ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄລິນຕັນຢ້ຽມຢາມ ເມັກຊິໂກ


ຄວາມຮຸນແຮງ ບັນຫາຢາເສບຕິດໃນເມັກຊິໂກ ເດືອນມັງກອນ ປີ 2011
ຄວາມຮຸນແຮງ ບັນຫາຢາເສບຕິດໃນເມັກຊິໂກ ເດືອນມັງກອນ ປີ 2011



















ທ່ານ​ນາງ​ຮິນ​ລາຣີ ຄລິນ​ຕັນ ລັດຖະມຸນຕີ​ການ​ຕ່າງປະ​ເທດ​ສະຫະລັດ​ມີ​ໝາຍກໍານົດ ​ ທີ່​ຈະໄປ​ຢ້ຽມຢາມ​ເມັກ​ຊິ​ໂກ ​ເພື່ອ​ທໍາ​ການ​ໂອ້​ລົມ​ສົນທະນາ​ກັນ​ກ່ຽວ​ກັບ​ບັນຫາ​ຫລາຍ​ເລື້ອງກັບ​ລັດຖະມຸນຕີ​ການ​ຕ່າງປະ​ເທດ​ເມັກ​ຊິ​ໂກ.

ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ​ກ່າວ​ວ່າ ທ່ານ​ນາງຄລິນ​ຕັນ​ຈະ​ພົບ​ປະ​ກັບທ່ານ​ນາງ Patricia Espinosa ຄູ່​ຕໍາ​ແໜ່​ງຈາກ​ເມັກ​ຊິ​ໂກ ​ທີ່​ເມືອງ Guanajuato ໃນ​ວັນ​ຈັນ​ມື້​ນີ້.

ຄາດ​ວ່າການ​ພົບ​ປະ​ຫາລື​ກັນ​ນີ້ ຈະ​ກວມ​ເອົາ​ເລື້ອງ​ການ​ຮ່ວມ​ໄມ້​ຮ່ວມ​ມື​ກັນ​ໃນ​ການ​ຕໍ່ຕ້ານອາ​ຊະ​ຍາ​ກໍາ ສົ່ງເສີມ​ການ​ແຂ່ງຂັນ​ໃນ​ດ້ານ​ເສດຖະກິດຂອງ​ທັງ​ສອງ​ປະ​ເທດ​ໃຫ້ມີ​ຄວາມ​ແຂງ​ແຮງ​ຍິ່ງ​ຂຶ້ນ ແລະປັບປຸງ​ເຂດ​ຊາຍ​ແດນລະຫວ່າງ​ສອງ​ປະ​ເທດ​ໃຫ້​ທັນ​ສະໄໝ. ນອກ​ນັ້ນ​ ທັງ​ສອງ​ລັດຖະມຸນຕີ​ຍັງຈະ​ໂອ້​ລົມ​ສົນທະນາ​ກັນ​ເລື້ອງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ນໍາ​ເຊ່ນ​ກັນ.

ການ​ຢ້ຽມຢາມ​ດັ່ງກ່າວ​ມີ​ຂຶ້ນ ​ໃນ​ຂະນະ​ທີ່​ຄວາມ​ຮຸນ​ແຮງ​ທີ່​ພົວພັນ​ກັບ​ພວກ​ແກ໊ງຄ້າ​ຢາ​ເສບ​ຕິດ ​ສືບ​ຕໍ່ໍສົ່ງ​ຜົນ​ກະທົບ​ຕໍ່​ເມັກ​ຊິ​ໂກ ຮວມທັງໃນ​ບໍລິ​ເວນເລາະ​ຕາມ​ຊາຍ​ແດນ​ຕິດ​ກັບ​ສະຫະລັດ​ນັ້ນ.

XS
SM
MD
LG