ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

​ການ​ຄວບ​ຄຸມ ຊິບ ຂອງ​ສະ​ຫະ​ລັດ ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ຄວາມ​ໄຝ່​ຝັນ ໃນການ​ຢາກເປັນ​ເຈົ້າ ​ເທັກ​ໂນ​ໂລ​ຈີ ຂອງ​ຈີນ


ແຟ້ມ - ຊາຍ​ຄົນ​ນຶ່ງ​ໄປ​ຢ້ຽມ​ບ່ອນ​ສະ​ແດງ​ເຄື່ອງ​ເຊ​ມີ​ຄອນ​ດັກ​ເຕີ ທີ່​ເຊ​ມີ​ຄອນ​ໄຊ​ນາຊຶ່ງ​ເປັນ​ຕະ​ຫຼາດ​ນັດ​ເຊ​ມີ​ຄອນ​ດັກ​ເຕີ້​ເທັກ​ໂນ​ໂລ​ຈີ ທີ່​ຊຽງ​ໄຮ້ ເມື່ອ​ວັນ​ທີ
17 ມີ​ນາ 2021.
ແຟ້ມ - ຊາຍ​ຄົນ​ນຶ່ງ​ໄປ​ຢ້ຽມ​ບ່ອນ​ສະ​ແດງ​ເຄື່ອງ​ເຊ​ມີ​ຄອນ​ດັກ​ເຕີ ທີ່​ເຊ​ມີ​ຄອນ​ໄຊ​ນາຊຶ່ງ​ເປັນ​ຕະ​ຫຼາດ​ນັດ​ເຊ​ມີ​ຄອນ​ດັກ​ເຕີ້​ເທັກ​ໂນ​ໂລ​ຈີ ທີ່​ຊຽງ​ໄຮ້ ເມື່ອ​ວັນ​ທີ 17 ມີ​ນາ 2021.

ພວກ​ຜູ້​ນຳ​ຂອງ​ຈີນມີ​ຄວາມ​ຮູ້​ສຶກ​ໂກດ​ແຄ້ນ​ເປັນ​ທີ່​ສຸດ ​ແຕ່​ບໍ່​ກ້າ​ສະ​ແດງ​ອອກ​ຕໍ່​ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ຂອງ​ສະ​ຫະ​ລັດ ທີ່​ຈະ​ຕັດ​ບໍ່​ໃຫ້​ຈີນເຂົ້າ​ເຖິງ​ເທັກ ​ໂນ​ໂລ​ຈີເພື່ອ​ສ້າງ​ຄວາມ​ກ້າວ​ໜ້າ​ໃຫ້​ແກ່​ຊິບ​ຄອມ​ພິວ​ເຕີ້ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ພວກ​ເຂົາ​ເຈົ້າ​ປາ​ກົດ​ວ່າ​ພວມຊອກ​ຫາ​ຊ່ອງ​ທາງ ​ທີ່​ຈະ​ຕອບ​ໂຕ້​ຄືນ​ແບບ​ໃດໂດຍ​ປາ​ສະ​ຈາກ​ການ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຄວາມ​ໄຝ່​ຝັນໃນ​ດ້ານ​ໂທ​ລະ​ຄົມ​ມະ​ນາ​ຄົມ ປັນ​ຍາ​ປະ​ດິດ ແລະ​ອຸດ​ສາ​ຫະ​ກຳ​ອື່ນໆ​ອີກຂອງ​ຕົນ.

ລັດ​ຖະ​ບານ​ຂອງ​ປະ​ທານ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິງ ມອງ​ເຫັນ​ວ່າ ຊິບ ຊຶ່ງ​ມີ​ການ​ນຳ​ໃຊ້​ຢູ່​ໃນ​ທຸກໆ​ຢ່າງ ນັບ​ແຕ່​ໂທ​ລະ​ສັບ​ມື​ຖື ໄປ​ຫາ​ເຄື່ອງ​ໃຊ້​ໃນ​ເຮືອນ​ຄົວ ແລະ​ເຮືອ​ບິນ​ລົບ​ນັ້ນ ແມ່ນ​ເປັນ​ຊັບ​ສິນ​ທີ່​ຫຼໍ່​ແຫຼມ​ສຳ​ຄັນໃນ​ການ​ແຂ່ງ​ຂັນ​ກັບ​ວໍ​ຊິງ​ຕັນ ແລະ​ຄວາມ​ພະ​ຍາ​ຍາມ​ເພື່ອ​ໃຫ້​ໄດ້​ມາ​ຊຶ່ງ​ຄວາມ​ຮັ່ງ​ມີ​ແລະ​ອິດ​ທິ​ພົນ​ໃນ​ໂລກ.

ຈີນ​ກໍ​ມີ​ໂຮງ​ງານ​ເຮັດ​ຊິບ​ຂອງ​ຕົນ ແຕ່​ພວກ​ເຂົາ​ສາ​ມາດ​ສະ​ໜອງ​ໃຫ້​ໄດ້​ແຕ່​ເຄື່ອງ​ໂປ​ຣ​ແຊັ​ສ​ເຊີ​ໃນ​ລະ​ດັບ​ຕ່ຳ​ເທົ່າ​ນັ້ນ ສຳ​ລັບ​ລົດ​ໂອ​ໂຕ​ແລະ​ເຄື່ອງ​ໃຊ້​ຕ່າງ​ໆ.

ລັດ​ຖະ​ບານ​ສະ​ຫະ​ລັດ ຍີ່​ປຸ່ນແລະ​ເນ​ເທີ​ແລນ​ໄດ້​ຕັດ​ບໍ່​ໃຫ້​ຈີນ​ເຂົ້າ​ເຖິງ​ເຄື່ອງ​ມື​ໃນ​ການ​ເຮັດ​ຊິບ ທີ່​ພວກ​ເຂົາ​ອາດ​ສາ​ມາດ​ນຳ​ໃຊ້ ​ໃນ​ການ​ເຮັດ​ອາ​ວຸດ​.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG