ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສ​ະຫະລັດ ມີ​ນັກ​ສືບ ລະ​ດັບ​ສູງ ຢູ່​ໃນ​ຣັດ​ເຊຍ ອີງ​ຕາມ​ລາຍ​ງານຂອງ ອົງ​ການ​ຂ່າວ ສ​ຫລ


ຊາຍ​ຄົນ​ນຶ່ງ​ຍ່າງ​ຜ່ານ​ກາ ​ CIA ຢູ່​ຫ້ອງ​ໂຖງ​ຂອງ​ສຳ​ນ​ັກ​ງານໃຫຍ່​ຂອງອົງ​ການ​ສືບ​ລັບ​ ຂອງ​ລັດ​ຖະ​ບານ​ກາງ ຂອງ​ສະ​ຫະ​ລັດໃນ​ເມືອງ Langley, ລັດ​ເວ​ຈີ​ເນຍ
ຊາຍ​ຄົນ​ນຶ່ງ​ຍ່າງ​ຜ່ານ​ກາ ​ CIA ຢູ່​ຫ້ອງ​ໂຖງ​ຂອງ​ສຳ​ນ​ັກ​ງານໃຫຍ່​ຂອງອົງ​ການ​ສືບ​ລັບ​ ຂອງ​ລັດ​ຖະ​ບານ​ກາງ ຂອງ​ສະ​ຫະ​ລັດໃນ​ເມືອງ Langley, ລັດ​ເວ​ຈີ​ເນຍ

ອົງ​ການ​ສືບ​ລັບ​ຂອງ​ລັດ​ຖະ​ບານ​ກາງ ຫລື CIA ຂອງ​ສະ​ຫະ​ລັດ ມີ​ແຫລ່ງ​ໃຫ້​ຂໍ້​ມູນລັບ ​ທີ່​ເຂົ້າ​ເຖິງ​ວັງ​ເຄ​ຣັມ​ລິນ​ໄດ້ ທີ່​ມີ​ບົດ​ບາດ​ຕົ້ນ​ຕໍ​ໃນ​ການ​ປະ​ເມີນ​ວ່າປະ​ທາ​ນາ​ທິ​ບໍ​ດີ ວ​ລາ​ດິ​ເມຍ ປູ​ຕິນ​ ໄດ້ອອກ​ຄຳ​ສັ່ງ​ໃຫ້​ໃຊ້​ອິດ​ທິ​ພົນຕໍ່ການໂຄ​ສະ​ນາ​ຫາ​ສຽງທີ່​ແນ​ໃສ່​ການ​ເລືອກ​ຕັ້ງໃນ​ປີ 2016 ​ຂອງ​ສະ​ຫະ​ລັດ​, ອີງ​ຕາມລາຍ​ງານ​ຂອງໜັງ​ສື​ພິມ New York Times ແລະ CNN ໃນ​ວັນ​ຈັນ​ວານນີ້.

ອົງ​ການ​ຂ່າວ​ທັງ​ສອງ ຕ່າງ​ກໍ​ບໍ່​ໄດ້​ລະ​ບຸ​ແຫຼ່ງ​ຂ່າວ​ຂອງ​ຕົນ​ດ້ວຍ​ການ​ອອກ​ຊື່​ແຕ່
ອົງ​ການ​ຂ່າວ​ຣັດ​ເຊຍ​ຫຼາຍໆ​ອົງ​ການ ໄດ້​ເວົ້າ​ເຖິງ​ແຫຼ່ງ​ຂ່າວ​ເຫຼົ່າ​ນີ້.

ທີ່ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ໃນ​ວັນ​ອັງ​ຄານມື້ນີ້ ໂຄ​ສົກ​ຂອງວັງ​ເຄ​ຣັມ​ລິນ ທ່ານ​ດະ​ມີ​ຕ​ຣີ ເພັດ​ຄັອບກ່າວ​ວ່າ ບຸກ​ຄົນ​ທີ່​ລະ​ບຸ​ຊື່​ໂດຍ​ອົງ​ການ​ຂ່າວ​ຣັດ​ເຊຍນັ້ນ​ໄດ້​ເຮັດວຽກ​ໃຫ້​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ແທ້ ແຕ່​ບໍ່​ມີ​ຕຳ​ແໜ່ງ​ລະ​ດັບ​ສູງ ແລະ​ບໍ່​ສາ​ມາດ​ຕິດ​ຕໍ່​ໂດຍ​ກົງ ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ປູ​ຕິນ​ໄດ້.

ອົງການ​ຂ່າວ​ທັງ​ສອງ​ແຫ່ງ ຂອງ​ສະ​ຫະ​ລັດນີ້ເວົ້າ​ວ່າ ແຫລ່ງໃຫ້​ຂໍ້​ມູນລັບ​ຄົນນີ້ ໄດ້​ຖືກຖອນ​ອອກ​ຈາກ​ຣັດ​ເຊຍ​ໃນ​ປີ 2017 ພາຍ​ຫລັງ​ທີ່​ໄດ້​ປະ​ຕິ​ເສດບໍ່​ຮັບ​ເອົາ​ຄຳ​ສະເໜີ​ໃຫ້​ອອກ​ຈາກ​ປະ​ເທດ​ດັ່ງ​ກ່າວ ກ່ອນ​ໜ້ານັ້ນ​.

