ລູກຫລານຂອງຜູ້ນຳດ້ານສິດທິພົນລະເຮືອນຂອງສະຫະລັດ, ທ່ານມາຕິນ ລູເທີ ຄິງ ຈູເນຍ ແລະພວກສະໜັບສະໜຸນເຂົາເຈົ້າ ໄດ້ພາກັນເດີນຂະບວນ ໃນວັນຈັນວານນີ້ ເພື່ອຮຽກຮ້ອງໃຫ້ສະມາ ຊິກສະພາສູງຈາກ ພັກເດໂມແຄຣັດເອົາຊະ ນະພັກຣີພັບບລີກັນທີ່ເປັນຝ່າຍຄ້ານ ແລະການຂັດ ຂວາງຢູ່ພາຍໃນຄະນະຂອງຕົນເອງ ເພື່ອຜັກດັນໃຫ້ມີການປ່ຽນແປງທັງໝົດໃນລະດັບຊາດ ກ່ຽວກັບສິດໃນການປ່ອນບັດລົງຄະແນນສຽງ.
ເຂົາເຈົ້າໄດ້ໄປເຕົ້າໂຮມກັນໃນວັນພັກແຫ່ງຊາດ ເພື່ອສະເຫຼີມສະຫຼອງວັນເກີດຄົບຮອບ 93 ປີຂອງທ່ານ. ການເດີນຂະບວນຄັ້ງນີ້ໄດ້ມີຂຶ້ນບໍ່ພໍເທົ່າໃດມື້ຫລັງຈາກສະມາຊິກສະພາສູງພັກເດໂມແຄຣັດສອງຄົນ ຄືທ່ານນາງ ເຄີສເຕັນ ຊີເນມາ (Kyrsten Sinema) ແລະທ່ານໂຈ ແມນຈິນ (Joe Manchin) ເວົ້າວ່າ ພວກເຂົາເຈົ້າຈະຄັດຄ້ານຄວາມພະຍາຍາມທີ່ຈະປ່ຽນແປງກົດລະບຽບດ້ານນິຕິບັນຍັດໃນສະພາທີ່ມີສະມາຊິກ 100 ຄົນ ທີ່ແຕກແຍກກັນເພື່ອໃຫ້ພວກສັງກັດພັກເດໂມແຄຣັດກຳນົດລະບຽບການເລືອກຕັ້ງແຫ່ງຊາດທີ່ເປັນເອກະພາບກັນຕໍ່ການຄັດຄ້ານຂອງສະມາຊິກສະພາສູງຈາກພັກຣີພັບບລິກັນທັງໝົດ 50 ທ່ານນັ້ນ.
ລູກຊາຍຂອງທ່ານຄິງ, ທ່ານ ມາຕິນ ລູເທີ ຄິງ ທີ III, ພັນລະຍາຂອງທ່ານ ຄືທ່ານນາງ ອານເດຣຍ ວໍເຕີສ໌ ຄິງ (Arndrea Waters King), ແລະລູກສາວທີ່ຍັງເປັນໄວລຸ້ນຂອງເຂົາເຈົ້າ, ນາງ ໂຢລັນດາ ເຣນີ ຄິງ (Yolanda Renee King) ໄດ້ເຂົ້າຮ່ວມເດີນຂະບວນກັບນັກເຄື່ອນໄຫວຫຼາຍຮ້ອຍຄົນໃນຂະນະທີ່ ພວກເຂົາເຈົ້າຍ່າງທ່າມກາງອາກາດໜາມເຢັນຂ້າມຂົວ ເຟີເດິຣິກ ດັກກລາສ ເມມມໍຣຽລ (Frederick Douglass Memorial) ທີ່ເປັນສັນຍາລັກຂອງການສະຫນັບສະໜຸນຂອງສະພາສໍາລັບມາດຕະການໂຄງຫລ່າງພື້ນຖານທີ່ເປັນເງິນ 1 ພັນ 200 ຕື້ໂດລານັ້ນ.
ເບິ່ງວີດິໂອກ່ຽວກັບຂ່າວນີ້ເປັນພາສາອັງກິດ ທີ່ຜະລິດໂດຍ Laurel Bowman:
ທ່ານ ຄິງ ກ່າວຕໍ່ຝູງຊົນວ່າ "ທ່ານປະສົບຜົນສໍາເລັດກັບໂຄງຫລ່າງພື້ນຖານ, ເຊິ່ງ ເປັນສິ່ງທີ່ດີ ເລີດ," ແຕ່ພວກເຮົາຕ້ອງການໃຫ້ທ່ານໃຊ້ພະລັງແບບດຽວກັນນີ້ ເພື່ອຮັບປະກັນວ່າຊາວອາເມຣິກັນທຸກຄົນມີສິດເລືອກຕັ້ງໂດຍປາດສະຈາກຂໍ້ຈຳກັດໃດໆ.
ປະທານາທິບໍດີ ສະຫະລັດ, ທ່ານ ໂຈ ໄບເດັນ ກ່າວຄຳປາໄສຜ່ານທາງວີດີໂອວ່າ ຊາວອາເມຣິກັນຕ້ອງມີຄວາມມຸ້ງໝັ້ນຕໍ່ວຽກງານທີ່ຍັງບໍ່ທັນສຳເລັດຂອງທ່ານ ມາຕິນ ລູເທີ ຄິງ ຈູເນຍ ເພື່ອໃຫ້ເຮັດໃຫ້ມັນແລ້ວ, ໃຫ້ມີຄວາມຍຸຕິທຳ ແລະ ໃຫ້ການປົກປ້ອງແກ່ "ສິດທິອັນສັກສິດໃນການປ່ອນບັດລົງຄະແນນສຽງ ຊຶ່ງເປັນສິດທີ່ບັນດາສິດອັນອື່ນໆຈະໄຫລຕາມກັນມາ."
ທ່ານ ໄບເດັນ ກ່າວອີກວ່າ “ມັນເຖິງເວລາແລ້ວທີ່ບັນດາເຈົ້າໜ້າທີ່ທີ່ຖືກເລືອກຕັ້ງຢູ່ໃນ ອາເມຣິກາຕ້ອງເຮັດໃຫ້ມັນເປັນທີ່ຈະແຈ້ງວ່າເຂົາເຈົ້າຢືນຢູ່ຈຸດໃດ. "ມັນເຖິງເວລາແລ້ວທີ່ຊາວ ອາເມຣິກັນ ທຸກຄົນຕ້ອງລຸກຂຶ້ນ, ເວົ້າອອກມາ, ເຮັດໃຫ້ຄົນໄດ້ ຍິນວ່າເຈົ້າຢືນຢູ່ຈຸດໃດ?"