ເວັບໄຊທ໌ອົງການສືບລັບຊີໄອເອຂອງສະຫະລັດໃຊ້ການບໍ່ໄດ້ໃນມື້ວັນສຸກວານນີ້ ຫຼັງຈາກກຸ່ມ
ໂຈມຕີທາງອິນເຕີແນັດ Anonymous ກ່າວອ້າງວ່າ ຕົນເປັນຜູ້ດຳເນີນການ.
ເວັບໄຊທ໌ CIA.gov ໄດ້ກາຍເປັນເວັບໄຊທ໌ ທີ່ບໍ່ສາມາດຕອບຮັບ ໃນຕອນບ່າຍຂອງວັນ
ສຸກວານນີ້.
ສື່ສັງຄົມ Twitter ນຶ່ງທີ່ພົວພັນກັບກຸ່ມ Anonymous ໄດ້ສົ່ງຂໍ້ຄວາມ ທີ່ຂຽນວ່າ “CIA
TANGO DOWN ຊຶ່ງຄຳວ່າ Tango down ນີ້ແມ່ນຄຳເວົ້າທາງທະຫານທີ່ໝາຍເຖິງ
ການກຳຈັດສະຕູ.
ພວກເຈົ້າໜ້າທີ່ກິດຈະການມວນຊົນຂອງອົງການສືບລັບຊີໄອເອ ທີ່ວີໂອເອຕິດຕໍ່ໄປຫານັ້ນ
ຍັງບໍ່ສາມາດໃຫ້ຄວາມເຫັນໃດໆໃນເວລານີ້.
ກຸ່ມ Anonymous ໄດ້ມີປະຫວັດມາແລ້ວ ໃນການໂຈມຕີເວັບໄຊທ໌ຕ່າງໆຂອງທາງການ.
ໃນເດືອນແລ້ວນີ້ ກຸ່ມດັ່ງກ່າວ ກໍໄດ້ອ້າງເອົາຄວາມຮັບຜິດຊອບ ໃນການເຮັດໃຫ້ເວັບໄຊທ໌
ຂອງກະຊວງຍຸຕິທຳແລະອົງການສັນຕິບານກາງ FBI ຂອງສະຫະລັດໃຊ້ການບໍ່ໄດ້ເປັນເວ
ລາສັ້ນໆ. ເປົ້າໝາຍອື່ນໆຂອງກຸ່ມດັ່ງກ່າວແມ່ນຮວມທັງເວັບໄຊທ໌ຂອງກະຊວງຍຸຕິທຳກຣີສ
ເວັບໄຊທ໌ຂອງຕຳຫຼວດໃນນະຄອນບອສຕັນ ແລະເວັບໄຊທ໌ຂອງສຳນັກງານທະນາຍຄວາມ
ນຶ່ງ ທີ່ໄດ້ຕໍ່ສູ້ຄະດີໃຫ້ທະຫານມາຣີນອະເມຣິກັນ ທີ່ຖືກພົບເຫັນວ່າມີຄວາມຜິດ ໃນຖານສັງ
ຫານພົນ ລະເຮືອນອີຣັກໃນປີ 2005.
ເວັບໄຊທ໌ຂອງອົງການຊີໄອເອ ເຄີຍຖືກໂຈມຕີມາແລ້ວກ່ອນໜ້ານີ້. ໃນເດືອນມິຖຸນາປີກາຍ
ກຸ່ມ LulzSec ກໍໄດ້ອ້າງເອົາຄວາມຮັບຜິດຊອບໃນການເຮັດໃຫ້ເວັບໄຊທ໌ຂອງຊີໄອເອໃຊ້
ການບໍ່ໄດ້ເປັນສອງຊົ່ວໂມງ.