ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ນັກຮຽນໄວລຸ່ນອາເມຣິກັນ ທີ່ຈັບໂຕປະກັນ ເສຍຊີວິດ


ລົດຕໍາຫລວດຈອດຢູ່ຕໍ່ໜ້າໂຮງຮຽນມັດທະຍົມເມືອງ Marinette ລັດ Wisconsin ບ່ອນທີ່ມີການຈັບນັກສຶກສາເປັນຕົວປະກັນ.
ລົດຕໍາຫລວດຈອດຢູ່ຕໍ່ໜ້າໂຮງຮຽນມັດທະຍົມເມືອງ Marinette ລັດ Wisconsin ບ່ອນທີ່ມີການຈັບນັກສຶກສາເປັນຕົວປະກັນ.

ເດັກໜຸ່ມໄວ​ລຸ່ນ​ອາຍຸ 15 ປີ​ ຈາກ​ລັດ Wisconsin ​ໃນ
ພາກກາງຕອນ​ເໜືອ​ຂອງ​ສະຫະລັດ ທີ່ໄດ້​ຈັບ​ໝູ່​ຫ້ອງ​ຮຽນ
ດຽວ​ກັນ​ເປັນ​ໂຕ​ປະກັນ ​ເປັນ​ເວລາ​ຫລາຍ​ຊົ່ວ​ໂມງໃນ​ອາທິດ
ນີ້ ​ໄດ້ເສຍ​ຊີວິດ​ແລ້ວ​ ຍ້ອນແຜ​ລູກປືນ​ທີ່ຜູ້ກ່ຽວ​ຍິງໃສ່​ຕົວ​ເອງ.

ຕໍາຫລວດ​ໃນ​ເມືອງ Marinette ກ່າວ​ວ່າເດັກ​ໜຸ່ມ​ທີ່ຊື່ວ່າ
Samuel Hengel ໄດ້​ຍ່າງ​ເຂົ້າ​ໄປ​ໃນຫ້ອງ​ຮຽນ​ໃນ​ວັນ​
ຈັນມື້ກ່ອນ​ນີ້ ໃນມື​ຖື​ປືນ​ສັ້ນ​ສອງ​ກະບອກ​ພ້ອມ​ທັງ​ລູກກະ
ສູນ ແລ້ວ​ກັກພວກ​ນັກຮຽນ 23 ຄົນ​ໃນ​ຫ້ອງ​ ​ພ້ອມ​ທັງ ​ນາຍຄູໄວ້ ເປັນຕົວ​ປະກັນ ເປັນເວລາ​ຫລາຍ​ຊົ່ວ​ໂມງ.

ຕໍາຫລວດ​ກ່າວ​ວ່າ ທ້າວ Hengel ​ໄດ້​ຍິງ​ໂຕ​ເອງ​ ຕອນ​ທີ່​ຕໍາຫລວດ​ບຸກ​ເຂົ້າໄປ ໃນ​ຫ້ອງ
ຮຽນ​ໃນ​ວັນ​ຈັນ​ນັ້ນ ​ແລະ​ໄດ້​ຖືກ​ນໍາ​ໄປ​ຍັງ​ໂຮງໝໍ​ທ້ອງ​ຖິ່ນ​ແຫ່ງ​ນຶ່ງ ບ່ອນ​ທີ່ຜູ້ກ່ຽວ​ໄປ​ໃຈ​ຂາດ
ຕາຍ​ຢູ່​ທີ່ນັ້ນ​ ໃນ​ວັນ​ອັງຄານ​ວານ​ນີ້.

ພວຄົນ​ທີ່​ຮູ້ຈັກ​ກັບ​ທ້າວ Hengel ກ່າວ​ວ່າ ​ລາວເປັນ​ເດັກ​ທີ່​ຜູ້​ຄົນນິຍົມ​ມັກ​ຮັກ​ ແລະ​ເປັນ
ນັກຮຽນ​ດີ ​ແຕ່​ບໍ່​ຮູ້ຈັກ​ສາເຫດ​ຂອງ​ຜູ້ກ່ຽວ​ໃນ​ການ​ກະ​ທໍາ​ເຊ່ນ​ນີ້.

XS
SM
MD
LG