ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໖ ກໍລະກົດ ໒໐໒໕

ຂໍ້ມູນສະແດງໃຫ້ເຫັນວ່າ ຄວາມຮຸນແຮງຢູ່ໃນຫຼາຍເມືອງຂອງສະຫະລັດ ມີໜ້ອຍກວ່າໄລຍະສອງປີທີ່ຜ່ານມາ


ແຟ້ມຮູບ-ເຈົ້າໜເາທີ່ຕໍາຫຼວດຂອງນະຄອນນິວຢອກ (NYPD) ນັ່ງໃນລົດ ຢູ່ດ້ານນອກຫ້ອງການຂອງານເມືອງ ໃນນະຄອນນິວຢອກ, ວັນທີ 29 ມີນາ 2023.
ແຟ້ມຮູບ-ເຈົ້າໜເາທີ່ຕໍາຫຼວດຂອງນະຄອນນິວຢອກ (NYPD) ນັ່ງໃນລົດ ຢູ່ດ້ານນອກຫ້ອງການຂອງານເມືອງ ໃນນະຄອນນິວຢອກ, ວັນທີ 29 ມີນາ 2023.

ຄວາມຈິງກ່ຽວກັບເມືອງຕ່າງໆ ອາເມຣິກາ ເຖິງແມ່ນຈະມີຄວາມເຊື່ອກັນຢ່າງ ຫຼວງຫຼາຍ, ມັນໄດ້ມີຄວາມຮຸນແຮງເກີດ​ຂຶ້ນໜ້ອຍກວ່າສອງສາມປີກ່ອນໜ້ານີ້.

ຄວາມຮຸນແຮງໄດ້ຫຼຸດລົງມາໄປທົ່ວຫຼາຍສິບເມືອງ ລຸນຫຼັງການເພີ້ມຂຶ້ນຂອງ ການຍິງກັນ, ການຄາດ​ຕະ​ກຳ ແລະການປຸ້ນຈີ້ກັນທີ່ຖືກກະ​ຕຸ້ນ​ໂດຍການລະ ບາດໃຫຍ່ຂອງພະຍາດໂຄວິດ-19 ໃນໄລຍະປີ 2020-2021.

ໂດຍສັງເກດເບິ່ງນະຄອນນິວຢອກ, ເຊິ່ງເປັນເມືອງທີ່ໃຫຍ່ທີ່ສຸດ ແລະການປະ ເມີນກ່ຽວກັບອາຊະຍາກໍາບາງຢ່າງ ມີລັກສະນະຄືວ່າຈະເກີດຂຶ້ນຫຼາຍກວ່າ ເມືອງອື່ນໆ.

ໃນຕົວຢ່າງຂອງເມືອງນຶ່ງພົບວ່າ ມີການຄາດຕະກໍາກັນເກີດຂຶ້ນຢ່າງຮຸນແຮງ ຮອດ 50 ເປີເຊັນໃນປີ 2020 ແລະປີ 2021. ແຕ່ໃນປີທີ່ຜ່ານມາພົບວ່າ ຈໍານວນດັ່ງກ່າວໄດ້ຫລຸດລົງມາ 11 ເປີເຊັນ ເປັນຈໍານວນ 433 ຄົນ, ແລະ ມາເຖິງປັດຈຸບັນນີ້ ຈໍານວນດັ່ງກ່າວຍັງໄດ້ຫຼຸດລົງຕື່ມອີກ 7 ເປີເຊັນ ມາເປັນ 133 ຄົນ, ອີງຕາມລາຍງານຈາກຂໍ້ມູນຂອງຕໍາຫຼວດປະຈໍາເມືອງດັ່ງກ່າວ.

ແນວ​ໃດ​ກໍ່​ຕາມ​ອັດ​ຕາ​ການ​ຄາ​ດ​ຕະ​ກຳ​ຂອງເມືອງແຫ່ງນັ້ນ ຈະຍັງຄົງເປັນຈໍາ ນວນຫຼາຍກວ່າຊ່ວງເວລາກ່ອນການລະບາດຂອງພະຍາດໂຄວິດ, ແຕ່ມັນກໍຍັງມີຈໍານວນທີ່ຕໍ່າກວ່າຊຸມປີ 1990 ເມື່ອຂໍ້ມູນໄດ້ມີການບັນທຶກວ່າ ຈໍານວນຜູ້ເຄາະຮ້າຍແມ່ນມີຫຼາຍກວ່າ 2,200 ຄົນ, ອີງຕາມການກ່າວຂອງ ທ່ານເດວິດ ເຄັນເນດີ (David Kennedy) ນັກອາຊະຍາກໍາວິທະຍາຢູ່ ວິທະຍາໄລ ຈອນ ເຈ (John Jay) ທີ່ສຶກສາກ່ຽວກັບກົດໝາຍທາງອາຍາ ໃນລັດນິວຢອກ.

ອ່ານຂ່າວນີ້ເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ
please wait

No live streaming currently available

0:00 0:00 Live

ສົດ ລາຍການວິທະຍຸ-ໂທລະພາບ ພາກພາສາລາວ

XS
SM
MD
LG