ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຂໍໂທດຕໍ່ຈີນ ຂອງບໍລິສັດຜູ້ຜະລິດຊິບ ສະຫະລັດ ໄດ້ດຶງດູດການວິພາກວິຈານຢ່າງໜັກ


ເຄື່ອງໝາຍຂອງບໍລິສັດ Intel ປາກົດອອກມາໃນຈໍພາບ ຢູ່ທີ່ ຕະຫຼາດຮຸ້ນ Nasdaq MarketSite, ໃນລັດນິວຢອກ ເມື່ອວັນທີ 1 ຕຸລາ 2019.
ເຄື່ອງໝາຍຂອງບໍລິສັດ Intel ປາກົດອອກມາໃນຈໍພາບ ຢູ່ທີ່ ຕະຫຼາດຮຸ້ນ Nasdaq MarketSite, ໃນລັດນິວຢອກ ເມື່ອວັນທີ 1 ຕຸລາ 2019.

ບໍລິສັດອິນແທລ (Intel) ຜູ້ຜະ​ລິດຊິບຂອງສະຫະລັດ ກຳລັງປະເຊີນກັບການວິພາກວິຈານໃນຈີນ ຫຼັງຈາກທີ່ຕົນໄດ້ຂໍາ​ຂະ​ມາໂທດໃນວັນພະຫັນວານນີ້ ສຳ ລັບຈົດໝາຍທີ່ບໍລິສັດໄດ້ສົ່ງໄປຫາບັນດາຜູ້ສະໜອງສິນຄ້າເພື່ອຂໍໃຫ້ພວກເຂົາ “ຮັບປະກັນວ່າ ຕ່ອງໂສ້ການສະໜອງສິນຄ້າຂອງຕົນ ບໍ່​ໄດ້ໃຊ້ແຮງງານຫຼືແຫຼ່ງຂອງສິນຄ້າ ຫຼືການບໍລິການໃດໆ ຈາກຂົງເຂດຊິນຈຽງ.”

ໃນວັນພະຫັດວານນີ້ ບໍລິສັດອິນແທລ ໄດ້ນຳເອົາຂໍ້ຄວາມເປັນພາສາຈີນລົງໃນບັນຊີແອັບ WeChat ແລະ Weibo ຂອງຕົນ ໂດຍກ່າວຂໍໂທດສຳລັບ “ບັນ ຫາທີ່ໄດ້ເກີດຂຶ້ນຕໍ່ບັນດາລູກຄ້າຊາວຈີນ, ຄູ່ຄ້າ ແລະມະຫາຊົນທີ່ນັບຖືທັງຫຼາຍຂອງພວກເຮົາ. ບໍລິສັດອິນແທລ ໝັ້ນໝາຍທີ່ຈະກາຍເປັນຄູ່ຄ້າດ້ານເທັກໂນໂລຈີທີ່ເຊື່ອຖືໄດ້ ແລະເລັ່ງການພັດທະນາ ຮ່ວມກັນກັບຈີນ.”

ການຂໍໂທດຂອງອິນແທລ ໄດ້ມີຂຶ້ນ ໃນຂະນະທີ່ປະທານາທິບໍດີສະຫະລັດ ໂຈ ໄບເດັນ ໄດ້ລົງນາມໃນກົດໝາຍການປ້ອງກັນບັງຄັບໃຊ້ແຮງງານຊາວວີເກີ ຊຶ່ງຫ້າມການນຳເຂົ້າສິນຄ້າທີ່ຜະລິດໂດຍພວກແຮງງານຂ້າທາດຊາວວີເກີ. ພາຍໃຕ້ມາດຕະການນີ້ ບໍລິສັດແມ່ນຫ້າມບໍ່ໃຫ້ນຳເຂົ້າຈາກຂົງເຂດຊິນຈຽງຂອງຈີນ ເວັ້ນເສຍແຕ່ວ່າ ຕົນສາມາດພິສູດໄດ້ວ່າ ຕ່ອງໂສ້ການສະໜອງຂອງຕົນ ບໍ່ໄດ້ນຳໃຊ້ແຮງງານຂອງຊາວວີເກີ ຊຶ່ງເປັນຊົນເຜົ່າມຸສລິມ ທີ່ໄດ້ມີລາຍງານວ່າ ຖືກຄຸມຂັງເປັນຂ້າທາດ ໃນສູນແຫ່ງຕ່າງໆຂອງຈີນ.

ປັກກິ່ງ ປະຕິເສດຕໍ່ການຮ້ອງທຸກທັງຫຼາຍ ກ່ຽວກັບການລະເມີດຕ່າງໆ ຢູ່ໃນຂົງເຂດທີ່ຊາວມຸສລິມອາໄສ​ຢູ່ເປັນສ່ວນໃຫຍ່.

ອິນແທລ ແມ່ນພຽງແຕ່ບໍລິສັດລະຫວ່າງຫຼາຍປະເທດຫຼ້າສຸດ ທີ່ປະເຊີນກັບບັນ ຫາໃນການສູ້ຊົນຂອງຊາວວີເກີ ໃນຂະນະທີ່ຈີນກຽມພ້ອມທີ່ຈະຈັດງານກິລາໂອລິມປິກລະດູໜາວ ໃນເດືອນກຸມພານີ້. ບໍລິສັດອິນແທລ ແມ່ນນຶ່ງໃນຜູ້ອຸປະຖຳທີ່ຢູ່ໃນຄະນະກຳມະການໂອລິມປິກສາກົນ. ອີງຕາມອົງການຂ່າວຣອຍເຕີ ແລ້ວ 26 ເປີເຊັນຂອງລາຍຮັບທັງໝົດທີ່ບໍລິສັດອິນແທລໄດ້ຮັບໃນປີ 2020 ແມ່ນມາຈາກຈີນ.

ໃນຕົ້ນເດືອນນີ້ ຈົດໝາຍຂອງອິນແທລທີ່ສົ່ງໄປຫາບັນດາຜູ້ສະໜອງສິນຄ້າໂດຍ ຂໍຮ້ອງໃຫ້ພວກເຂົາໝັ້ນໃຈວ່າ ບໍ່ໄດ້ໃຊ້ແຮງງານ ຜະລິດຕະພັນຫຼືການບໍລິການ ທັງຫຼາຍຈາກເຂດຊິນຈຽງ ທີ່ຖືກກ່າວອ້າງໃນຂໍ້ຈຳກັດທີ່ວາງອອກໂດຍ “ລັດຖະ ບານຂອງຫຼາຍໆປະເທດ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG