ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ກໍ່​ການ​ຮ້າຍ ທີ່ຮຸນແຮງ ເປັນໄພຂົ່ມຂູ່​ ຕໍ່​ອິດ​ສະລະ​ພາບ ​ໃນ​ການ​ນັບຖືສາສະໜາ​


ຊາວອີຣັກ ທີ່ນັບຖືສາສະໜາຄຣິສ ພາກັນໄປສວດມົນ ພາວະນາ ໃນພະວິຫານ St. Joseph ໃນນະຄອນ Baghdad ປະເທດ Iraq.
ຊາວອີຣັກ ທີ່ນັບຖືສາສະໜາຄຣິສ ພາກັນໄປສວດມົນ ພາວະນາ ໃນພະວິຫານ St. Joseph ໃນນະຄອນ Baghdad ປະເທດ Iraq.

ເຈົ້າໜ້າ​ທີ່​ຂອງ​ກະຊວງ​ການ​ຕ່າງປະ​ເທດສະຫະລັດ ກ່າວ​ວ່າ ສິ່ງ
ທ້າ​ທາຍ​ສິ່ງ​ດຽວ​ທີ່​ສຳຄັນ​ທີ່ສຸດ ​ຕໍ່​ອິດ​ສະລະ​ພາບ​ໃນ​ການ​ນັບຖື
ສາສະໜາ​ ແມ່ນການເອົາ​ບາດກ້າວ​ທາງ​ດ້ານ​ການ​ກໍ່​ການ​ຮ້າຍ
​ທີ່ນັບ​ມື້​ ນັບ​ຮ້າຍ​ແຮງ​ຍິ່ງ​ຂຶ້ນ​ ​ໂດຍ​ພວກທີ່​ໃຊ້​ ສາສະໜາ​ ໄປ​ໃນ
​ທາງ​ທີ່​ຜິດ ​ເພື່ອມາ​ເປັນຂໍ້ອ້າງໃນການກໍ່ຄວາມ​ຮຸນແຮງ​ນັ້ນ.

ທ່ານ David Saperstein ​ໄດ້​ໃຫ້ການຊັ່ງຊາດັ່ງກ່າວ ​ໃນ​ວັນ​ພຸດ​ວານ​ນີ້ ​ໃນ​ຂະນະ​ທີ່​ທ່ານ​ນຳ​ສະ​ເໜີ​ລາຍ​ງານ​ປະຈຳ​ປີຂອງ​ກະຊວງການຕ່າງປະເທດ ກ່ຽວ​ກັບ​ສິດ​ເສລີ​ພາບ​ໃນ​ກາ​ນ ນັບຖື​ສາສະໜາ​ຂອງນາໆ​ຊາດນັ້ນ.

​ທ່ານ Saperstein ເອກ​ອັກຄະ​ລັດຖະທູດ ​ຮັບຜິດຊອບກ່ຽວກັບອິດສະລະ​ພາບ​ໃນ​ການ​ນັບຖື​ສາສະໜາຂອງນາໆ​ຊາດ ​ໄດ້​ກ່າວ​ວ່າ “ການ​ເພີ້​ມທະວີຂຶ້ນຂອງ​ຄວາມ​ຮຸນ​ແຮງ ທີ່​ກໍ່
ຂຶ້ນໂດ​ຍກຸ່ມທີ່ບໍ່ໄດ້ຮັບການສະໜັບສະໜຸນຈາກລັດຖະບານ ຊຶ່ງ​ສ່ວນ​ໃຫຍ່​ແລ້ວ​ແມ່ນ​ໃນ​ນາມການຕີ​ຄວາມ​ໝາຍມາ​ຈາກ​ສາສະໜາ ຊຶ່ງ​ເປັນ​ປະກົດ​ການ​ແນວໃໝ່ ທີ່​ເພີ້​ມຄວາມ​ຮຸນ​ແຮງ​ຂຶ້ນ ຢ່າງ​ນ້ອຍ 18 ​ເດືອນມາ​ແລ້ວ.​”

ກະຊວງການຕ່າງປະເທດໄດ້ລະບຸຊື່ກຸ່ມລັດອິສລາມເປັນການສະເພາະ ໃນການນຳໃຊ້ສິດ ເສລີພາບໃນການເຊື່ອຖືສາສະໜາໄປໃນທາງຜິດ ຢູ່ໃນອີຣັກ ແລະຊີເຣຍ.

​ລາຍ​ງານນີ້ໄດ້ອ້າງເຫດການນຶ່ງ ທີ່ເກີດຢູ່​ໃນ Mosul ປະເທດ Iraq ບ່ອນ​ທີ່ພວກ​ກໍ່​ການ​ຮ້າຍ​ໄດ້ກະຊາກ​ເດັກ​ຍິງ ອາຍຸ 3 ຂວບ ຈາກ​ອ້ອມ​ແຂນ​ແມ່​ຂອງ​ລາ​ວ ທີ່​ນັບຖື​ສາສະໜາ​ຄຣິສ​ນັ້ນ ​ແລະ​ບັງຄັບໃຫ້ແມ່ຂອງ​ລາວກັບໄປ​ຂຶ້ນ​ລົດ​ເມ ​ໂດຍ​ຂົ່ມຂູ່​ວ່າ​ຈະ​ປາດ​ຄໍ​ລາວ ຖ້າ​ຫາກ​ວ່າ​ລາວ​ບໍ່​ກະທຳ​ຕາມ​ຄຳ​ສັ່ງ​ນັ້ນ. ລາຍ​ງານ​ຍັງ​ໄດ້ລະບຸ​ວ່າ ລາວ “ບໍ່​ເຄີຍ​ຮູ້​ເລີຍ​ວ່າ ​ແມ່ນ​ຫຍັງ​ແທ້​ເກີດ​ຂຶ້ນ​ກັບ​ລູກ​ສາວ​ຂອງ​ລາວ.”

ທ່ານ Saperstein ​ໄດ້​ກ່າວ​ວ່າ ກຸ່ມ​ຫົວ​ຮຸນ​ແຮງ​ອິສລາມ ​ແມ່ນ​ໄດ້​ຕັ້ງ​ເປົ້າ​ໝາຍໃສ່ “ພວກ​ທີ່​ບໍ່ນັບ​ຖື​ສາສະໜາອິສລາມ” ຊຶ່ງ​ຮວມທັງ ຊາວ Shia ​ແລະ​ຊາວ Sunni ກໍ​ຄື​ກັນ ຊຶ່ງ​ສ່ວນໃຫຍ່​ແລ້ວ​ຂັບ​ໄລ່​ພວກ​ເຂົາ​ເຈົ້າ​ໃຫ້​ໜີ​ອອກ​ຈາກ​ເຮືອນຊານບ້ານຊ່ອງ​ຂອງ​ພວກເຂົາ​ເຈົ້າ ຍ້ອນ​ສາສະໜາທີ່​ພວກ​ເຂົາເຈົ້ານັບຖື ຫຼື​ບໍ່ ກໍ​ຊົນຊາດຊົນເຜົ່າຂອງ​ພວກ​ເຂົາ​ເຈົ້າ​.

ທ່ານ​ຍັງ​ໄດ້​ກ່າວ​ວ່າ ກຸ່ມ Boko Haram ກໍໄດ້ກະທຳ​ການ​ໂຫດ​ຮ້າຍ​ປ່າ​ເຖື່ອນ​ຍ້ອນ​ສາສະ
ໜາ ​ຢູ່ໄນ​ເຈີ​ເຣຍ ​ແລະ​ບັນດາ​ປະ​ເທດ​ເພື່ອນ​ບ້ານທັງຫຼາຍ ​ໂດຍ​ກ່າວ​ວ່າ ກຸ່ມ​ດັ່ງກ່າວ​ໄດ້​ສັງຫານຫຼາຍ​ພັນ​ຄົນ ​ໃນ​ຄວາມ​ຮຸນ​ແຮ​ງ​ແລະ ຕໍ່​ພວກ​ທີ່​ນັບຖື​ສາສະໜາ​ຄຣິສ ​ມຸສລິ​ມ ພວກ​ຊຶ່ງຄັດຄ້ານ ຕໍ່ອຸດົມການ​ຂອງ​ພວກ​ເຂົາ​ເຈົ້າ​ນັ້ນ.

US Ambassador Fights for Religious Freedom for All People
please wait

No media source currently available

0:00 0:02:16 0:00

XS
SM
MD
LG