ອົງ​ການ​ຂ່າວ CNN ເວົ້າ​ວ່າ ເຫດ​ຜົນ​ໃຫ້​ມີການ​ຕັດ​ສິນ​ໃຈ​ໃນ​ການ​ຖອນ​ຜູ້​ເປັນແຫລ່ງ​ໃຫ້ຂໍ້​ມູນ​ລັບນັ້ນ ​ອອກ​ຈາກ​ຕຳ​ແໜ່ງ​ທີ່​ມີ​ຄຸນ​ຄ່າ​ສູງ​ເຊັ່ນ​ນັ້ນ ​ສ່ວນ​ນຶ່ງ​ກໍ​ເປັນ​ຍ້ອນການ​ຮັກ​ສາ​ຂໍ້​ມູນລັບຢ່າງ​ຜິດ​ພາດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ແລະ​ ສະ​ມາ​ຊິກ​ຂອງ​ລັດ​ຖະ​ບານ​ທ່ານ. ອົງ​ການ CIA ປະ​ຕິ​ເສດ​ຕໍ່ຄຳ​ເວົ້າ​ເຫລົ່ານັ້ນ ໂດຍ​ໄດ້​ບອກອົງ​ການ​ຂ່າວ CNN ວ່າ ຕົນ​ໄດ້​ທຳ​ການຕັດ​ສິນ​ໃຈດັ່ງ​ກ່າວ ໂດຍ​ອີງ​ໃສ່ "ການ​ວິ​ໄຈ​ທີ່​ມີ​ຄວາມ​ເປັນ​ກາງ ແລະ​ການ​ເກັບ​ກຳ​ຂໍ້​ມູນ​ທີ່​ດີ."

ໜັງ​ສື​ພິມ New York Times ​ໄດ້​ເຊື່ອມ​ໂຍງ​ການ​ຖອນ​ຜູ້​ເປັນແຫລ່ງໃຫ້​ຂໍ້​ມູນ ລັບ​ນັ້ນ ໃສ່​ການອອກ​ຂ່າວ​ຂອງ​ພວກຂ່າວ​ສານ ກ່ຽວ​ກັບການ​ເປີດ​ເຜີຍ​ການ​ແຊກ​ແຊງ​ຂອງ​ຣັດເຂົ້າ​ໃນ​ການໂຄ​ສະ​ນາຫາ​ສຽງ​ເລືອກ​ຕັ້ງດັ່ງ​ກ່າວ ແລະ​ຄຳ​ຖາມຕ່າງໆ ​ກ່ຽວ​ກັບ​ຄົນ​ທີ່​ເປັນ​ແຫລ່ງ​ຂໍ້​ມູນ​ລັບນັ້ນ​ຢູ່​ໃນ​ວັງເຄ​ຣັມ​ລິນ. ອົງ​ການ​ຂ່າວ​ນັ້ນ​ເວົ້າ​ວ່າ ຊີ​ວິດ​ຂອງ​ຜູ້​ເປັນ​ແຫລ່ງ​ຂໍ້​ມູນລັບ​ຄົນ​ນັ້ນ ​ຕົກ​ຢູ່​ໃນ​ສະ​ພາບອັນ​ຕະ​ລາຍ ແລະ​ໄດ້​ຊີ້​ໃຫ້​ເຫັນ​ຕົວ​ຢ່າງ​ຂອງທ່ານ ເຊີ​ເກ ສກ​ຣິບ​ປາ​ລ (Sergei Skripal), ອະ​ດີດ​ນັກ​ສືບ​ຂອງ​ຣັດ​ເຊຍທີ່​ຖືກ​ຊັກ​ຈູງ​ໃຫ້​ເປັນ​ນັກ​ສືບ​ແກ່ອັງ​ກິດ ແລະ ​ຖືກວາງ​ຢາ​ພິດ​ທຳ​ລາຍ​ເສັ້ນ​ປະ​ສາດ​ໃນ​ປີ​ກາຍນີ້.

ລາຍ​ງານ​ເຫລົ່າ​ນີ້ເວົ້າ​ວ່າ ການ​ສູນ​ເສຍ​ຄົນ​ທີ່​ມີ​ຄ່າ​ທີ່ສາ​ມາດ​ເຂົ້າ​ເຖິງ​ເຄ​ຣັມ​ລິນ​ໄດ້ ແມ່ນ​ເຮັດ​ໃຫ້​ປະ​ຊາ​ຄົມ​ສືບ​ລັບ​ຂອງ​ສະ​ຫະ​ລັດບໍ່ໄດ້​ຮັບ​ຂໍ້​ມູນ​ກ່ຽວ​ກັບ​ການ​ກະ​ທຳ​ຂອງ​ຣັດ​ເຊຍ​ໃນ​ປັດ​ຈຸ​ບັນແລະ​ກ່ຽວ​ກັບ​ແຜນ​ການ​ໃດໆ​ໃນ​ການ​ດຳເນີນການແຊກ​ ແຊງ ເຂົ້າ​ໃນ​ການ​ເລືອກ​ຕັ້ງ​ຄັ້ງ​ອື່ນໆ ຕໍ່​ໄປ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG