ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະ​ຫະ​ລັດ ​ໄດ້​ເລີ້ມ​ເກັບ​ກວາດ ສານ​ຜິດ​ສີ​ສົ້ມໃນ ຫວຽດ​ນາມ ​


​ທະ​ຫານ​ຫວຽດ​ນາມ​ຄົນ​ນຶງ ຢືນ​ຍາມ​ຢູ່ບ່ອນ​ມີ ສານ​ເຄ​ມີສີ​ສົ້ມ ບັນ​ຈຸສານ​ພິດ​ໄດ​ອົກ​ຊິນ ວັນ​ທີ 17 ຕຸ​ລາ 2018.
​ທະ​ຫານ​ຫວຽດ​ນາມ​ຄົນ​ນຶງ ຢືນ​ຍາມ​ຢູ່ບ່ອນ​ມີ ສານ​ເຄ​ມີສີ​ສົ້ມ ບັນ​ຈຸສານ​ພິດ​ໄດ​ອົກ​ຊິນ ວັນ​ທີ 17 ຕຸ​ລາ 2018.

ສະ​ຫະ​ລັດ​ໄດ້​ເລີ້ມ​ໃຊ້​ເງິນ​ຫຼາຍ​ລ້ານ​ໂດ​ລາ​ເພື່ອເກັບ​ກວາດ ​ຖານ​ທັບ​ອາ​ກາດ​ຢູ່​ໃນ​
ຫວຽດ​ນາມ ທີ່​ ສະ​ຫະ​ລັດ ​ໄດ້​ໃຊ້​ຢູ່​ໃນສົງ​ຄາມ ​ຫວຽດ​ນາມ ເພື່ອ​ເກັບ​ມ້ຽນ​ສານ​ເຄ​ມີ
ສີ​ສົ້ມ ຫຼື Orange ທີ່ເປັນ​ຜິດ​ຮ້າຍ​ແຮງ.

ໂຄງ​ການ 183 ລ້ານ​ໂດ​ລາ ໄດ້​ເລີ້ມຂຶ້ນ​ໃນ​ວັນ​ເສົາ​ມື້​ນີ້ ​ຢູ່​ສະ​ໜາມ​ບິນ​ ບຽນ​ ຮົວ ຢູ່
ນອກ​ນະ​ຄອນ​ ໂຮ​ຈີ​ມິນ, ເຊິ່ງ​ເກີດ​ຂຶ້ນ​ 40 ປີ​ ຫຼັງ​ຈາກ​ສົງ​ຄາມໄດ້​ສິ້ນ​ສຸດ​ລົງ. ບຽນ ຮົວ
ແມ່ນ​ບ່ອນ​ເກັບ​ມ້ຽນທີ່​ສຳ​ຄັນ​ແຫ່ງນຶ່ງ​ຂອງ​ສານເຄ​ມີພິດນັ້ນ.

ສະ​ຫະ​ລັດ​ ໄດ້​ສີດສານ​ເຄ​ມີ​ສີ​ສົ້ມ 80 ລ້ານ​ລິດ ໃສ່​ທົ່ວຫວ​ຽດ​ນາມ​ໃຕ້ ໃນລະ​ຫວ່າງ​
ປີ 1962 ຫາ 1971 ເພື່ອ​ທຳ​ລາຍການ​ປົກ​ຄຸມໂດຍຕົ້ນ​ໄມ້ ແລ​ະ​ອ​າ​ຫານ​ຂອງກອງ​
ໂຈນ​ຄອມ​ມິວ​ນິ​ສ.

ສານ​ເຄ​ມີ ສີ​ສົ້ມ ທີ່ຖືກ​ເກັບ​ໄວ້​ຢູ່​ບຽນ ຮົວ ​ເຊື່ອ​ວ່າໄດ້ຮົ່ວ​ຊຶ່ມລົງ​ດິນ​ທີ່​ຢູ່​ອ້ອມ​ແອ້ມ​,
ຕະ​ກອນ ແລະ ​ບັນ​ດາ​ແມ່​ນ້ຳ.

ສານ​ເຄ​ມີ Orange ບັນ​ຈຸສານ​ພິດ​ໄດ​ອົກ​ຊິນ ​ແລະ​ ຖືກເຊື່ອມ​ໂຍງອັດ​ຕາ​ການ​ເປັນ
ໂຣກ​ມະ​ເຮັງເພີ່ມ​ຂຶ້ນ ແລະ ​ການ​ເກີດລູກ​ເສຍ​ອົງ​ຄະຂອງ​ຊາວ ຫວຽດ​ນາມ ​ຫຼາຍ​
ຊົ່ວ​ຄົນ​.

ໃນ​ເດືອນ​ພະ​ຈິກ​ທີ່ຜ່ານ​ມາ ສະ​ຫະ​ລັດ​ໄດ້​ສຳ​ເລັດໂຄງການ​ເກັບ​ກວາດ​ທີ່​ຄ້າຍ​ຄື​ກັນ
ຢູ່​ສະ​ໜ​າມ​ບິນ​ ດາຫ​ນັງ ທີ່​ມີ​ມູ​ນ​ຄ່າ 110 ລ້ານ​ໂດ​ລາ.

ຈຳ​ນວນ​ສານ​ຜິດ​ຢູ່​ ບິນ ຮົວ ມີ​ສູງ​ກວ່າ​ສີ່​ເທົ້າ​ກວ່າ​ຈາກຈຳ​ນວນທີ່​ຖືກ​ເກັບ​ກວາດ ຢູ່
ສະ​ໜາມ​ບິນດາ​ນັງ.

ລັດ​ຖະ​ບານ​ສະ​ຫະ​ລັດ ແລະ​ ບໍ​ສັດ​ຜະ​ລິດ​ສານ​ເຄ​ມີ ແມ່ນບໍ່​ໄດ້​ອ້າງ​ເອົາ​ຄວາມ​ຮັບ​
ຜິດ​ຊອບ​ໃດໆ. ແລະເຂົາ​ເຈົ້າກໍ​ບໍ່​ໄດ້​ສະ​ເໜີ​ການ​ຊົດ​ເຊີຍໃຫ້​ແກ່​ຊາວ ​ຫວຽດ​ນາມ ຜູ້
ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ສານ​ເຄ​ມີ ສີ​ສົ້ມ​ນັ້ນ. ທະ​ຫານ​ຜ່ານ​ເສິກ​ ສະ​ຫະ​ລັດ ແມ່ນ​
ໄດ້​ຮັບ​ການ​ຊົດ​ເຊີຍ ສຳ​ລັບ​ການສຳ​ພັດ​ກັບສານ​ເຄ​ມີ ສີ​ສົ້ມ ນັບ​ຕັ້ງ​ແຕ່ປີ 1991
ເປັນ​ຕົ້ນ​ມາ.

ອ່ານ​ຂ່າວ​ນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG