໍດີບາຣັກ ໂອບາ
ມາ ທີ່ປະເທດໄທ. ທ່ານນາງຍັງມີໝາຍກຳນົດ ທີ່ຈະຕິດຕາມ
ປະທານາທິບໍດີໂອບາມາໄປຢ້ຽມຢາມປະເທດມຽນມາ ແລະກຳ
ປູເຈຍ.

ໃນວັນອາທິດມື້ອື່ນນີ້ ລັດຖະມົນຕີການຕ່າງປະເທດ Clinton
ຈະອອກເດີນທາງ ໄປຍັງອອສເຕຣເລຍ ບ່ອນທີ່ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານ Leon Panetta ຈະເດີນທາງໄປຮ່ວມສົມທົບ ເພື່ອເຈລະຈາ ກັບພວກເຈົ້າໜ້າທີ່ ອອສເຕຣເລຍກ່ຽວກັບເລື່ອງຄວາມໝັ້ນຄົງຕະຫຼອດທັງບັນຫາພູມີພາກແລະບັນຫາອື່ນໆ ຂອງໂລກ.

ໃນເດືອນເມສາປີໜ້ານີ້ ທະຫານນາວິກໂຍທິນສະຫະລັດຈຸທຳອິດ ຈະເດີນທາງໄປຮອດ ອອສເຕຣເລຍ ພາຍໃຕ້ຂໍ້ຕົກລົງຂະຫຍາຍການມີໜ້າທາງທະຫານຂອງສະຫະລັດໃນຢູ່ ໃນຂົງເຂດເອເຊຍ-ປາຊີຟິກ.

ການສົ່ງກຳລັງໄປປະຈຳການດັ່ງກ່າວ ແມ່ນເປັນຜົນຂອງຂໍ້ຕົກລົງປີ 2011 ລະຫວ່າງປະ ທານາທິບໍດີໂອບາມາແລະນາຍົກລັດຖະມົນຕີອອສເຕຣເລຍ ທ່ານນາງ Julia Gillard. ການເສີມກຳລັງທະຫານສະຫະລັດດັ່ງກ່າວຈະນຳໄປສູ່ການກໍ່ຕັ້ງໜ່ວຍປະຕິບັດງານທາງ ພາກພື້ນດິນແລະອາກາດຈຳນວນ 2,500 ຄົນ ທີ່ຈະທຳການຊ້ອມລົບ ຮ່ວມກັບທະຫານ ອອສເຕຣເລຍ.

ຈາກອອສເຕຣເລຍ ທ່ານນາງ Clinton ຈະເດີນທາງໄປສິງກະໂປເພື່ອທຳການເຈລະຈາ ຫາລືສອງຝ່າຍ ກັບນາຍົກລັດຖະມົນຕີ Lee Hsien Loong ແລະເຈົ້າໜ້າທີ່ອື່ນໆຂອງ ລັດຖະບານ ກ່ຽວກັບບັນຫາໃນຂອບເຂດທີ່ກວ້າງຂວາງ.

ບ່ອນຢຸດແວ່ຕໍ່ໄປ ກໍຄືປະເທດໄທ ທີ່ກະຊວງການຕ່າງປະເທດເວົ້າວ່າ ທ່ານນາງແລະປະ ທານາທິບໍດີໂອບາມາ ຈະສົນທະນາຫາລືກ່ຽວກັບບັນຫາຕ່າງໆໃນພູມີພາກແລະບູລິມມະ ສິດຮ່ວມ ກັບພວກເຈົ້າໜ້າທີ່ໄທ ລ່ວງໜ້າ ກອງປະຊຸມບັນດາປະຊາຊາດໃນເຂດເອເຊຍ ຕາເວັນອອກສຽງໃຕ້ຫຼືອາຊ່ຽນ ຢູ່ທີ່ກຳປູເຈຍ.

ປະທານາທິບໍດີໂອບາມາ ໄດ້ເລືອກເອົາທ່ານນາງ Clinton ເຂົ້າຮັບໜ້າທີ່ເປັນລັດຖະມົນ ຕີການຕ່າງປະເທດບໍ່ດົນຫຼັງຈາກການເລືອກຕັ້ງໃນປີ 2008. ທ່ານນາງກ່າວວ່າ ທ່ານນາງ ຈະລາອອກຈາກຕຳແໜ່ງ ຂະນະທີ່ປະທານາທິບໍດີໂອບາມາ ພວມກະກຽມ ທີ່ຈະເຂົ້າຮັບ ຕຳແໜ່ງເປັນສະໄໝທີສອງ.
XS
SM
MD
LG