ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພົນ​ລະ​ເມືອງ​ອາ​ເມ​ຣິ​ກັນ​ຄົນ​ນຶ່ງ ຖືກ​ຕັດ​ສິນ​ຈຳ​ຄຸກ 20 ປີ ຍ້ອນ​ເຂົ້າ​ຮ່ວມ ​ກຸ່ມ​ຫົວ​ຮຸນ​ແຮງ​ລັດ​ອິ​ສ​ລາມ


ແຟ້ມ - ທຸງ​ຊາດ​ສະ​ຫະ​ລັດ ປິວ​ຢູ່ນອກ​ຕຶກ​ກະ​ຊວງ​ຍຸ​ຕິ​ທຳ ທີ່​ວໍ​ຊິງ​ຕັນ ໃນ​ວັນ​ທີ 22 ມີ​ນາ 2019. ສານ​ຢູ່​ໄມ​ອາ​ມີ ລັດ​ຟ​ລໍ​ຣິ​ດາ ຕັດ​ສິນ​ໃຫ້​ທ້າວ​ອາມ​ຣານ ອາ​ລີ ຄົນ​ອາ​ເມ​ຣິ​ກັນຈາກ​ຕ​ຣີ​ນິ​ແດດ ມີ​ຄວາມ​ຜິດ ຍ້ອນ​​ສະ​ໜັບ​ສະ​ໜຸນ​ດ້ານ​ວັດ​ຖຸ ແກ່​ອົງ​ການ​ກໍ່​ການ​ຮ້າຍ​ຕ່າງ​ປະ​ເທດ. ​
ແຟ້ມ - ທຸງ​ຊາດ​ສະ​ຫະ​ລັດ ປິວ​ຢູ່ນອກ​ຕຶກ​ກະ​ຊວງ​ຍຸ​ຕິ​ທຳ ທີ່​ວໍ​ຊິງ​ຕັນ ໃນ​ວັນ​ທີ 22 ມີ​ນາ 2019. ສານ​ຢູ່​ໄມ​ອາ​ມີ ລັດ​ຟ​ລໍ​ຣິ​ດາ ຕັດ​ສິນ​ໃຫ້​ທ້າວ​ອາມ​ຣານ ອາ​ລີ ຄົນ​ອາ​ເມ​ຣິ​ກັນຈາກ​ຕ​ຣີ​ນິ​ແດດ ມີ​ຄວາມ​ຜິດ ຍ້ອນ​​ສະ​ໜັບ​ສະ​ໜຸນ​ດ້ານ​ວັດ​ຖຸ ແກ່​ອົງ​ການ​ກໍ່​ການ​ຮ້າຍ​ຕ່າງ​ປະ​ເທດ. ​

ຄົນ​ສັນ​ຊາດ​ອາ​ເມ​ຣິ​ກັນ ທີ່​ໄດ້​ຍ້າຍ​ຄອບ​ຄົວ​ຂອງ​ລາວ​ໄປ​ຢູ່​ປະ​ເທດ​ຊີ​ເຣຍ​ ເພື່ອ​ເຂົ້າ​ຮ່ວມ​ກຸ່ມ​ກໍ່​ການ​ຮ້າຍ​ລັດ​ອິ​ສ​ລາມ ໄດ້​ຖືກ​ຕັດ​ສິນ​ໃຫ້​ຕິດ​ຄຸກ 20 ປີ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ກາ​ນ​ຂ່າວ​ເອ​ພີ.

ບັນ​ທຶກ​ຂອງ​ສານ ​ສະ​ແດງ​ໃຫ້​ເຫັນ​ວ່າ ທ້າວ​ເອັມ​ຣານ ອາ​ລີ ອ​າ​ຍຸ 55 ປີ ຊຶ່ງ​ເປັນ​ຄົນ​ສັນ​ຊາດ​ອາ​ເມ​ຣິ​ກັນ ເກີດ​ຢູ່​ທີ່​ໝູ່​ເກາະ​ຕ​ຣີ​ນີ​ແດດ​ແລະ​ໂຕ​ບາ​ໂກ ໄດ້​ຖືກ​ຕັດ​ສິນ​ໃນ​ວັນ​ອັງ​ຄານ​ຜ່ານ​ມາ​ທີ່​ສານ​ລັດ​ຖະ​ບານ​ກາງ ຢູ່​ນະ​ຄອນ​ໄມ​ອາ​ມີ.

ຜູ້​ກ່ຽວ​ໄດ້​ຍອມ​ຮັບ​ຜິດ​ໃນ​ເດືອນ​ພະ​ຈິກ​ປີ​ກາຍໃນ​ການ​ສົມ​ຮູ້​ຮ່ວມ​ຄິດ​ເພື່ອ​ສະ​ໜອງ​ການ​ສະ​ໜັບ​ສະ​ໜຸນ​ທາງ​ດ້ານ​ວັດ​ຖຸໃຫ້​ແກ່​ອົງ​ການ​ກໍ່​ການ​ຮ້າຍ​ຕ່າງ​ປະ​ເທດ. ອີງຕາມບັນ​ທຶກ​ຂອງ​ສານ​ແລ້ວ ທ້າວ​ອາ​ລີ ໄດ້​ຍ້າຍ​ຄອບ​ຄົວ​ຂອງ​ລາວ​ໄປ​ຢູ່ປະ​ເທດ​ຊີ​ເຣຍ​ ໃນວັນ​ທີ 25 ມີ​ນາ 2015.

ໄອ​ຍະ​ການ​ກ່າວ​ວ່າ ລາ​ວ​ໄດ້​ແຈ້ງ​ໃຫ້​ສານ​ຊາບ​ໂດຍ​ຕົວະວ່າ ​ພວກ​ລູກ​ຂອງ​ລາວ​ໄປພັກ​ຜ່ອນ​ທີ່ນັ້ນ ແຕ່​ຄວາມຈິງ​ແລ້ວ ແມ່ນ​ຕັ້ງ​ໃຈ​ເຂົ້າ​ຮ່ວມ​ກັບ​ກຸ່ມ​ລັດ​ອິ​ສ​ລາມ. ທ້າວ​ອາ​ລີ ແລະ​ລູກ​ຊາຍ​ອາ​ຍຸ 22 ຂອງ​ຂອງ​ລາວ ໄດ້​ເຂົ້າ​ມອບ​ໂຕ​ຕໍ່​ກຳ​ລັງ​ປະ​ຊາ​ທິ​ປະ​ໄຕ​ຊີ​ເຣຍ ໃກ້​ກັບ​ເມືອງ​ບັກ​ຮຸ​ສ ໃນ​ເດືອນ​ມີ​ນາ​ປີ 2019 ໃນ​ລະ​ຫວ່າງ​ການ​ສູ້​ລົບ​ທີ່​ແກ່​ຍາວ​ຄັ້ງ​ສຸດ​ທ້າຍ ຂອງ​ກຸ່ມ​ລັດ​ອິ​ສ​ລາມ​ເພື່ອ​ຮັກ​ສາ​ດິນ​ແດນ​ຂອງ​ຕົນໄວ້​ຢູ່​ໃນ​ປະ​ເທດ​ຊີ​ເຣຍ​.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG