ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ນັກທ່ອງທ່ຽວຈີນ ເຂົ້າມາທ່ຽວ ສຫລ ຫຼາຍຂຶ້ນ (ວີດິໂອລາວກັບອັງກິດ)


ນັກທ່ອງທ່ຽວຈີນຈໍານວນນຶ່ງ ຂະນະທ່ອງທ່ຽວຢູ່ນະຄອນ
Los Angeles ລັດ California
ນັກທ່ອງທ່ຽວຈີນຈໍານວນນຶ່ງ ຂະນະທ່ອງທ່ຽວຢູ່ນະຄອນ Los Angeles ລັດ California

ໃນໄລຍະຫຼາຍໆປີຜ່ານມານີ້ ປະກົດວ່າ ມີຈໍານວນນັກທ່ອງທ່ຽວທີ່ ມາຈາກຈີນ ເຂົ້າມາທ່ອງທ່ຽວໃນສະຫະລັດ ເພີ່ມຂຶ້ນຢ່າງວ່ອງໄວ

ໃນໄລຍະຫຼາຍໆປີຜ່ານມານີ້ ປະກົດວ່າ ມີຈໍານວນນັກທ່ອງທ່ຽວ
ທີ່ມາຈາກຈີນເຂົ້າມາທ່ອງທ່ຽວໃນສະຫະລັດ ເພີ່ມຂຶ້ນຢ່າງວ່ອງ
ໄວ. ຍ້ອນການເຂົ້າມາທ່ອງທ່ຽວດັ່ງກ່າວນີ້ໄດ້ຊ່ວຍຊຸກຍູ້ເສດຖະ
ກິດລະດັບທ້ອງຖິ່ນແຫ່ງຕ່າງໆໃນສະຫະລັດໃຫ້ເຕີບໂຕຂຶ້ນ ຊຶ່ງ ວົງການທຸລະກິດຄາດວ່າທ່າ ອຽງນີ້ ຈະດໍາເນີນໄປຢ່າງຕໍ່ເນື່ອງ ແລະທຸລະກິດບາງແຫ່ງກໍຮັບບໍລິການ ແກ່ພວກນັກທ່ອງທ່ຽວທີ່ ກໍາລັງເພີ່ມຈໍານວນຂຶ້ນໄປນັບມື້ນັ້ນ. Elizabeth Lee ຜູ້ສື່ຂ່າວ
ວີໂອເອ ມີລາຍງານເລຶ່ອງນີ້ຈາກນະຄອນ Los Angeles ລັດ
ແຄລິຟໍເນຍ ຊຶ່ງທອງປານຈະນໍາມາສະເໜີທ່ານໃນອັນດັບຕໍ່ໄປ.

ພວກນັກທ່ອງທ່ຽວທີ່ເຂົ້າມາທ່ຽວນະຄອນ Los Angeles ຈະພົບ
ເຫັນໂຮງສາຍຮູບເງົາຢູ່ທົ່ວທຸກແຫ່ງຫົນຫລາຍຈົນນັບບໍ່ຖ້ວນ
ແລະທາງຍ່າງກຽດຕິຍົດສຳລັບນັກສິນລະປິນທຸກໆປະເພດຢູ່ຄຸ້ມ
ຮອລລີວູດ ຫຼື Hollywood Walk of Fame ພ້ອມກັບການຫຼັ່ງໄຫຼຂອງພວກນັກທ່ອງ​ທ່ຽວ​ຊາວຈີນເຂົ້າມາໃນນະ ຄອນນີ້ ຢ່າງບໍ່ຂາດສາຍ.

ເບິ່ງວີດິໂອລາຍງານນີ້ເປັນພາສາລາວ:


ທ່ານ Liberman ເວົ້າວ່າ: “Los Angeles ຂອງພວກເຮົານີ້ ເປັນນະຄອນທີ່ມີ ຊາວຈີນເຂົ້າມາທ່ຽວຊົມ ຫຼາຍກວ່າເມືອງອື່ນໆໃນສະຫະລັດ.”

ທ່ານ Mark Liberman ເປັນຄະນະກໍາມະການຄຸ້ມຄອງການທ່ອງທ່ຽວ ແລະຈັດກອງປະ ຊຸມທີ່ນະຄອນ Los Angeles ກ່າວວ່າ ມີຈໍານວນນັກ ທ່ອງທ່ຽວຊາວຈີນເພີ່ມຂຶ້ນ ຢ່າງ ສະໝໍ່າສະເໝີ ເຂົ້າມາທ່ຽວຊົມນະຄອນ Los Angeles. ນອກນີ້ແລ້ວ ພວກເຂົາເຈົ້າກໍ ໄປທ່ຽວທີ່ນະຄອນ San Francisco, New York ແລະນະຄອນຫຼວງ Washington. ນັກເສດຖະກິດສາດ Ferdinando Guerra ກ່າວວ່າ ມີນັກທ່ອງທ່ຽວຊາວຈີນເຂົ້າມາ ທ່ຽວໃນສະຫະລັດ ຫຼາຍກວ່ານຶ່ງລ້ານຄົນເມື່ອປີຜ່ານມາ.

ທ່ານ ເກຍຣາ ເວົ້າວ່າ: “ແຕ່ປີ 2010 ຫາ 2011 ຈຳນວນພວກນັກທ່ອງທ່ຽວເພີ່ມ ຂຶ້ນ ເກືອບ 40 ເປີເຊັນ”

ທ່ານ Joseph Chi ປະທານບໍລິສັດທ່ອງທ່ຽວ Shine ທີ່ມີສໍານັກງານຢູ່ ນະຄອນ Los Angeles ເວົ້າວ່າ ຕົວຢ່າງ ບໍລິສັດຂອງທ່ານໄດ້ພົບເຫັນ ມີກຸ່ມນັກທ່ອງທ່ຽວຈາກຈີນ ເພີ່ມຂຶ້ນໃນອັດຕາເກືອບ 30 ເປີເຊັນ ໃນປີນີ້.

ທ່ານ ຈີ ເວົ້າວ່າ: “ພວກນັກທ່ອງທ່ຽວທີ່ຖືພາສປອດຈີນ ຄິດວ່າສະຫະລັດ ເປັນປະ ເທດໃນຝັນທີ່ພວກເຂົາເຈົ້າຢາກມາທ່ອງທ່ຽວ.”

ການເຕີບໂຕຂອງພວກຊົນຊັ້ນກາງໃນຈີນ ໝາຍເຖິງວ່າ ມີຄົນຫຼາຍຂຶ້ນສາ ມາດອອກໄປ ທ່ອງທ່ຽວຕ່າງປະເທດໄດ້. ດັ່ງດຽວກັບນັກທ່ອງທ່ຽວຊາວຈີນ ອື່ນໆ ທີ່ມາທ່ຽວສະຫະລັດ
ທ່ານ Liu Wei Yie ກໍເປັນຜູ້ນຶ່ງທີ່ເດີນທາງ ມານຳກຸ່ມທ່ອງທ່ຽວ.

ທ່ານ ຫຼິວ ເຫວ້ ຢີ ເວົ້າວ່າ: “ສະຫະລັດ ໄດ້ຈັດຕັ້ງເປັນປະເທດຂຶ້ນມາ ດ້ວຍຈິດໃຈ ທີ່ຢາກເປັນເອກກະລາດແລະການແຂ່ງຂັນກັນ.” ຂ້ອຍຈຶ່ງຢາກມາເບິ່ງ.”

ທ່ານ Steven Chou ປະຈໍາສູນຈໍາລອງຮູບເງົາ Universal Studio Hollywood ເວົ້າ ວ່າ ຈໍານວນນັກທ່ອງທ່ຽວຊາວຈີນເພີ່ມຂຶ້ນຢ່າງບໍ່ລົດລະ ໂດຍສະເພາະໃນປີນີ້ ຍ້ອນວ່າ ລັດຖະບານສະຫະລັດ ໄດ້ປັບປຸງຂັ້ນຕອນການອອກວິຊາໃຫ້ທັນສະໄໝ ແລະວ່ອງໄວ ຫຼາຍຂຶ້ນ.

ທ່ານ ຈູ ເວົ້າວ່າ: “ຈາກທັດສະນະວິໄສ ຂອງຂ້າພະເຈົ້າ ແລະຈາກ Universal Studio Hollywood ແລ້ວ ແນ່ນອນວ່າພວກເຮົາກໍາລັງສຶກສາເບິ່ງວີທີທາງ ຕ່າງໆເພື່ອຍົກລະດັບການຮອງຮັບນັກທ່ອງທ່ຽວຊາວຈີນໃຫ້ ດີຂຶ້ນ.”

ຢູ່ທີ່ Universal ນີ້ ມີພວກຄົນງານນໍາທ່ຽວທີ່ປາກເວົ້າພາສາຈີນກາງ ແລະແຜນທີ່ບອກ ປ້າຍສໍາຄັນໆໃນບໍລິເວນສວນອຸດທະຍານນີ້ກໍເປັນພາສາຈີນ.

“ນອກເໜືອຈາກໜັງສືນ້ອຍທີ່ເປັນພາສາຈີນແລ້ວ ທາງ Universal Studios Hollywood ກໍມີຮ້ານອາຫານຫຼາຍແຫ່ງ ທີ່ບໍ່ແມ່ນຂາຍແຕ່ Hamburger ແລະ ມັນຝຣັ່ງຈືນເທົ່ານັ້ນ ແຕ່ຍັງມີອາຫານຈີນໄວ້ບໍລິການນໍາດ້ວຍ.”

ໂຮງແຮມ Montage Beverly Hills ບໍລິການເສີບນັກທ່ອງທ່ຽວຊາວຈີນຂອງຕົ ດ້ວຍ ນໍ້າຊາຈີນຢູ່ໃນໂຮງແຮມ ຂຽນຂໍ້ຄວາມເປັນພາສາຈີນ ແລະພະນັກງານທີ່ປາກເວົ້າພາສາ ຈີນກາງ. ພວກລູກຄ້າຊາວຈີນຫຼາຍຄົນ ຂອງໂຮງແຮມນີ້ຈະພາກັນເລາະຊື້ເຄຶ່ອງ ຂອງຢູ່ ຄຸ້ມຖະໜົນ Rodeo Drive ຊຶ່ງເປັນຄຸ້ມມີຊື່ສຽງໃນການຂາຍຜະລິດຕະພັນທີ່ຫຼູຫຼາຕ່າງໆ.

ທ່ານ Hermann Elger ຜູ້ຈັດການໃຫຍ່ໂຮງແຮມ Montage Beverly Hills ກ່າວວ່າ “ຮ້ານຄ້າຍ່ອຍ ທີ່ເປັນຮຸ້ນສ່ວນຂອງພວກເຮົາ ຢູ່ຕາມຄຸ້ມ Rodeo ນີ້ ບອກພວກເຮົາວ່າ ຈໍານວນພວກເລາະຊື້ເຄຶ່ອງຊາວຈີນຈະຫຼາຍ ກວ່າໝູ່ທີ່ສຸດໃນປີນີ້.”

ທ່ານເກຍຣາ ເວົ້າວ່າ: “ທີ່ຈິງແລ້ວ ຊາວຈີນຈະໃຊ້ຈ່າຍເງິນຫຼາຍກວ່າສອງເທົ່າຕົວ ທຽບກັບກຸ່ມນັກທ່ອງທ່ຽວຈາກຕ່າງປະເທດໂດຍສະເລ່ຍຢູ່ໃນລັດແຄລິຟໍເນຍ.”

ນັກທ່ອງທ່ຽວຊາວຈີນ ກຳລັງທຸ່ມເທເງິນຫຼາຍພັນລ້ານໂດລາເຂົ້າໃສ່ໃນເສດ ຖະກິດຂອງ ສະຫະລັດ ຊຶ່ງກໍໝາຍເຖິງວ່າເປັນການສ້າງໜ້າວຽກໃຫ້ແກ່ຊາວ ອາເມຣິກັນຫຼາຍຂຶ້ນນໍາ. ຄາດວ່າຈໍານວນນັກທ່ອງທ່ຽວຈາກຈີນຈະເພີ່ມຂຶ້ນ ເປັນສອງເທົ່າ ພາຍໃນປີ 2016 ທີ່ຈະ ມາເຖິງນີ້.

ເບິ່ງວີດິໂອລາຍງານນີ້ເປັນພາສາອັງກິດ:
XS
SM
MD
LG