ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໒ ມິຖຸນາ ໒໐໒໓

ສຫລ ຂະຫຍາຍ ການລົງໂທດ ຕໍ່ຕາໜ່າງ ການເງິນ ກຸ່ມລັດອິສລາມ


ທະຫານ ພວມແຈກຢາຍຮູບພາບ ສະມາຊິກຄົນນຶ່ງ ຂອງກຸ່ມຫົວຮຸນແຮງຈັດ ອາບູ ຊາຢັບ ທ້າວອິສນີລອນ ຮາປີລອນ ໃນຟີລິບປິນ.

ສະຫະລັດໄດ້ເພີ້ມທະວີການກົດດັນຕໍ່ກຸ່ມປະຕິບັດງານແລະພວກອຳນວຍຄວາມ​ສະ
ດວກ ໃຫ້ແກ່ກຸ່ມລັດອິສລາມທັງໃນລະດັບຂົງເຂດແລະທ້ອງຖິ່ນ ອັນເປັນສ່ວນນຶ່ງໃນ ຄວາມພະຍາຍາມ ເພື່ອຈະດັບມອດເສັ້ນຊີວິດທາງດ້ານການເງິນຢູ່ໃນໂລກ ຂອງກຸ່ມ
ດັ່ງກ່າວ.

ກະຊວງການເງິນຂອງສະຫະລັດໃນວັນສຸກວານນີ້ ໄດ້ປະກາດກ່ຽວກັບການລົງໂທດ
ຫຼາຍໆຢ່າງ ຕໍ່ສ່ວນບຸກຄົນ ແລະບໍລິສັດຈຳນວນນຶ່ງ ນັບແຕ່ ໂຊມາເລຍ ເທີກີ ໄປຫາ
ຟີລິບປິນໂດຍເວົ້າວ່າ ການເຄື່ອນໄຫວດັ່ງກ່າວແມ່ນເປັນສ່ວນນຶ່ງໃນການປຸກລະດົມ
ຂະໜາດໃຫຍ່ ທີ່ແນໃສ່ຕາໜ່າງທີ່ຊ່ອຍໃຫ້ກຸ່ມກໍ່ການຮ້າຍລັດອິສລາມເຂົ້າເຖິງການ
ເງິນ ອາວຸດ ແລະແມ່ນກະທັງເຮືອບິນບໍ່ມີຄົນຂັບ.

ຮອງລັດຖະມົນຕີ ກະຊວງການເງິນ ຮັບຜິດຊອບກ່ຽວກັບການກໍ່ການຮ້າຍ ແລະສືບ
ລັບການເງິນ ທ່ານຊິກອລ ແມນແດລເກີ ກ່າວຢູ່ໃນຖະແຫຼງການ ທີ່ໃຊ້ຊື່ຫຍໍ້ຂອງກຸ່ມ
ກໍ່ການຮ້າຍນີ້ ໂດຍເວົ້າວ່າ “ສ່ວນບຸກຄົນ ແລະ ອົງການຕ່າງໆ ທີ່ຕົກ ເປັນເປົ້າໝາຍ
ແມ່ນມີສ່ວນ ໃນການເຮັດໃຫ້ກຸ່ມກໍ່ການຮ້າຍໄອຊິສແຜ່ຂະຫຍາຍໄປເຖິງເຂດຕ່າງໆ ຂອງໂລກ.”

ຢ່າງໜ້ອຍ ມີສ່ວນບຸກຄົນຜູ້ນຶ່ງແລ້ວ ຖືກເຈົ້າໜ້າທີ່ຄວບຄຸມໂຕໄວ້.

ທ້າວອັບດູລພັດຕາ ແອັສກາລອນ ອາບູບາກາ ໄດ້ຖືກຈັບ ໂດຍເຈົ້າໜ້າທີ່ຟີລິບປິນ ທີ່ສະໜາມບິນມະນີລາ ໃນເດືອນກັນຍາປີກາຍ ຫຼັງຈາກໄດ້ເດີນທາງໄປແຕ່ຊາອຸດີ
ອາຣາເບຍ.

ເຈົ້າໜ້າທີ່ສະຫະລັດເວົ້າວ່າ ທ້າວອາບູບາກາ ໄດ້້ເຮັດວຽກໃຫ້ກັບພວກໄອຊິສຢ່າງ
ໜ້ອຍມາແຕ່ຕົ້ນປີ 2016​ ແລະຊ່ອຍໂອນເງິນຫຼາຍສິບພັນໂດລາ ໄປໃຫ້ເຄືອຂ່າຍ
ຂອງກຸ່ມໄອຊິສໃນຟີລິບປິນ. ຄາດກັນວ່າ ຜູ້ກ່ຽວຍັງໄດ້ເຮັດວຽກ ໃຫ້ເຄືອຂ່າຍ ຊຶ່ງ
ຜູ້ນຳຂອງກຸ່ມ ທ້າວອິສນີລອນ ຮາປີລອນ ໄດ້ເສຍຊີວິດໄປແລ້ວນັ້ນ ໃນການຊອກ
ຫາຊື້ອາວຸດແລະດິນລະເບີດ.

ເຈົ້າໜ້າທີ່ກະຊວງການເງິນ ຍັງໄດ້ລົງໂທດນັກທຸລະກິດ 2 ຄົນ ຜູ້ນຶ່ງຢູ່ເທີກີແລະອີກ
ຜູ້ນຶ່ງຢູ່ໂຊມາເລຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG